ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງ ວັນທີ 3-5 ກໍລະກົດ 2026 ເພື່ອເປັນການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ (12/07/1955-12/07/2025) ກໍຄືເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດຖານປະເທດໃກ້ຄຽງທີ່ດີ ລະຫວ່າງ ສອງປະເທດ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.
ພິທີຕ້ອນຮັບ ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຈັດຂຶ້ນຢ່າງເປັນທາງການ ແລະ ສົມກຽດ ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2026 ທີ່ ທໍານຽບປະທານປະເທດ ແຫ່ງ ສປປ ລາວ ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ.

ພາຍຫລັງສໍາເລັດພິທີຕ້ອນຮັບ, ໄດ້ມີການພົບປະສອງຝ່າຍຢ່າງເປັນທາງການລະຫວ່າງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະຜູ້ແທນຂອງທັງສອງຝ່າຍ ເພື່ອຕີລາຄາຄືນສະພາບການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ແລກປ່ຽນທັດສະນະ, ປຶກສາຫາລື ແລະ ກໍານົດທິດທາງການຮ່ວມມື ລະຫວ່າງ ສປປ ລາວ ແລະ ສສ ມຽນມາ ໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ຂອງ ທ່ານ ມິນ ອອງ ລາຍ ພ້ອມດ້ວຍພັນລະຍາ ແລະ ຄະນະໃນຄັ້ງນີ້ ຊຶ່ງເປັນເຫດການການເມືອງທີ່ມີຄວາມໝາຍຄວາມສຳຄັນຍິ່ງ ແລະ ເປັນຂີດໝາຍປະຫວັດສາດໃໝ່ ໃນການຮັດແໜ້ນ, ເສີມຂະຫຍາຍ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີຮັກແພງ ແລະ ການຮ່ວມມືຖານປະເທດໃກ້ຄຽງທີ່ດີ ລະຫວ່າງ ລາວ-ມຽນມາ ທີ່ໄດ້ຮັບການຖະນຸຖະໜອມ ແລະ ເພີ່ມພູນຄູນສ້າງມາຕະຫລອດໄລຍະຫລາຍກວ່າ 7 ທົດສະວັດ ໃຫ້ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ ພ້ອມທັງໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສໍາເລັດການເລືອກຕັ້ງທົ່ວໄປ ແລະ ການຈັດຕັ້ງຄະນະລັດຖະບານຊຸດໃໝ່ຂອງມຽນມາຢ່າງຈົບງາມ ໃນຕົ້ນປີນີ້ ແລະ ສະແດງຄວາມຊົມເຊີຍ ທ່ານ ມິນ ອອງ ລາຍ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ແລະ ໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນມຽນມາ ໃຫ້ດຳລົງຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ສສ ມຽນມາ, ພ້ອມທັງໄດ້ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນປີຊາສາມາດຂອງ ທ່ານ ມິນ ອອງ ລາຍ ສສ ມຽນມາ ຈະໄດ້ຮັບການພັດທະນາໄປສູ່ຄວາມຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງ. ໃນໂອກາດດຽວກັນນີ້, ທ່ານ ມິນ ອອງ ລາຍ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ຄໍາເວົ້າອັນຈົບງາມ ແລະ ການຕ້ອນຮັບອັນອົບອຸ່ນ ຂອງ ທ່ານ ທອງລຸນ ສີສຸລິດ ພ້ອມດ້ວຍການນໍາພັກ-ລັດ ແລະ ປະຊາຊົນລາວ ໃນຄັ້ງນີ້.
ໃນການພົບປະຄັ້ງນີ້, ຜູ້ນໍາທັງສອງຝ່າຍໄດ້ແຈ້ງສະພາບການພາຍໃນທີ່ພົ້ນເດັ່ນຂອງປະເທດຕົນໃຫ້ກັນຊາບ ພ້ອມທັງໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງຂອງການພັດທະເສດຖະກິດ-ສັງຄົມ ທີ່ສອງປະເທດຍາດມາໄດ້ ໃນໄລຍະຜ່ານມາ.

ທັງສອງຝ່າຍ ຍັງໄດ້ສະແດງຄວາມປິຕິຍິນດີ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືອັນໃກ້ຊິດ ລະຫວ່າງ ລາວ-ມຽນມາ ໄດ້ຮັບການຮັດແໜ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ຊຶ່ງສະແດງອອກໃນການຮ່ວມມືທາງດ້ານການເມືອງທີ່ມີຄວາມໃກ້ຊິດ, ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນໃນລະດັບສູງ, ສະໜັບສະໜູນຊ່ວຍເຫຼືອກັນດ້ວຍດີຕະຫລອດມາ ແລະ ມີການແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງຢ່າງເປັນປົກກະຕິ. ພ້ອມດຽວກັນນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ການຮ່ວມມືອັນສໍາຄັນໃນດ້ານຕ່າງໆ ເປັນຕົ້ນແມ່ນດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ເສດຖະກິດ, ການຄ້າ, ການລົງທຶນ, ການຂົນສົ່ງ, ພະລັງງານ, ແຮງງານ, ການສຶກສາ ແລະ ດ້ານອື່ນໆ ທີ່ໄດ້ຮັບການເສີມຂະຫຍາຍເປັນກ້າວໆມາ ພ້ອມທັງໄດ້ເຫັນດີເປັນເອກະພາບໃນການຊຸກຍູ້ສົ່ງເສີມບັນດາຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ໃຫ້ສືບຕໍ່ປຶກສາຫາລື ແລະ ເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອນໍາເອົາໝາກຜົນຕົວຈິງມາສູ່ສອງປະເທດ ແລະ ປະຊາຊົນສອງຊາດ.
ຜູ້ນໍາທັງສອງຝ່າຍ ຕ່າງກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແລະ ປະຊາຊົນ ຂອງກັນ ແລະ ກັນ ທີ່ໄດ້ໃຫ້ການຮ່ວມມື, ສະໜັບສະໜູນ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດມາ ໂດຍສະເພາະແມ່ນການແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືດ້ານຄວາມໝັ້ນຄົງຕາມບໍລິເວນຊາຍແດນ ແລະ ການສະໜັບສະໜູນກັນໃນເວທີພາກພື້ນ ແລະ ສາກົນ.
ນອກຈາກນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບການພົວພັນຮ່ວມມື ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນໃນຂອບການຮ່ວມມືທີ່ສໍາຄັນຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ ໂດຍສະເພາະໃນຂອບອາຊຽນ (ASEAN), ອົງການສະຫະປະຊາຊາດ (UN), ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ (MLC) ແລະ ເວທີສາກົນອື່ນໆ ພ້ອມທັງໄດ້ແລກປ່ຽນທັດສະນະຕໍ່ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.
ໃນຕອນທ້າຍຂອງການພົບປະ, ທ່ານ ມິນ ອອງ ລາຍ ໄດ້ເຊື້ອເຊີນ ທ່ານ ທອງລຸນ ສີສຸລິດ ຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ສະຫະພາບມຽນມາ ໃນເວລາອັນເໝາະສົມ ຊຶ່ງ ທ່ານ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຍິນດີຕອບຮັບຄໍາເຊື້ອເຊີນດັ່ງກ່າວດ້ວຍຄວາມເຕັມໃຈ.

ພາຍຫລັງສໍາເລັດການພົບປະສອງຝ່າຍ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ໄດ້ເຂົ້າຮ່ວມພິທີແລກປ່ຽນເອກະ ສານຮ່ວມມື ຈໍານວນ 2 ເອກະສານ ຄື: ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການທ່ອງທ່ຽວລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແຫ່ງ ສປປ ລາວ ແລະ ກະຊວງໂຮງແຮມ, ການທ່ອງທ່ຽວ ແລະ ວັດທະນະທຳ ແຫ່ງ ສສ ມຽນມາ ແລະ ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການສ້າງນະຄອນມິດຕະພາບ ລະຫວ່າງ ນະຄອນຫລວງວຽງຈັນ, ສປປ ລາວ ແລະ ນະຄອນຫລວງເນປີດໍ ສສ ມຽນມາ. ພ້ອມກັນນີ້, ຍັງໄດ້ເປັນສັກຂີພິຍານ ໃນພິທີ ມອບ-ຮັບ ເຊຣຸມແກ້ພິດງູຈຳນວນໜຶ່ງໃຫ້ແກ່ກະຊວງສາທາລະນະສຸກຂອງ ສປປ ລາວ.
ໃນວັນດຽວກັນ, ທ່ານ ມິນ ອອງ ລາຍ ປະທານາທິບໍດີ ແຫ່ງ ສສ ມຽນມາ ພ້ອມດ້ວຍຄະນະ ຍັງໄດ້ໄປວາງພວງມາລາ ທີ່ ອານຸສາວະລີນັກຮົບນິລະນາມ (ດາວແດງ) ເພື່ອເປັນການສະແດງຄວາມເຄົາລົບ ແລະ ລະນຶກເຖິງນັກຮົບປະຕິວັດຂອງລາວທີ່ເສຍສະລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນໍາ ຂອງ ພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ, ປະກາດເອກະລາດ ແລະ ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

