Homeຂ່າວຕ່າງປະເທດຢູນິເຊບ ເຕືອນເດັກນ້ອຍ ລີບັງ1 ແສນຄົນສ່ຽງບໍ່ໄດ້ເຂົ້າຮຽນ

ຢູນິເຊບ ເຕືອນເດັກນ້ອຍ ລີບັງ1 ແສນຄົນສ່ຽງບໍ່ໄດ້ເຂົ້າຮຽນ

ອີງຕາມສຳນັກຂ່າວ ອິນໂຟເຄວສ, ອົງການທຶນເພື່ອເດັກ ແຫ່ງສະຫະປະຊາຊາດ (UNICEF) ເປີດເຜີຍ ໃນຖະແຫລງການ ເມື່ອວັນທີ 2 ກໍລະກົດ ຜ່ານມາວ່າ: ເດັກນ້ອຍຊາວ ລີບັງ ປະມານ 100.000 ຄົນ ພວມຕົກຢູ່ໃນຄວາມສ່ຽງທີ່ຈະຂາດໂອກາດໃນການເຂົ້າຮຽນສົກຮຽນໃໝ່, ເນື່ອງຈາກວ່າ ໂຮງຮຽນຕ່າງໆ ທີ່ໄດ້ຮັບຄວາມເສຍຫາຍຈາກສົງຄາມ ຈະໄດ້ຮັບການສ້ອມແປງໃຫ້ສຳເລັດກ່ອນເດືອນກັນຍານີ້.
ຄຳເຕືອນດັ່ງກ່າວມີຂຶ້ນຫລັງຈາກທີ່ ຢູນີເຊບ ແລະ ກະຊວງສຶກສາທິການ ແລະ ອຸດົມສຶກສາຂອງລີບັງ ໄດ້ຮ່ວມກັນລົງສຳຫລວດທົ່ວປະເທດ ແລະ ພົບວ່າ ຂະແໜງການສຶກສາຂອງປະເທດ ໄດ້ຮັບຄວາມເສຍຫາຍເປັນວົງກວ້າງ ຈາກຄວາມຂັດແຍ່ງໃນພາກພື້ນຕາເວັນອອກກາງ ທີ່ເກີດຂຶ້ນເມື່ອບໍ່ດົນມານີ້.
ຜົນການປະເມີນດັ່ງກ່າວ ຊີ້ໃຫ້ເຫັນວ່າ ມີສະຖາບັນການສຶກສາທີ່ໄດ້ຮັບຜົນກະທົບຈຳນວນ 340 ແຫ່ງ, ເຊິ່ງລວມມີທັງໂຮງຮຽນ ແລະ ສູນອາຊີວະສຶກສາ. ໃນຈຳນວນດັ່ງກ່າວ, ມີສະຖານການສຶກສາທີ່ຖືກທຳລາຍຈົນເສຍຫາຍ 17 ແຫ່ງ, ສ່ວນທີ່ເຫລືອອີກຈຳນວນຫລາຍ ແມ່ນຈຳເປັນຕ້ອງໄດ້ຮັບການສ້ອມແປງໃຫຍ່ ເພື່ອໃຫ້ສາມາດກັບມາເປີດການຮຽນ-ການສອນໄດ້ຢ່າງປອດໄພອີກຄັ້ງ./.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments