Homeຂ່າວຕ່າງປະເທດຈີນເປີດເສັ້ນທາງຂົນສົ່ງສິນຄ້າລະຫວ່າງທະເລ-ແມ່ນ້ຳທີ່ປ່ອຍກາກບອນເປັນສູນສາຍທຳອິດ

ຈີນເປີດເສັ້ນທາງຂົນສົ່ງສິນຄ້າລະຫວ່າງທະເລ-ແມ່ນ້ຳທີ່ປ່ອຍກາກບອນເປັນສູນສາຍທຳອິດ

ອີງຕາມສຳນັກຂ່າວ ຊິນຮວາຂອງ ສປຈີນ, ເສັ້ນທາງຂົນສົ່ງສິນຄ້າ ລະຫວ່າງທະເລ-ແມ່ນ້ຳ ແບບປ່ອຍກາກບອນເປັນສູນສາຍທຳອິດຂອງຈີນ ໄດ້ເປີດບໍລິການຢ່າງເປັນທາງການໃນວັນ30 ມິຖຸນາ ຜ່ານມາ. ຫລັງຈາກເຮືອບັນທຸກຕູ້ຄອນເທນເນີ ທີ່ຂັບເຄື່ອນດ້ວຍພະລັງງານໄຟຟ້າລ້ວນ ຂະໜາດ 10.000 ໂຕນ ໄດ້ອອກເດີນທາງຈາກທ່າກຳປັ່ນ ເຈຍຊິງ (Jiaxing) ມຸ່ງໜ້າສູ່ທ່າກຳປັ່ນ ໜິງໂປ-ໂຈວຊານ ຊຶ່ງທັງສອງທ່າກຳປັ່ນນີ້ ຕັ້ງຢູ່ໃນແຂວງເຈີ້ຈຽງ ທາງພາກຕາເວັນອອກຂອງຈີນ.
ບໍລິສັດ ໜິງໂປ ໂອຊຽນ ຊິບປິງ ຈຳກັດ (Ningbo Ocean Shipping Co., Ltd.) ເປັນຜູ້ແລ່ນກຳປັ່ນ ລຳດັ່ງກ່າວ, ໂດຍກຳປັ່ນມີຄວາມກວ້າງ 21,6 ແມັດ, ຍາວ 127,8 ແມັດ ແລະ ສາມາດບັນຈຸສິນຄ້າ 742 ທີອີຢູ (TEU: ໜ່ວຍນັບຕູ້ຄອນເທນເນີຄວາມຍາວ 20 ຟຸດ) ແລະ ໃຊ້ແບັດເຕີຣີ10 ຕູ້ຄອນເທນເນີ, ຊຶ່ງບັນຈຸພະລັງງານລວມປະມານ 20.000 ກິໂລວັດໂມງ. ໂດຍຊ່ວຍປະຢັດນ້ຳມັນເຊື້ອໄຟໄດ້ປະມານ 800 ໂຕນ ແລະ ຫລຸດການປ່ອຍກາກບອນໄດອອກໄຊ ໄດ້ຫລາຍກວ່າ 2.000 ໂຕນຕໍ່ປີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments