Homeຂ່າວການເມືອງກອງປະຊຸມລັດຖະມົນຕີ ຄັ້ງທີ 2 ລະຫວ່າງ ກະຊວງພາຍໃນກໍາປູເຈຍ, ກະຊວງ ປກສ ລາວ ແລະ ກະຊວງ ປກສ ຫວຽດນາມ

ກອງປະຊຸມລັດຖະມົນຕີ ຄັ້ງທີ 2 ລະຫວ່າງ ກະຊວງພາຍໃນກໍາປູເຈຍ, ກະຊວງ ປກສ ລາວ ແລະ ກະຊວງ ປກສ ຫວຽດນາມ

ກອງປະຊຸມລັດຖະມົນຕີ ຄັ້ງທີ 2 ລະຫວ່າງ ກະຊວງພາຍໃນກໍາປູເຈຍ, ກະຊວງປ້ອງກັນຄວາມສະຫງົບ(ປກສ) ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ (ປກສ) ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 30 ມິຖຸນາຜ່ານມາ ທີ່ນະຄອນພະນົມເປັນ ຣາຊະອານາຈັກກຳປູເຈຍ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ອະພິສັນຕິບັນດິດ ຊໍ ສົກຂາ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍ, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ທ່ານ ພົນເອກ ເລືອງ ຕາມ ກວາງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ ພ້ອມດ້ວຍຄະນະຜູ້ແທນທັງສາມກະຊວງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານລັດຖະມົນຕີ ສາມກະຊວງ ໄດ້ຜັດປ່ຽນກັນຂຶ້ນນຳສະເໜີສະພາບການຂອງໂລກ, ພາກພື້ນ ແລະ ພາຍໃນປະເທດຂອງຕົນ; ພ້ອມທັງເຫັນດີໃນການສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືຂອງສາມກະຊວງ ໃຫ້ນັບມື້ເພີ່ມທະວີຂຶ້ນໄປເລື້ອຍໆ; ກອງປະຊຸມຄັ້ງນີ້, ມີຄວາມໝາຍ-ຄວາມສຳຄັນຢ່າງຍິ່ງ ຊຶ່ງຈະໄດ້ຮ່ວມມືກັນໃນຫຼາຍດ້ານ ເປັນຕົ້ນ ການເພີ່ມທະວີກຳແໜ້ນສະພາບການແລກປ່ຽນຂໍ້ມູນຂ່າວສານ ທີ່ພົວພັນ ເຖິງຄວາມສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍຂອງສັງຄົມ, ຮ່ວມມືກັນສະກັດກັ້ນຕ້ານອາຊະຍາກຳຄ້າມະນຸດ, ການປະສານສົມທົບສະກັດກັ້ນ ແລະ ຕ້ານຢາເສບຕິດ ແລະ ອາຊະຍາກຳທາງອອນລາຍ, ຍົກສູງໝາກຜົນການຮ່ວມມືໃນຂົງເຂດສັນຕິບານ ປະກອບສ່ວນໃນການປ້ອງກັນຄວາມສະຫງົບແຫ່ງຊາດ ໃນສະພາບການໃໝ່ ແລະ ຮັກສາຄວາມສະຫງົບບໍລິເວນຊາຍແດນຕິດຈອດ ໂດຍສະເພາະ ປະສານສົມທົບ ແລະ ຮ່ວມມືກັນລົງກວດກາລາດຕະເວນຕາມບໍລິເວນຊາຍແດນຂອງສາມປະເທດ ແນໃສ່ຊອກຮູ້ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນຢ່າງທັນການ.

ໂອກາດນີ້, ທ່ານ ພົນໂທ ວັນທອງ ກອງມະນີ ໄດ້ຕາງໜ້າໃຫ້ຄະນະຜູ້ແທນຂັ້ນສູງ ກະຊວງ ປກສ ລາວ ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຄວາມສາມັກຄີຮັກແພງຈາກຄະນະນໍາກະຊວງ ແລະ ພະນັກງານນັກຮົບ ໃນທົ່ວກໍາລັງ ປກສ ລາວ ມາຍັງ-ບັນດາທ່ານໃນທົ່ວກໍາລັງ ປກສ-ຄະນະນໍາ, ກະຊວງພາຍໃນກຳປູເຈຍ ແລະ ຫວຽດນາມ. ພ້ອມນັ້ນ, ກໍໄດ້ສະແດງຄວາມສະໜັບສະໜູນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງກະຊວງພາຍໃນ ແຫ່ງຣາຊະອານາຈັກກຳປູເຈຍທີ່ໄດ້ທຸ່ມເທ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ໃນການເປັນເຈົ້າພາບຈັດກອງປະຊຸມໃນຄັ້ງນີ້; ຊຶ່ງນອກຈາກຈະເປັນການສະແດງໃຫ້ເຫັນເຖິງຄວາມເປັນເອກະພາບ ແລະ ຄວາມເອົາໃຈໃສ່ຂອງສາມກະຊວງໃນການຈັດຕັ້ງຜັນຂະຫຍາຍຖະແຫຼງການຮ່ວມຂອງສາມລັດຖະບານ ໃຫ້ກາຍເປັນຮູບປະທໍາແລ້ວຍັງເປັນໂອກາດອັນດີໃຫ້ຄະນະຜູ້ແທນຂອງສາມກະຊວງ ກໍຄື ເຈົ້າໜ້າທີ່ບັນດາແຂວງ ທີ່ມີຊາຍແດນຮ່ວມຂອງສາມປະເທດ ໄດ້ພົບປະແລກປ່ຽນບົດຮຽນນໍາກັນ, ທັງນີ້ເພື່ອຮ່ວມກັນສະກັດກັ້ນ ແລະ ຕ້ານການເຄື່ອນໄຫວການກໍ່ອາຊະຍາກຳທຸກຮູບແບບ ເພື່ອຜົນປະໂຫຍດລວມຂອງສາມປະເທດ ກຳປູເຈຍ-ລາວ-ຫວຽດນາມ.

ຈາກນັ້ນ, ລັດຖະມົນຕີ ສາມກະຊວງ ກໍໄດ້ອອກຖະແຫຼງການຮ່ວມບັນຫາທີ່ສໍາຄັນ ເພື່ອຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍເພື່ອສະຖຽນລະພາບ ແລະ ການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ ກໍຄື ການຮັບມືຢ່າງມີປະສິດທິພາບຕໍ່ສິ່ງທ້າທາຍຕ່າງໆດ້ານຄວາມສະຫງົບ ທີ່ກຳລັງເກີດຂຶ້ນ ລວມທັງອາຊະຍາກຳຂ້າມຊາດຢູ່ພາກພື້ນ ແລະ ສາກົນ ໃນສະພາບການຟື້ນຟູເສດຖະກິດ-ສັງຄົມ.

ໃນໂອກາດເດີນທາງໄປເຂົ້າຮ່ວມກອງປະຊຸມລະດັບສູງ ທີ່ນະຄອນຫຼວງພະນົມເປັນ, ທ່ານ ພົທ ວັນທອງ ກອງມະນີ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງໄດ້ເຂົ້າຢ້ຽມຂໍ່ານັບທ່ານ ສົມເດັດບໍວໍທິບໍດີ ຮຸ່ນ ມາເນັດ ນາຍົກລັດຖະ ມົນຕີ ແຫ່ງຣາຊະອານາຈັກກໍາປູເຈຍຢ່າງເປັນທາງການ ພາຍຫຼັງທີ່ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມລັດຖະ ມົນຕີ ຄັ້ງທີ 2 ລະຫວ່າງ ສາມກະຊວງ.

ໃນການພົບປະຄັ້ງນີ້, ທ່ານ ພົທ ວັນທອງ ກອງມະນີ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານນາຍົກລັດຖະມົນຕີ ກໍາປູເຈຍ ທີ່ໄດ້ສະຫຼະເວລາອັນມີຄຸນຄ່າໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມນີ້, ທ່ານລັດຖະ ມົນຕີ ຍັງໄດ້ນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ ແລະ ພອນໄຊອັນປະເສີດຈາກການນໍາຂັ້ນສູງຂອງ ພັກ-ລັດ ສປປ ລາວ ສົ່ງເຖິງທ່ານ ສົມເດັດບໍວໍທິບໍດີ ຮຸ່ນ ມາເນັດ ພ້ອມດ້ວຍການນໍາ ແລະ ປະຊາຊົນກໍາປູເຈຍທຸກທົ່ວໜ້າ.

ທ່ານ ພົທ ວັນທອງ ກອງມະນີ ໄດ້ລາຍງານໂດຍຫຍໍ້ ກ່ຽວກັບຜົນສໍາເລັດອັນຈົບງາມຂອງກອງປະຊຸມລັດຖະມົນຕີ 3 ຝ່າຍ (ກໍາປູເຈຍ-ລາວ-ຫວຽດນາມ) ຄັ້ງທີ 2 ຊຶ່ງເປັນຂີດໝາຍອັນສໍາຄັນໃນການຮັດແໜ້ນຄວາມຮ່ວມມືດ້ານວຽກງານປ້ອງກັນຄວາມສະຫງົບ, ການສະກັດກັ້ນອາດຊະຍາກໍາຂ້າມຊາດ ແລະ ການຮັກສາສະຖຽນລະພາບ, ຄວາມເປັນລະບຽບຮຽບຮ້ອຍ ຢູ່ຕາມບໍລິເວນຊາຍແດນຂອງສາມປະເທດ ເພື່ອແນໃສ່ສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການພັດທະນາແບບຍືນຍົງ.

ໂອກາດດຽວກັນ, ທ່ານ ສົມເດັດບໍວໍທິບໍດີ ຮຸ່ນ ມາເນັດ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ຜົນສໍາເລັດຂອງກອງປະຊຸມ 3 ຝ່າຍໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ຄວາມຮ່ວມມືອັນດີງາມ ລະຫວ່າງ ກໍາປູເຈຍ-ລາວ ທີ່ມີມາແຕ່ດົນນານ ແລະ ຢືນຢັນວ່າ ຈະສືບຕໍ່ສະໜັບສະໜູນວຽກງານປ້ອງກັນຄວາມສະຫງົບ ລະຫວ່າງ ສອງກະຊວງ ກໍຄື ສາມປະເທດ ໃຫ້ມີຄວາມແໜ້ນແຟ້ນຍິ່ງໆຂຶ້ນ ໃນຕໍ່ໜ້າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments