ກອງປະຊຸມວຽກງານກວດກາທົ່ວປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນ “ ເພີ່ມທະວີ ວຽກງານຕິດຕາມ ກວດກາ ໃຫ້ເຂັ້ມງວດຮອບດ້ານ ຕ້ານ ແລະ ແກ້ໄຂການສໍ້ລາດບັງຫຼວງ ເດັດຂາດ ໂປ່ງໃສ ແລະ ທັນສະໄໝ ເພື່ອການພັດທະນາປະເທດຊາດ ທີ່ຍືນຍົງ” ໄດ້ໄຂຂຶ້ນໃນວັນທີ 1 ກໍລະກົດ 2026 ທີ່ຫໍປະຊຸມແຫ່ງຊາດ ໃຫ້ກຽດເປັນປະທານໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ຜູ້ປະຈຳການຄະນະເລຂາທິການສູນກາງພັກ ມີບັນດາສະຫາຍກໍາມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ບັນດາສະຫາຍ ກຳມະການສົມບູນ ແລະ ສຳຮອງສູນກາງພັກ ບັດາສະຫາຍຮອງປະທານຄະນະກວດກາສູນກາງພັກ-ອົງການກວດກາແຫ່ງລັດ ຮອງລັດຖະມົນຕີ ປະທານກຳມະການປົກຄອງນະຄອນຫຼວງ-ແຂວງ ບັນດາສະຫາຍປະທານ ຮອງປະທານຄະນະກວດກາພັກຈາກບັນດາກະຊວງ-ອົງການ ແລະ ນະຄອນຫຼວງ-ແຂວງ ພະນັກງານອະວຸໂສບຳນານ ພະນັກງານ-ລັດຖະກອນທົ່ວຄະນະກວດກາສູນກາງພັກ ແລະ ອົງການກວດກາແຫ່ງລັດເຂົ້າຮ່ວມ.

ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ກ່າວເປີດກອງປຊຸມວ່າ: ກອງປະຊຸມວຽກງານກວດກາທົ່ວປະເທດຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາທີ່ສໍາຄັນເປັນຕົ້ນແມ່ນການສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານກວດກາ ໃນໄລຍະ 5 ປີ ຜ່ານມາ ມີຜົນສໍາເລັດ ແລະ ຈຸດອ່ອນ-ຂໍ້ຄົງຄ້າງ ລວມທັງບົດຮຽນຕົວຈິງ ທີ່ຖອດຖອນໄດ້ ພ້ອມທັງບັນດາທິດທາງຄາດໝາຍສູ້ຊົນໃນຕໍ່ໜ້າ ທີ່ຈະຕ້ອງໄດ້ສຸມໃສ່ຈັດຕັ້ງປະຕິບັດ ແຕ່ນີ້ຮອດປີ 2030 ເພື່ອເຮັດໃຫ້ວຽກງານກວດກາພັກ ກວດກາລັດ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ສູນກາງ ແລະ ທ້ອງຖິ່ນ ໃຫ້ມີການຫັນປ່ຽນໃໝ່ຢ່າງຕັ້ງໜ້າຕາມທິດທາງມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ວາງອອກ ໃຫ້ມີປະສິດທິພາບປະສິດທິຜົນຕົວຈິງ.

ຈາກນັ້ນ ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ເລຂາຄະນະພັກ, ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການເຄື່ອນໄຫວວຽກງານກວດກາແຕ່ປີ 2021-2025 ແລະ ທິດທາງແຜນການ 2026-2030 ແລະ ສະຫາຍ ນາງ ປີ່ງຄໍາ ລາຊະສິມມາ ກໍາມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ກໍ່ໄດ້ຂຶ້ນຜ່ານຮ່າງລາຍງານແຜນພັດທະນາວຽກງານກວດກາ 2021-2025 ແລະ ວາງທິດທາງແຜນພັດທະນາ 2026-2030 ພ້ອມນີ້ຜູ້ແທນກອງປະຊຸມກໍໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນກ່ຽວກັບ ບົດຮຽນໃນການນໍາພາ-ຊີ້ນໍາວຽກງານຕິດຕາມ-ກວດກາ ຕໍ່ກອງປະຊຸມ ຫຼັງຈາກນັ້ນ ສະຫາຍ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ, ຮອງເລຂາຄະນະພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ, ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຂຶ້ນຜ່ານຮ່າງມະຕິວ່າດ້ວຍການເພີ່ມທະວີການປ້ອງກັນ ສະກັດກັ້ນ ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ ການສໍ້ລາດບັງຫຼວງ ປະກົດການຫຍໍ້ທໍ້ ການຟູມເຟືອຍໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ. ພ້ອມກັນນັ້ນບັນດາຜູ້ແທນກອງປະຊຸມຍັງກອບຄໍາເຫັນຕໍ່ 3 ຮ່າງເອກະສານດັ່ງກ່າວໃຫ້ມີເນື້ອໃນເລີກເຊີ່ງຕື່ມອີກ.

