ກະຊວງກະສິກຳ ແລະ ສິ່ງແວດລ້ອມສຸມໃສ່ການຄ້ຳປະກັນສະບຽງອາຫານ ແລະ ການຜະລິດເປັນສິນຄ້າເພື່ອສົ່ງອອກເປັນຕົ້ນຊຸກຍູ້ການຜະລິດລະດູແລ້ງ ຂະຫຍາຍເນື້ອທີ່ການປູກພືດສະບຽງອາຫານ ແລະ ພືດອຸດສາຫະກຳລະດູແລ້ງເຊັ່ນ ເຂົ້າ ພືດຕະກູນຖົ່ວ ແລະ ຜັກຕ່າງໆ ໄດ້ບັນລຸຕາມແຜນການ ສ້າງຄວາມໝັ້ນຄົງດ້ານສະບຽງອາຫານພາຍໃນ ແລະ ຫຼຸດຜ່ອນການນຳເຂົ້າຈາກຕ່າງປະເທດ.
ທ່ານ ລິນຄຳ ດວງສະຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໃຫ້ສຳພາດໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະບານເປີດກວ້າງຄັ້ງທີ I ປີ 2026 ວ່າ ນອກຈາກສົ່ງເສີມການຜະລິດເປັນສິນຄ້າເພື່ອສົ່ງອອກແລ້ວຍັງສຸມໃສ່ຍົກລະດັບກຸ່ມການຜະລິດ ແລະ ສະຫະກອນໂດຍຫັນປ່ຽນຮູບແບບການຜະລິດແບບກະແຈກກະຈາຍມາເປັນການຮ່ວມກຸ່ມ ແລະ ສ້າງຕັ້ງສະຫະກອນກະສິກຳທີ່ເຂັ້ມແຂງ ໂດຍເນັ້ນໃສ່ການນຳໃຊ້ເຕັກນິກ ແລະ ເຕັກໂນໂລຊີທີ່ສະອາດເພື່ອຍົກສູງຄຸນນະພາບຜະລິດຕະພັນໃຫ້ໄດ້ມາດຕະຖານການສົ່ງອອກ ໄດ້ສຳເລັດການເປີດຕະຫຼາດກັບປະເທດຄູ່ຄ້າໄດ້ທັງໝົດ 84 ລາຍການ (ສປ ຈີນ 41 ລາຍການ ໃນນັ້ນ ພືດ 36 ລາຍການ ສັດ 5 ລາຍການ ສສ ຫວຽດນາມ ພືດ 19 ລາຍການ ໄທ ພືດ 17 ລາຍການ ແລະ ອັນພົ້ນເດັ່ນໃນວ່າງບໍ່ດົນມານີ້ແມ່ນໄດ້ໄດ້ເຊັນກັບປະເທດກໍາປູເຈຍ ສັດ 1 ລາຍການ ແລະ ພືດ 6 ລາຍການ.
ສຳລັບການສົ່ງອອກພືດ ແລະ ຜະລິດຕະພັນພືດໃນ 5 ເດືອນຜ່ານມາປະຕິບັດໄດ້ 752 ລ້ານໂດລາ ເທົ່າກັບ 62,6 % ຂອງແຜນການ (ແຜນ 1.200 ລ້ານໂດລາ) ໃນນັ້ນ ພືດທີ່ສົ່ງອອກຫຼາຍກ່ວາໝູ່ມີໝາກກ້ວຍ ມັນຕົ້ນແຫ້ງ ໝາກໂມ ແປ້ງມັນຕົ້ນ ແລະ ກະເຟ ການສົ່ງອອກສັດ ແລະ ຜະລິດຕະພັນສັດ ປະຕິບັດໄດ້ 81.21 ລ້ານໂດລາສະຫາລັດ ເທົ່າກັບ 40,6% ຂອງແຜນການ(ແຜນ 200 ລ້ານໂດລາ) ການສົ່ງອອກໄມ້ ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງປະຕິບັດໄດ້ 158,64 ລ້ານໂດລາ ເທົ່າກັບ 31,7% ຂອງແຜນການ.

