ວັນທີ 1 ກໍລະກົດ, ແມ່ນວັນສ້າງຕັ້ງພັກຄອມມູນິດຈີນ, ເຊິ່ງປີນີ້ຄົບຮອບ 105 ປີ (1/7/1921-1/7/2026), ຖືເປັນເຫດການສໍາຄັນທີ່ສະທ້ອນເຖິງເສັ້ນທາງແຫ່ງການພັດທະນາຂອງຈີນຕະຫຼອດໜຶ່ງກວ່າສະຕະວັດຜ່ານມາ. ຈາກພັກນ້ອຍໆ ທີ່ມີສະມາຊິກພຽງ 50 ກວ່າຄົນໃນຕອນເລີ່ມຕົ້ນ, ປັດຈຸບັນໄດ້ກາຍມາເປັນພັກການເມືອງທີ່ມີສະມາຊິກຫຼາຍກວ່າ 100 ລ້ານຄົນ ແລະ ເປັນແກນນໍາສໍາຄັນທີ່ສຸດໃນການຂັບເຄື່ອນຈີນໃຫ້ກາຍເປັນເສດຖະກິດອັນດັບຕົ້ນຂອງໂລກ.
ຕະຫຼອດໄລຍະ 105 ປີຜ່ານມາ, ພັກຄອມມູນິດຈີນ ມີຄວາມມຸ່ງມາດປາດຖະໜາທີ່ຈະນໍາເອົາຄວາມຜາສຸກມາສູ່ປະຊາຊົນຈີນ ດ້ວຍການຟື້ນຟູຄວາມຈະເລີນຮຸ່ງເຮືອງຂອງປະຊາຊາດຈີນຄືນໃໝ່ ໂດຍໄດ້ນໍາພາປະເທດຜ່ານຫຼາຍຍຸກສະໄໝ, ນັບແຕ່ການຕໍ່ສູ້ເພື່ອປົດປ່ອຍຊາດຢ່າງນອງເລືອດໃນສະໜາມຮົບຕ່າງໆ ຢ່າງເດັດດ່ຽວກ້າຫານ ເພື່ອບັນລຸໄຊຊະນະອັນໃຫຍ່ຫຼວງໃນການປະຕິວັດ ປະຊາທິປະໄຕໃໝ່ ເຊັ່ນ: ໃນລະຫວ່າງສົງຄາມໂລກຄັ້ງທີ 2, ສົງຄາມເພື່ອປົດປ່ອຍຊາດ, ສົງຄາມໂຄ່ນລົ້ມພວກສັກດີນາ, ສົງຄາມຕ້ານຈັກກະພັດ, ຕ້ານລູກແຫຼ່ງຕີນມືພວກນາຍທຶນ ແລະ ອື່ນໆ ຈົນສາມາດສະຖາປະນາ ສປ ຈີນໃນວັນທີ 1 ຕຸລາປີ 1949, ແລ້ວສືບຕໍ່ນໍາພາປະຊາຊົນພັດທະນາປະເທດ, ຈາກການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໃນປີ 1978, ແລະ ກ້າວສູ່ຍຸກໃໝ່ແຫ່ງການພັດທະນາທີ່ເນັ້ນຄຸນນະພາບ, ນະວັດຕະກຳ ແລະ ການເປີດປະຕູສູ່ພາຍນອກໃນລະດັບສູງ ເຮັດໃຫ້ລັດຖະບານ ແລະ ປະຊາຊົນຈີນ ສາມາດຜ່ານຜ່າທຸກວິກິດການມາໄດ້ດ້ວຍດີ ເຊັ່ນ: ວິກິດການທາງດ້ານເສດຖະກິດໃນພາກພື້ນອາຊີໃນຊຸມປີ 1997, ວິກິດການເສດຖະກິດໃນພາກພື້ນອື່ນຂອງໂລກ, ການແພ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ.
ສິ່ງທີ່ສ້າງຄວາມໜ້າອັດສະຈັນ ແລະ ເປັນບົດຮຽນສໍາຄັນໃຫ້ແກ່ໂລກໃນການນໍາພາຂອງພັກຄອມມູນິດຈີນ ແມ່ນການນໍາພາຈີນບັນລຸເປົ້າໝາຍການລົບລ້າງຄວາມທຸກຍາກຂອງປະຊາຊົນ 100 ລ້ານຄົນ ພາຍໃນເວລາ 8 ປີ, ເຊິ່ງເປັນໄຊຊະນະອັນຍິ່ງໃຫຍ່ທີ່ສຸດ, ເປັນຄວາມພາກພູມໃຈທີ່ສຸດຂອງພັກ ແລະ ຂອງປະຊາຊົນຈີນ ເຊິ່ງບໍ່ມີປະເທດໃດໃນໂລກເຮັດໄດ້ໃນເວລາສັ້ນແບບນີ້. ຂະນະດຽວກັນ, ໃນທ່າມ ກາງສະພາບການປ່ຽນແປງຂອງໂລກທີ່ບໍ່ເຄີຍມີມາກ່ອນໃນຮອບໜຶ່ງຮ້ອຍປີ, ພາຍໃຕ້ການນໍາພາຂອງພັກຄອມມູນິດຈີນ ເສດຖະກິດຈີນສືບຕໍ່ເຕີບໂຕຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ ເຊິ່ງສະແດງອອກໃນໄລຍະ 5 ປີ ຂອງການປະຕິບັດແຜນພັດທະນາ 5 ປີ ຄັ້ງທີ 14 (2021-2025) ເສດຖະກິດຈີນເຕີບໂຕສະເລ່ຍບໍ່ຫຼຸດ 5% ຕໍ່ປີ, ເຮັດໃຫ້ຈີນສືບຕໍ່ເປັນປະເທດທີ່ມີຂະໜາດເສດຖະກິດໃຫຍ່ອັນດັບສອງຂອງໂລກ ແລະ ສືບຕໍ່ປະກອບສ່ວນເຂົ້າໃນການເຕີບໂຕຂອງເສດຖະກິດໂລກປະມານ 30% ເປັນເວລາຫຼາຍປີ.

ພ້ອມນີ້, ຫຼາຍຂົງເຂດຂອງຈີນໄດ້ຮັບການພັດທະນາຢ່າງກ້າວກະໂດດ ແລະ ຈັດຢູ່ອັນດັບຕົ້ນຂອງໂລກ ເຊັ່ນ: ຈີນຢູ່ອັນດັບຕົ້ນຂອງໂລກໃນການຄົ້ນຄວ້າວິທະຍາສາດເຕັກໂນໂລຊີ, ເປັນປະເທດຄູ່ການຄ້າລາຍໃຫຍ່ທີ່ສໍາຄັນຂອງໂລກ ໂດຍເປັນຄູ່ການຄ້າກັບ 150 ປະເທດ ແລະ ເຂດແຄວ້ນທົ່ວໂລກ, ມີເຄືອຂ່າຍເສັ້ນທາງລົດໄຟຄວາມໄວສູງຍາວທີ່ສຸດໃນໂລກ (ຫຼາຍກວ່າ 48.000 ກິໂລ ແມັດ), ເປັນຜູ້ຜະລິດ ແລະ ສົ່ງອອກລົດໄຟຟ້າອັນດັບໜຶ່ງຂອງໂລກ, ເປັນໜຶ່ງໃນບັນດາຜູ້ນໍາຂອງໂລກດ້ານ AI, ຖານຂໍ້ມູນຂະໜາດໃຫຍ່, ການປະຍຸກໃຊ້ AI ເຂົ້າໃນອຸດສາຫະກໍາ, ຄວາມສາມາດຜະລິດໄຟຟ້າດ້ວຍພະລັງງານໝູນວຽນຂອງຈີນສູງທີ່ສຸດໃນໂລກ, ມາຮອດປີ 2025 ຈໍານວນກຸ່ມອຸດສາຫະກຳດ້ານນະວັດຕະກຳຂອງຈີນທີ່ນອນໃນ 100 ກຸ່ມອຸດສາຫະກໍາດ້ານນະວັດຕະກໍາທີ່ເຂັ້ມແຂງທົ່ວໂລກເປັນອັນດັບໜຶ່ງຂອງໂລກ 3 ປີຕິດຕໍ່ກັນ, ສ່ວນດ້ານອະວະກາດ: ຈີນສໍາເລັດສ້າງສະຖານີອາວະກາດທຽນກົງ ແລະ ສາມາດສົ່ງຍານລົງສໍາຫຼວດທາງໄກຂອງດວງຈັນໄດ້ ແລະ ອື່ນໆ.
ປັດຈຸບັນ, ສປ ຈີນ ມີສະຖຽນລະພາບທາງດ້ານການເມືອງ ແລະ ເສດຖະກິດ-ສັງຄົມຂອງປະເທດໄດ້ຮັບການພັດທະນາຢ່າງວ່ອງໄວ ແລະ ໝັ້ນທ່ຽງ ເຮັດໃຫ້ຈີນມີຊື່ສຽງ ແລະ ບົດບາດອິດທິພົນນັບມື້ສູງເດັ່ນຂຶ້ນຢູ່ໃນເວທີສາກົນ, ຂະນະທີ່ 4 ຂໍ້ລິເລີ່ມທົ່ວໂລກ (ຂໍ້ລິເລີ່ມການພັດທະນາທົ່ວໂລກ, ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ, ຂໍ້ລິເລີ່ມອະລິຍະທໍາທົ່ວໂລກ ແລະ ຂໍ້ລິເລີ່ມການບໍລິຫານທົ່ວໂລກ) ທີ່ສະເໜີໂດຍ ທ່ານ ສີ ຈິ້ນຜິງ ນັບມື້ໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກທົ່ວໂລກ, ເຊັ່ນດຽວກັບຂໍ້ລິເລີ່ມໃໝ່ເພື່ອຮ່ວມກັນພັດທະນາເສດຖະກິດ-ສັງຄົມໃນພາກພື້ນ ແລະ ສາກົນ ເຊັ່ນ: ຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ, ທະນາຄານການລົງທຶນເພື່ອພັດທະນາພື້ນຖານໂຄງລ່າງອາຊີ, ທະນາຄານພັດທະນາໃໝ່ໃນ BRICS, ການຮ່ວມມືແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ, ສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ແລະ ອື່ນໆ ທີ່ແນໃສ່ສ້າງການພົວພັນສາກົນແບບໃໝ່ ແລະ ສ້າງປະຊາຄົມຮ່ວມຊາຕາກໍາຂອງມວນມະນຸດ ໂດຍໝູນໃຊ້ຜົນສໍາເລັດການພັດທະນາໃໝ່ຂອງຈີນເຂົ້າໃນການພັດທະນາໂລກ ນັບມື້ໄດ້ຮັບການສະໜັບສະໜູນ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິພາບຈາກທົ່ວໂລກ.
ດ້ວຍການພັດທະນາປະເທດທີ່ພົ້ນເດັ່ນຂອງຈີນ ເຮັດໃຫ້ທົ່ວໂລກຕ່າງຍອມຮັບ ແລະ ຊື່ນຊົມຕໍ່ ໝາກຜົນດັ່ງກ່າວ, ແລະ ບັນດາບັນດາການນໍາຂັ້ນສູງຈາກທົ່ວໂລກຕ່າງຜັດປ່ຽນກັນມາຢ້ຽມຢາມຈີນຢ່າງຕໍ່ເນື່ອງ, ໃນນັ້ນລວມທັງ, ທ່ານ ໂດນັນ ທຣໍາ ປະທານາທິບໍດີອາເມລິກາ, ທ່ານ ວະລາດີເມຍ ປູຕິນ ປະທາ ນາທິບໍດີ ຣັດເຊຍ ແລະ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາ ຊົນປະຕິວັດລາວ, ປະທານປະເທດລາວ, ເຊິ່ງສະທອ້ນໃຫ້ເຫັນເຖິງບົດບາດອິດທິພົນ, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເປັນຜູ້ນໍາທີ່ເປັນຕົວແບບຂອງຈີນພາຍໃຕ້ການນໍາພາຂອງພັກຄອມມູນິດຈີນທີ່ມີຕໍ່ໂລກພາຍນອກ.

ເວົ້າສະເພາະການຢ້ຽມຢາມຈີນຂອງ ທ່ານ ທອງລຸນ ສີສຸລິດ ເມື່ອບໍ່ດົນມານີ້, ສອງຝ່າຍໄດ້ອອກຖະແຫຼງການຮ່ວມລະຫວ່າງ ສປປ ລາວ ແລະ ສປ ຈີນ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່. ຝ່າຍລາວໄດ້ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ການສ້າງຕັ້ງພັກຄອມມູນິດຈີນ ຄົບຮອບ 105 ປີ, ຕີລາຄາສູງວ່າ ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 18 ຂອງພັກຄອມມູນິດຈີນ ເປັນຕົ້ນມາ, ເມື່ອປະເຊີນໜ້າກັບໂລກທີ່ມີການຜັນແປຢ່າງສະ ຫຼັບສັບຊ້ອນ, ສູນກາງພັກຄອມມູນິດຈີນທີ່ມີ ທ່ານ ສີ ຈິ້ນຜິງ ເປັນແກນກາງ ໄດ້ນໍາໃຊ້ມາດຕະການທີ່ມີລັກສະນະຍຸດທະສາດ, ດໍາເນີນພຶດຕິກໍາທີ່ມີລັກສະນະປ່ຽນແປງ, ໄດ້ບັນລຸຄວາມຄືບໜ້າແບບບຸກທະລຸໃນດ້ານຕ່າງໆ, ຍາດໄດ້ຜົນສໍາເລັດທີ່ເປັນຂີດໝາຍ, ເຊິ່ງໄດ້ຊຸກຍູ້ພາລະກິດ ພັກ, ລັດ ບັນລຸຜົນງານທີ່ມີລັກສະນະປະຫວັດສາດ, ເກີດການປ່ຽນແປງທີ່ມີລັກສະນະປະຫວັດສາດ. ພ້ອມນີ້ ຝ່າຍລາວ ຍັງໄດ້ອວຍ ພອນ ແລະ ເຊື່ອໝັ້ນວ່າ: ພາຍໃຕ້ການນໍາພາອັນເຂັ້ມແຂງຂອງສູນກາງພັກຄອມມູນິດຈີນ ທີ່ມີ ທ່ານ ສີ ຈິ້ນຜິງ ເປັນແກນກາງນັ້ນ, ພັກ ລັດ ແລະ ປະຊາຊົນຈີນ ຈະສໍາເລັດໜ້າທີ່ເປົ້າໝາຍທຸກປະການທີ່ກໍານົດໄວ້ໃນແຜນພັດທະນາ 5 ປີ ຄັ້ງທີ 15 ຂອງຈີນ.
ດ້ວຍການຍຶດໝັ້ນຖືປະຊາຊົນເປັນກົກ, ການຈັດຕັ້ງປະຕິບັດຕາມອຸດົມການຂອງພັກແຕ່ຫົວທີ ແລະ ມີຄວາມຮັບຜິດຊອບຕໍ່ພາລະກຳຢ່າງສະເໝີຕົ້ນສະເໝີປາຍ, ບວກກັບຄວາມມີລະບຽບວິໄນຂອງພັກ ແລະ ການປະຕິຮູບພາຍໃນພັກ ແມ່ນແກ່ນສານທີ່ຖ່າຍທອດຈາກຮຸ່ນສູ່ຮຸ່ນຂອງພັກຄອມມູນິດຈີນ ແລະ ການເຮັດແທ້ທໍາຈິງ ຈິ່ງເຮັດໃຫ້ພັກຄອມມູນິດຈີນມີຄວາມເຂັ້ມແຂງໜັກແໜ້ນ ແລະ ໄດ້ຮັບການສະໜັບສະໜູນອຸ້ມຊູຈາກປະຊາຊົນຈີນດ້ວຍດີມາໂດຍຕະຫຼອດ, ທັງສາມາດເຮັດສໍາເລັດພາລະກໍາອັນຍິ່ງໃຫຍ່ໃນການປ່ຽນໂສມໜ້າປະເທດຈີນສູ່ຄວາມທັນສະໄໝທີ່ມີລັກສະນະສີສັນພິເສດແບບຈີນ, ແລ້ວກ້າວຂຶ້ນເປັນໜຶ່ງໃນບັນດາປະເທດທີ່ມີບົດບາດອິດທິພົນຕໍ່ໂລກ ແລະ ເປັນແຮງຂັບເຄື່ອນສໍາຄັນຕໍ່ການເຕີບໂຕຂອງເສດຖະກິດໂລກພາຍໃນເວລາບໍ່ດົນ ເຊິ່ງຖືເປັນເລື່ອງທີ່ໜ້າອັດສະຈັນສໍາລັບການພັດທະນາປະເທດທີ່ມີເນື້ອທີ່ກວ້າງໃຫຍ່ໄພສານ ແລະ ມີປະຊາກອນຫຼາຍກວ່າ 1,4 ຕື້ຄົນ, ເຊິ່ງ ທ່ານ ສີ ຈິ້ນຜິງ ເຄີຍກ່າວກ່ຽວກັບພັກກອມມູນິດຈີນວ່າ “ຈາກເຮືອ ລໍານ້ອຍທີ່ສາມາດຜ່ານຜ່າພະຍຸຝົນລົມແດງໄດ້ ໃນທີ່ສຸດໄດ້ກາຍເປັນກຳປັ່ນລໍາໃຫຍ່ທີ່ນຳພາປະເທດຈີນກ້າວເດີນໄປໄກແສນໄກຢ່າງໜັກແໜ້ນ.”
ຜົນສໍາເລັດທີ່ໂດດເດັ່ນທີ່ສຸດຂອງການນຳພາຂອງພັກຄອມມູນິດຈີນຕະຫຼອດ 105 ປີ ຄື ຄວາມສາມາດໃນການປ່ຽນຈີນຈາກປະເທດທີ່ທຸກຍາກຈົນ ແລະ ຫຼ້າຫຼັງ ໃຫ້ກາຍເປັນປະເທດທີ່ມີຂະໜາດເສດ ຖະກິດໃຫຍ່ອັນດັບສອງຂອງໂລກ ແລະ ເປັນປະເທດທີ່ເຂັ້ມແຂງດ້ານວິທະຍາສາດເຕັກໂນໂລຊີຂອງໂລກ. ສະນັ້ນ ການຄົບຮອບ 105 ປີ ຂອງພັກຄອມມູນິດຈີນ ຈຶ່ງບໍ່ຄວນຖືກເບິ່ງເປັນພຽງເຫດການທາງປະຫວັດສາດ ເທົ່ານັ້ນ. ແຕ່ຄວນເບິ່ງວ່າ ນີ້ແມ່ນການສະທ້ອນໃຫ້ເຫັນແນວຄິດຊີ້ນໍາບໍລິຫານປະເທດທີ່ສາມາດປັບຕົວຕາມສະພາບແວດລ້ອມໂລກ, ການວາງແຜນໄລຍະຍາວ, ລົງທຶນໃນນະວັດຕະກຳ ແລະ ມຸ່ງສ້າງຂີດຄວາມສາມາດໃນການແຂ່ງຂັນໃນອະນາຄົດ ດ້ວຍການເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ບົດຮຽນທີ່ສໍາຄັນບໍ່ແມ່ນການຮຽນແບບຮູບແບບການພັດທະນາຂອງຈີນ ແຕ່ແມ່ນການນຳເອົາແນວຄິດເລື່ອງວິໄສທັດໄລຍະຍາວ, ການສ້າງຄົນ ແລະ ການສ້າງນະວັດຕະກຳ ມາປັບໃຊ້ໃຫ້ເໝາະກັບເງື່ອນໄຂຂອງແຕ່ລະປະເທດ. ນີ້ຄືບົດຮຽນທີ່ມີຄຸນຄ່າທີ່ສຸດຈາກການເດີນທາງກວ່າ ໜຶ່ງສະຕະວັດຂອງພັກຄອມມູນິດຈີນ.
ໂດຍ: BT, ວສລ

