ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 30 ມິຖຸນານີ້, ທ່ານ ຈອດໂຣດຣິເກຊ (Jorge Rodriguez) ປະທານສະພາແຫ່ງຊາດ ເວເນຊູເອລາ ໄດ້ເປີດເຜີຍຄັ້ງຫລ້າສຸດວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໄດ້ເພີ່ມຂຶ້ນ 1.719 ຄົນ ແລະ ຕົວເລກຜູ້ເສຍຊີວິດອາດເພີ່ມສູງຂຶ້ນຢ່າງຕໍ່ເນື່ອງ. ນອກນີ້ ຍັງມີຜູ້ບາດເຈັບຫລາຍກວ່າ 5.000 ຄົນ. ຂະນະທີ່ກະຊວງການຕ່າງປະເທດ ສະຫະລັດອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳເງິນຫລາຍກວ່າ 300 ລ້ານໂດລາສະຫະລັດ ເພື່ອໜູນຊ່ວຍໃຫ້ເວເນຊູເອລາ, ເພີ່ມຂຶ້ນທົບ 2 ເທົ່າ ເມື່ອທຽບໃສ່ກັບຄຳໝັ້ນສັນຍາກ່ອນນັ້ນແມ່ນ 150 ລ້ານໂດລາສະຫະລັດ. ຕາມແຈ້ງການ, ບ້ວງເງິນຊ່ວຍເຫລືອນີ້ຈະສະໜອງບໍລິການສົ່ງເສີມການແພດສຸກເສີນ, ໜູນຊ່ວຍທັນຍະຫານ, ນ້້ຳດື່ມ ແລະ ອະນາໄມ, ບ່ອນຜັກອາໄສ, ການປ້ອງກັນ ແລະ ພາລະທິການ. ນອກນັ້ນ, ສະຫະລັດອາເມລິກາ ໄດ້ຜັນຂະຫຍາຍ 4 ທິມ ຊອກຫາ ແລະ ກູ້ໄພກູ້ຊີບຕົວເມືອງໄປຍັງເວເນຊູເອລາ, ລວມມີໜ່ວຍກູ້ໄພຫລາຍກວ່າ 30 ຄົນ ແລະ ໝາກູ້ໄພເກືອບ 20 ໂຕ. ນອກນີ້ຍັງມີອີກຫລາຍປະເທດພວມໃຫ້ການຊ່ວຍເຫລືອເວເນຊູເອລາ ຢ່າງຮີບດ່ວນຊຶ່ງເປັນສູນເສຍຄັ້ງໃຫຍ່ສຸດໃນປະເທດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

