ເມື່ອບໍ່ດົນມານີ້, ຢູ່ດ່ານສາກົນບໍ່ເຕນ ແຂວງຫລວງນໍ້າທາ ສປປ ລາວ, ກົມຕຳຫລວດເສດຖະກິດ ກົມໃຫຍ່ຕໍາຫລວດ ແລະ ກົມພົວພັນຕ່າງປະເທດ ຫ້ອງວ່າການ ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫລວດ ລາວ-ຈີນ ຈັດພິທີມອບ-ຮັບ ຜູ້ຖືກຫາສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ (ແກ້ງສະແກມເມີ) ສັນຊາດຈີນ ຈໍານວນ 98 ຄົນ, ຍິງ 2 ຄົນ ແລະ ເຄື່ອງວັດຖຸຂອງກາງ ໃຫ້ເຈົ້າໜ້າທີ່ຕຳຫລວດ ສປ ຈີນ ເພື່ອນໍາຕົວໄປດຳເນີນຄະດີຢູ່ ສປ ຈີນ.

ພວກກຸ່ມແກ້ງສະແກມເມີດັ່ງກ່າວ ໄດ້ມີການເຄື່ອນໄຫວກໍ່ອາຊະຍາກຳໂດຍການສໍ້ໂກງຊັບ ທາງລະບົບໂທລະຄົມ ແລະ ການສື່ສານ ຢູ່ ສປປ ລາວ. ໃນນີ້, ຖືກເຈົ້າໜ້າທີ່ ກົມຕຳຫລວດເສດຖະກິດ ກົມໃຫຍ່ຕໍາຫລວດ ຈັບຕົວໃນວັນທີ 3 ມິຖຸນາ 2026 ສະຖານທີ່ເຮືອນເຊົ່າ ຢູ່ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈໍານວນ 26 ຄົນ ແລະ ຖືກເຈົ້າໜ້າທີ່ ພະແນກຕໍາຫລວດເສດຖະກິດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ ຈັບຕົວໄດ້ 3 ຈຸດ ໃນນະຄອນໄກສອນ ແຂວງສະຫວັນນະເຂດ ຄື: ຈຸດເຮືອນພັກກິ່ງທອງ ຕັ້ງຢູ່ບ້ານໂພນສະຫວ່າງໃຕ້, ຈຸດເຮືອນພັກໂມທິບເກົ່າ ຕັ້ງຢູ່ບ້ານໂພນສະຫວ່າງເໜືອ ແລະ ຈຸດສາງສິນຄ້າ ຕັ້ງຢູ່ບ້ານນາເລົ່າ ລວມມີ 72 ຄົນ, ຍິງ 2 ຄົນ. ຫາກພົບເຫັນບຸກຄົນ ຫລື ກຸ່ມຄົນທີ່ໜ້າສົງໄສ ແມ່ນໃຫ້ແຈ້ງເຈົ້າໜ້າທີ່ຕໍາຫລວດຢ່າງຮີບດ່ວນ ຫລື ສາມາດແຈ້ງມາຍັງເພຈ ກົມຕໍາຫລວດເສດຖະກິດ ຫລື ເບີໂທລະສັບ 02055309911
ຂ່າວ: ກົມໃຫຍ່ຕຳຫລວດ

