ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ແມ່ນ້ຳເຫລືອງເປັນແມ່ນ້ຳມານດາຂອງປະຊາຊາດຈີນ, ເປັນແຫລ່ງກຳເນີດຕົ້ນຕໍຂອງອະລິຍະທຳຈີນທີ່ເກົ່າແກ່ ແລະ ຍິ່ງໃຫຍ່. ການອະນຸລັກແມ່ນ້ຳເຫລືອງ ເປັນພາລະກິດຍາວນານທີ່ພົວພັນເຖິງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນ. ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ ເປັນຕົ້ນມາ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ໄດ້ລົງເຄື່ອນໄຫວສຳຫລວດ ກວດກາສະພາບການອະນຸລັກ ແລະ ພັດທະນາສິ່ງແວດລ້ອມທຳມະຊາດຕາມລ້ອງແມ່ນ້ຳເຫລືອງ ຫລາຍເທື່ອ, ເພື່ອຊີ້ແຈ້ງທິດທາງໃຫ້ແກ່ການອະນຸລັກ ປັບປຸງແມ່ນ້ຳເຫລືອງ ແລະ ຫັນປ່ຽນຮູບແບບການພັດທະນາຂອງເຂດແຄວ້ນຢູ່ລຽບຕາມລ້ອງແມ່ນ້ຳເຫລືອງ, ວາງແຜນວາດແຫ່ງຍຸດທະສາດລະດັບຊາດເພື່ອອະນຸລັກສິ່ງແວດລ້ອມທຳມະຊາດ ແລະ ການພັດທະນາທີ່ມີຄຸນນະພາບສູງຢູ່ລ້ອງແມ່ນ້ຳເຫລືອງ.
ຢູ່ນິຄົມຕ້າວຢວີ (ນິຄົມການທ່ອງທ່ຽວແບບອະນຸລັກຊົນນະບົດ) ເມືອງເຮີ້ລານ ນະຄອນຢິນຊ່ວນ ເຂດປົກຄອງຕົນເອງເຜົ່າຫຸຍນິງເຊ້ຍຈີນ, ມີທົ່ງນາຂຽວອຸ່ມທຸ່ມທີ່ກວ້າງໄກ. ນັກທ່ອງທ່ຽວສາມາດດື່ມກາເຟ ພັກຜ່ອນຢູ່ໃນຕູບຜ້າເຕັ້ນຕາມແຄມທົ່ງນາ, ພ້ອມທັງໄດ້ຟັງສຽງເປັດຮ້ອງຈາກທົ່ງນາ, ປະສົມປະສານກັບສຽງດົນຕີທີ່ພັດມາຈາກທາງໄກ. ມັນເປັນສິ່ງທີ່ຈິນຕະນາການໄດ້ຍາກວ່າ ແຫລ່ງທ່ອງທ່ຽວອັນສວຍງາມທີ່ມີນັກທ່ອງທ່ຽວໄປມາຢ່າງບໍ່ຂາດສາຍແຫ່ງນີ້, ເຄີຍເປັນດິນເຄັມທີ່ເຮັດໃຫ້ຊາວບ້ານກັງວົນ ແລະ ໝົດປັນຍາ. ສຳລັບ ບ້ານຊື້ສືຫລີຕ້ຽນ ທີ່ສວນຕ້າວຢວີ ຕັ້ງຢູ່ນັ້ນ, ຍ້ອນຕັ້ງຢູ່ພື້ນທີ່ຕ່ຳຂອງເຂດປູກຝັງດ້ວຍການລະບາຍນ້ຳຈາກແມ່ນ້ຳເຫລືອງ, ຈຶ່ງບໍ່ສາມາດລະບາຍນ້ຳອອກຢ່າງໂລ່ງລ່ຽນ, ບວກກັບວ່າ ດິນຟ້າອາກາດແຫ້ງແລ້ງ, ນ້ຳຖືກລະເຫີຍຢ່າງໜັກໜ່ວງ, ສະນັ້ນຈຶ່ງມີບັນຫາເຮັດໃຫ້ເປັນດິນເຄັມຢ່າງໜັກໜ່ວງ.
ແຕ່ການກຳເນີດເກີດຂຶ້ນຂອງຮູບແບບການປະສົມປະສານການປູກເຂົ້າກັບການລ້ຽງສັດ ໄດ້ແກ້ໄຂບັນຫາດັ່ງກ່າວ. ປີ 2012, ຢູ່ທ້ອງຖິ່ນດັ່ງກ່າວ ໄດ້ທົດລອງ ຄົ້ນຄວ້າຮູບແບບການປະສົມປະສານການປູກເຂົ້າ ກັບການລ້ຽງສັດ, ໂດຍຜ່ານການສ້າງທົ່ງນາມາດຕະຖານສູງ, ປັບປຸງດິນເຄັມດ້ວຍການລ້ຽງສັດ, ປູກຝັງ ແລະ ລ້ຽງສັດແບບໝູນວຽນ ແລະ ວິທີອື່ນໆເພື່ອປັບປຸງດິນເຄັມ, ແລ້ວສ້າງລະບົບການປູກຝັງປະສົມປະສານກັບການລ້ຽງປູ ປາ ແລະ ເປັດ. ຫລັງຈາກຄົ້ນຄວ້າ ທົດລອງມາເປັນເວລາ 10 ກວ່າປີ, ດິນເຄັມໃນເມື່ອກ່ອນໄດ້ຟື້ນຟູຄວາມມີຊີວິດຊີວາເທື່ອລະກ້າວ. ຮອດປັດຈຸບັນນີ້, ຢູ່ໃນເຂດນິຄົມແຫ່ງນີ້ໄດ້ສ້າງລະບົບນ້ຳໝູນວຽນແບບວົງຈອນປິດ “ທົ່ງນາ-ຄອງອ້ອມນາ-ສະລ້ຽງປາ”, ລະບາຍນ້ຳຈາກແມ່ນ້ຳເຫລືອງ ເຂົ້າສູ່ທົ່ງນາແລ້ວ, ນ້ຳທີ່ລະບາຍອອກຈາກທົ່ງນານັ້ນຈະໄຫລເຂົ້າສູ່ຄອງອ້ອມນາເພື່ອລ້ຽງເປັດລ້ຽງປູ, ແລ້ວໄຫລເຂົ້າສູ່ສະລ້ຽງປາ ລ້ຽງກຸ້ງ, ສຸດທ້າຍກໍໃຊ້ປ້ຳສູບນ້ຳກັບຄືນສູ່ທົ່ງນາໃຊ້ສຳລັບປູກເຂົ້າ.
ໂດຍຜ່ານການນຳໃຊ້ຊັບພະຍາກອນນ້ຳແບບໝູນວຽນ ພ້ອມກັບການປະສົມປະສານການປູກຝັງ ກັບການລ້ຽງສັດ, ນ້ຳທີ່ນຳມາຈາກແມ່ນ້ຳເຫລືອງ ບໍ່ພຽງແຕ່ໄດ້ລະບາຍເຂົ້ານາເທົ່ານັ້ນ, ທັງໄດ້ນຳໃຊ້ເຂົ້າໃນການລ້ຽງປູປາ ແລະ ລ້ຽງເປັດ, ຍິ່ງໄດ້ເຮັດໃຫ້ກຳເນີດຮູບແບບທຸລະກິດການທ່ອງທ່ຽວ ແລະ ວັດທະນະທຳອັນໃໝ່, ຢູ່ນິຄົມຕ້າວຢວີ ຄ່ອຍໆສ້າງຮູບແບບອຸດສາຫະກຳທີ່ປະສົມປະສານ “ການປູກຝັງ+ການລ້ຽງສັດ+ການທ່ອງທ່ຽວ”.
ຂໍ້ມູນສະຖິຕິສະແດງໃຫ້ເຫັນວ່າ ປີ 2025, ຢູ່ນິຄົມຕ້າວຢວີ ມີລາຍຮັບຈາກການປູກເຂົ້າໄດ້ຫລາຍກວ່າ 6 ລ້ານຢວນ, ລາຍຮັບຈາກການລ້ຽງປາ ປູ ແລະ ເປັດໄດ້ຫລາຍກວ່າ 1 ລ້ານຢວນ, ລາຍຮັບຈາກການທ່ອງທ່ຽວ ຫລາຍກວ່າ 7 ລ້ານຢວນ. ຈາກການປັບປຸງດິນເຄັມຮອດການພັດທະນາກະສິກຳແບບໝູນວຽນ, ຈາກການປູກຝັງພຽງຢ່າງດຽວຮອດການພັດທະນາກະສິກຳ ການທ່ອງທ່ຽວ ແລະ ວັດທະນະທຳແບບເຊື່ອມໂຍງເຂົ້າກັນ, ນ້ຳຢອດໜຶ່ງຈາກແມ່ນ້ຳເຫລືອງ ໄດ້ຖືກນຳໃຊ້ຢ່າງມີປະສິດທິຜົນສູງຢູ່ທີ່ແຫ່ງນີ້, ທັງເປັນສັກຂີພິຍານໃຫ້ແກ່ການປ່ຽນແປງຂອງວິທີການນຳໃຊ້ນ້ຳຢູ່ທ້ອງຖິ່ນແຫ່ງນີ້. ນີ້ກໍແມ່ນພຶດຕິກຳທີ່ມີຊີວິດຊີວາຂອງປະຊາຊົນຈີນ ໃນການຄົ້ນຄວ້າ ແລະ ປັບປຸງແມ່ນ້ຳເຫລືອງ ໃນຕະຫລອດໄລຍະຫລາຍສິບປີມານີ້, ເຮັດໃຫ້ຊັບພະຍາກອນນ້ຳຂອງແມ່ນ້ຳເຫລືອງ ທີ່ມີຈຳກັດເສີມຂະຫຍາຍປະສິດທິຜົນຫລາຍກວ່າເກົ່າ, ໃນຂະນະທີ່ປ້ອງກັນຄວາມປອດໄພດ້ານສິ່ງແວດລ້ອມທຳມະຊາດ, ຍັງສາມາດຄ້ຳຊູການພັດທະນາການຜະລິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນນຳອີກ.

