ຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ນໍາໂດຍ ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ (ຄຕພ) ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄະນະປະຈຳ ຄັ້ງທີ 3 ຂອງເວທີປຶກສາຫາລື ຂອງບັນດາຝ່າຍສະໜັບສະໜູນການຕໍ່ສູ້ຕ້ານການປະຕິບັດ ໃນສະໄໝໃໝ່ ຂອງລັດທິລ່າເມືອງຂຶ້ນແບບໃໝ່ ແລະ ກອງປະຊຸມສໍາມະນາດ້ານກົດໝາຍສາກົນ ເຊັນປີເຕີສະເບີກ ຄັ້ງທີ 14 ຊຶ່ງຈັດຂຶ້ນທີ່ເມືອງເຊັນປີເຕີສະເບີກ, ສະຫະພັນຣັດເຊຍ ໃນລະຫວ່າງວັນທີ 24-26 ມິຖຸນາ 2026 ນີ້ ໂດຍການເປັນເຈົ້າພາບຂອງ ພັກຣັດເຊຍເອກະພາບ, ມີຄະນະຜູ້ແທນຈາກພັກການເມືອງທີ່ເປັນຄະນະປະຈຳຂອງຂອບການຮ່ວມມືດັ່ງກ່າວ ແລະ ບັນດາພັກການເມືອງຄູ່ຮ່ວມສັງເກດການ ທີ່ມາຈາກທະວີບອາຊີ, ເອີຣົບ, ອາຟຣິກາ ແລະ ອາເມລິກາລາຕິນ ຫລາຍກວ່າ 20 ປະເທດ ເຂົ້າຮ່ວມ.
ໃນພິທີ ທ່ານ ອັນເດຣ ກລີມົບ ສະມາຊິກສະພາສູງ ຂອງພັກຣັດເຊຍເອກະພາບ ໄດ້ມີຄຳເຫັນເນັ້ນໜັກກ່ຽວກັບ ສະພາບການສາກົນໃນປັດຈຸບັນ, ບັນດາການເຄື່ອນໄຫວຜ່ານມາ ຂອງຂະບວນການ ແລະ ຊີ້ໃຫ້ເຫັນເຖິງ ຄວາມຈຳເປັນໃນການເສີມຂະຫຍາຍການພົວພັນຮ່ວມມື ຂອງບັນດາພັກການເມືອງ ເພື່ອຕ້ານການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ໄດ້ປະກອບຄຳເຫັນ ໂດຍໄດ້ຍົກໃຫ້ເຫັນເຖິງພຶດຕິກຳຕົວຈິງຂອງລັດທິລ່າເມືອງຂຶ້ນແບບໃໝ່ ທີ່ພວມຂະຫຍາຍຕົວຢູ່ພາກພື້ນຕ່າງໆໃນໂລກ, ແລກປ່ຽນບົດຮຽນໃນການຕອບຕ້ານ ແລະ ຮັບມືກັບຜົນກະທົບຂອງລັດທິລ່າເມືອງຂຶ້ນແບບໃໝ່.
ໂອກາດດັ່ງກ່າວ, ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈຕໍ່ການເຊື້ອເຊີນຂອງພັກຣັດເຊຍເອກະພາບ ແລະ ໄດ້ຕີລາຄາສູງຕໍ່ກອງປະຊຸມດັ່ງກ່າວ, ພ້ອມທັງ ເນັ້ນເຖິງຄຸນຄ່າຂອງຄວາມເປັນເອກະລາດ ແລະ ເສລີພາບ ຂອງລັດທີ່ມີອະທິປະໄຕ ຊຶ່ງ ສປປ ລາວ ໄດ້ຜ່ານຂະບວນການຕໍ່ສູ້ຢ່າງຍືດເຍື້ອຍາວນານ ກ່ອນຈະບັນລຸເປົ້າໝາຍດັ່ງກ່າວ. ພ້ອມກັນນັ້ນ, ກໍໄດ້ຢໍ້າຄືນເຖິງຄວາມຈໍາເປັນໃນການຮັກສາຫລັກການພົວພັນລະຫວ່າງປະເທດ ບົນພື້ນຖານກົດບັດຂອງ ສະຫະປະຊາຊາດ ແລະ ກົດໝາຍສາກົນ ຢ່າງເຄັ່ງຄັດ, ສະຫາຍ ຍັງໄດ້ຢືນຢັນຄືນທັດສະນະອັນສະເໝີຕົ້ນສະເໝີປາຍຂອງພັກ ກໍຄື ແນວທາງການຕ່າງປະເທດຂອງ ສປປ ລາວ ໃນການສະໜັບສະໜູນການຕໍ່ສູ້ຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ ແລະ ຊຸກຍູ້ຂະບວນການເພື່ອເສລີພາບຂອງບັນດາຊາດ ໃຫ້ສືບຕໍ່ຂະຫຍາຍຕົວຢ່າງກວ້າງຂວາງ.

ກອງປະຊຸມຄະນະປະຈຳເວທີດັ່ງກ່າວ ເປັນກົນໄກທີ່ມີຄວາມສຳຄັນ ໃນການເຕົ້າໂຮມເອົາບັນດາພັກການເມືອງໃນພາກພື້ນຕ່າງໆ ເພື່ອເປັນກະບອກສຽງ ແລະ ກຳລັງແຮງໃນການຕໍ່ສູ້ຕ້ານກັບລັດທິລ່າເມືອງຂຶ້ນແບບໃໝ່ ໂດຍມີພັກຣັດເຊຍເອກະພາບ ເປັນຜູ້ຂັບເຄື່ອນທີ່ສຳຄັນ ແລະ ພັກປະຊາຊົນປະຕິວັດລາວ ເປັນໜຶ່ງໃນສະມາຊິກຄະນະປະຈຳ ຊຶ່ງການເຂົ້າຮ່ວມກົນໄກດັ່ງກ່າວ ນອກຈາກຈະເປັນໂອກາດດີໃນການແລກປ່ຽນຖອດຖອນບົດຮຽນກັບພັກການເມືອງໃນໂລກ, ຍັງເປັນການສະແດງເຖິງຄວາມເອົາໃຈໃສ່ ປະກອບສ່ວນໃນຂອບດັ່ງກ່າວ ຢ່າງເປັນເຈົ້າການ, ເປັນການເສີມຂະຫຍາຍວຽກງານການຕ່າງໆປະເທດໃນຂອບຫລາຍຝ່າຍຂອງພັກ ກໍຄື ເປັນການຍົກສູງຖານະບົດບາດຂອງພັກເຮົາ ໃນເວທີສາກົນ.
ໃນໂອກາດເຂົ້າຮ່ວມກອງປະຊຸມສາກົນ ໃນຄັ້ງນີ້, ຄະນະຜູ້ແທນພັກ ປປ ລາວ ຍັງໄດ້ເຂົ້າຮ່ວມສໍາມະນາດ້ານກົດໝາຍສາກົນ ເຊັນປີເຕີສະເບີກ ຄັ້ງທີ 14 ແລະ ໄດ້ປະກອບຄໍາເຫັນ ຊຶ່ງໄດ້ຕີລາຄາຕໍ່ສະພາບການສາກົນ ແລະ ພາກພື້ນ ໃນປັດຈຸບັນ ທີ່ພວມຜັນແປໄປຢ່າງສະຫລັບສັບຊ້ອນ ແລະ ໄດ້ເນັ້ນໜັກເຖິງການເຄື່ອນໄຫວຂອງລັດທິລ່າເມືອງຂຶ້ນແບບໃໝ່ ທີ່ສວຍໃຊ້ກົດໝາຍສາກົນ ເປັນເຄື່ອງມືໃນການແຊກແຊງຕໍ່ປະເທດອື່ນ ພ້ອມທັງໄດ້ຮຽກຮ້ອງໃຫ້ບັນດາພັກການເມືອງ ສືບຕໍ່ຮ່ວມມືກັນໃນການປົກປ້ອງ ແລະ ເຊີດຊູກົດໝາຍສາກົນ ກໍຄື ການຍຶດໝັ້ນບັນດາຫລັກການສາກົນ ເພື່ອສ້າງກົນໄກທີ່ມີປະສິດທິພາບ ໃນການຊຸກຍູ້ຂະບວນການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່.
ໃນການເຄື່ອນໄຫວຄັ້ງນີ້, ຄະນະຜູ້ແທນ ພັກປະຊາຊົນປະຕິວັດລາວ ຍັງໄດ້ຢ້ຽມຢາມ ມະຫາວິທະຍາໄລເຊັນປີເຕີສະເບີກ ຊຶ່ງເປັນມະຫາວິທະຍາໄລທີ່ມີຊື່ສຽງ, ມີປະຫວັດ ສາດຍາວນານ ແລະ ໄດ້ຮັບຟັງການບັນຍາຍຫົວຂໍ້ທີ່ກ່ຽວຂ້ອງກັບການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ໂດຍບັນດາຄະນະຜູ້ຊ່ຽວຊານຂອງມະຫາວິທະຍາໄລ. ນອກຈາກນີ້, ຄະນະຜູ້ແທນລາວ ຍັງໄດ້ຢ້ຽມຢາມສະຖານທີ່ທາງປະຫວັດສາດທີ່ສຳຄັນ ຂອງເມືອງເຊັນປີເຕີສະເບີກ ອັນໄດ້ເຮັດໃຫ້ການເຄື່ອນໄຫວຂອງຄະນະຜູ້ແທນລາວຄັ້ງນີ້ ມີເນື້ອໃນອຸດົມສົມບູນ ແລະ ມີຜົນສຳເລັດຢ່າງຈົບງາມ.

