ການແຂ່ງຂັນເຕະບານໂລກຮອບ 32 ທີມສຸດທ້າຍ ໃນວັນທີ 29 ມິຖຸນາຜ່ານມາ ເປັນການພົບກັນລະຫວ່າງ ທີມຊາດບຣາຊິນ ໃນຖານະແຊັມກຸ່ມ C ພົບກັບທີມຊາດຍີ່ປຸ່ນ ຮອງແຊັມກຸ່ມ F. ເກມນີ້ ຍີ່ປຸ່ນຍິງຂຶ້ນນຳກ່ອນ 1-0 ໃນເຄິ່ງເວລາທຳອິດ, ກ່ອນບຣາຊິນຈະມາຕີສະເໝີໄດ້ໃນເຄິ່ງເວລາທີ 2, ເກມທຳທ່າວ່າຈະຈົບລົງດ້ວຍການສະເໝີ ແລະ ອາດຈະໄດ້ຕໍ່ເວລາພິເສດອອກໄປ, ແຕ່ໃນນາທີທີ 90+5 ບຣາຊິນກໍມາຍິງປະຕູປິດທ້າຍ ຕອກຢ້ຳໄຊຊະນະເໜືອຍີ່ປຸ່ນ, ສົ່ງຜົນໃຫ້ບຣາຊິນຜ່ານເຂົ້າຮອບ 16 ທີມສຸດທ້າຍ ໄດ້ສຳເລັດ ໂດຍຈະເຂົ້າໄປລໍຖ້າພົບກັບຜູ້ຊະນະ ລະຫວ່າງ ນອກແວ (ນໍເວ) ຫຼື ກົດດີວົວ ໃນວັນທີ 5 ກໍລະກົດນີ້.
ບຣາຊິນ ພິກແຊງຊະນະຍີ່ປຸ່ນ 2-1 ຜ່ານເຂົ້າຮອບ 16 ທີມສຸດທ້າຍ
RELATED ARTICLES

