ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 29 ມິຖຸນາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ໄດ້ເປັນປະທານການເຮັດວຽກກັບຄະນະພັກລັດຖະບານ ແລະ ບັນດາອົງການທີ່ກ່ຽວຂ້ອງກ່ຽວກັບວຽກງານປ້ອງກັນ, ຕ້ານພາຍຸ, ນ້ຳຖ້ວມໄພທຳມະຊາດຢ່າງຮ້າຍແຮງ ແລະ ການປ່ຽນແປງຂອງດິນຟ້າອາກາດຮອດທ້າຍປີ 2026.
ທ່ານເລຂາທິການໃຫຍ່ ປະທານປະເທດ ຊີ້ແຈ້ງວ່າ: ທຸກວິທີການ, ທຸກການຕັດສິນຊີ້ນຳ, ທຸກແຫຼ່ງກຳລັງລະດົມຕ້ອງມຸ່ງໄປເຖິງການປົກປ້ອງປະຊາຊົນ, ເປັນຕົ້ນແມ່ນຜູ້ມີອາຍຸສູງ, ເດັກນ້ອຍ, ແມ່ຍິງຖືພາ, ຄົນເຈັບ, ຄອບຄົວທຸກຍາກ, ຜູ້ຢູ່ໂດດດຽວ, ປະຊາຊົນເຂດອັນຕະລາຍ, ໄປຄຽງຄູ່ກັນນັ້ນ, ວຽກງານປ້ອງກັນ ແລະ ຕ້ານ ຕ້ອງໄປກ່ອນບາດກ້າວໜຶ່ງ. ໃນການເຮັດວຽກ, ທ່ານເລຂາທິການໃຫຍ່ ປະທານປະເທດ ກຳນົດທິດບັນດາວຽກງານລະອຽດໄລຍະ 2026 – 2030, ຕ້ອງກຳນົດວ່ານີ້ແມ່ນໄລຍະສ້າງພື້ນຖານເພື່ອຫັນປ່ຽນຈາກການຮັບມືກັບໄພທຳມະຊາດມາເປັນການຄຸ້ມຄອງຄວາມສ່ຽງໄພທຳມະຊາດ, ຕ້ອງນຳການຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດເຂົ້າການລົງທຶນສາທາທະລະໄລຍະກາງ.

