ໂອກາດເດີນທາງມາເຄື່ອນໄຫວວຽກງານຢູ່ ສ ຣັດເຊຍ, ໃນວັນທີ 24 ມິຖຸນາ 2026 ຜ່ານມາ ຢູ່ນະຄອນຫລວງມົດສະກູ, ສະຫາຍ ບຸນເຫລືອ ພັນດານຸວົງ ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ນຳພາຄະນະຜູ້ແທນ ພັກ ປປ ລາວ ເຂົ້າພົບປະເຮັດວຽກກັບ ສະຫາຍ ດິມິຕຣີ ໂນວິກົບ (Dmitry Novikov) ຮອງປະທານພັກກອມມູນິດສະຫະພັນຣັດເຊຍ, ຮອງປະທານກຳມາທິການຕ່າງປະເທດ ຂອງ ສະພາດູມາ ແຫ່ງ ສ ຣັດເຊຍ.
ສະຫາຍ ບຸນເຫລືອ ພັນດານຸວົງ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ການຕ້ອນຮັບອັນອົບອຸ່ນຖານມິດສະຫາຍທີ່ສະໜິດສະໜົມ ແລະ ໄດ້ແຈ້ງໃຫ້ຊາບຈຸດປະສົງຂອງການພົບປະສອງຝ່າຍໃນຄັ້ງນີ້ ເພື່ອປຶກສາຫາລື ແລະ ແລກປ່ຽນຄວາມຄິດເຫັນກ່ຽວກັບ ການພົວພັນຮ່ວມມືໃນໄລຍະຜ່ານມາ ໂດຍສະເພາະ ການຈັດຕັ້ງປະຕິບັດສັນຍາທີ່ສອງພັກ ໄດ້ຮ່ວມກັນລົງນາມໃນປີ 2023. ພ້ອມນັ້ນ, ກໍໄດ້ຝາກຄໍາອວຍພອນອັນອົບອຸ່ນ ແລະ ຄວາມຢື້ຢາມຖາມຂ່າວຈາກ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປປ ລາວ ເຖິງ ສະຫາຍ ເກນນາດີ ຊູການົບ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດສະຫະພັນຣັດເຊຍ. ສະຫາຍ ບຸນເຫລືອ ພັນດານຸວົງ ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ ໃນໄລຍະຜ່ານມາ ແລະ ຊົມເຊີຍການເປັນເຈົ້າພາບຈັດກອງປະຊຸມສາກົນ ເພື່ອຕ້ານພວກຟາຊິດ ຄັ້ງທີ III ໃນທ້າຍເດືອນພຶດສະພາຜ່ານມາ ດ້ວຍຜົນສຳເລັດອັນຈົບງາມ ຊຶ່ງພັກ ປປ ລາວ ກໍໄດ້ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ. ສະຫາຍ ຍັງໄດ້ຖືໂອກາດດັ່ງກ່າວ ຕາງໜ້າ ພັກ ປປ ລາວ ເຊື້ອເຊີນຄະນະຜູ້ແທນພັກກອມມູນິດສະຫະພັນຣັດເຊຍ ຢ້ຽມຢາມ ສປປ ລາວ ໃນເວລາທີ່ເໝາະສົມ.
ໂອກາດນີ້, ສະຫາຍ ດິມິຕຣີ ໂນວິກົບ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ການມາຢ້ຽມຢາມເຮັດວຽກຂອງ ຄະນະຜູ້ແທນພັກ ປປ ລາວ ຢູ່ ສ ຣັດເຊຍ ໃນຄັ້ງນີ້ ແລະ ໄດ້ແຈ້ງໃຫ້ຊາບໂດຍສັງເຂບ ກ່ຽວກັບສະພາບພົ້ນເດັ່ນຂອງຣັດເຊຍ ໂດຍສະເພາະ ການກະກຽມເລືອກຕັ້ງສະມາຊິກສະພາດູມາ ໃນເດືອນກັນຍາທີ່ຈະມາເຖິງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະ ພາບ ແລະ ການຮ່ວມມືທີ່ມີມູນເຊື້ອອັນດີງາມ ລະຫວ່າງ ພັກກອມມູນິດສະຫະພັນຣັດເຊຍ ແລະ ພັກ ປປ ລາວ ຕະຫລອດໄລຍະຜ່ານມາ, ຊຶ່ງຖືເປັນການປະກອບສ່ວນທີ່ສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ຣັດເຊຍ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ. ໃນຂະນະດຽວກັນ, ສະຫາຍ ດິມິຕຣີ ໂນວິກົບ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນພັກ ປປ ລາວ ຈົ່ງປະສົບຜົນສຳເລັດໃນການເດີນທາງເຄື່ອນໄຫວວຽກງານ ທີ່ ສ ຣັດເຊຍ ໃນຄັ້ງນີ້.
ສອງຝ່າຍ ເຫັນດີເປັນເອກະພາບຕໍ່ການຕີລາຄາສະພາບການພາກພື້ນ ແລະ ສາກົນ, ພ້ອມທັງຢືນຢັນຈະຮ່ວມກັນສືບຕໍ່ເສີມຂະຫຍາຍການຮ່ວມມື ລະຫວ່າງ ສອງພັກ ຖານເພື່ອນມິດຮ່ວມອຸດົມການໃຫ້ແໜ້ນແຟ້ນຍິ່ງຂຶ້ນ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດ ລາວ-ຣັດເຊຍ.

