ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 28 ມິຖຸນາ ຜ່ານມາວ່າ: ຫວ່າງມໍ່ໆມານີ້, ທ່ານ ອາເລັກຊັນດາ ວູຊິກ ປະທານາທິບໍດີແຊັກບີ ກ່າວວ່າຕົນຈະລາອອກຈາກຕຳແໜ່ງປະທານາທິບໍດີໃນອີກບໍ່ພໍເທົ່າໃດອາທິດຕໍ່ໜ້ານີ້, ແຕ່ຈະສືບຕໍ່ປະຕິບັດໜ້າທີ່ປະທານາທິບໍດີຕໍ່ໄປຈົນກວ່າຈະຮອດເວລານັ້ນ.
ຂ່າວລະບຸວ່າ: ໃນການປາໄສຢູ່ງານໂຮມຊຸມນຸມສະໜັບສະໜູນລັດຖະບານທີ່ນະຄອນຫຼວງແບວເກຣດ. ທ່ານ ວູຊິກ ໄດ້ຮຽກຮ້ອງໃຫ້ປະເທດມີຄວາມສາມັກຄີ. ທ່ານກ່າວວ່າ: 10 ກວ່າປີຜ່ານມາ, ແຊັກບີໄດ້ຮັບຄວາມຄືບໜ້າໃນດ້ານການພັດທະນາເສດຖະກິດ, ການເຕີບໂຕດ້ານການປະກອບອາຊີບ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ອື່ນໆ. ປັດຈຸບັນ, ແຊັກບີພວມຢູ່ໃນໄລຍະການພັດທະນາທີ່ສຳຄັນ, ຕ້ອງຮັກສາສະຖຽນລະພາບທາງການເມືອງ ແລະ ຄວາມສາມັກຄີທາງສັງຄົມ, ພ້ອມທັງຮັບປະກັນການປະຕິບັດນະໂຍບາຍການພັດທະນາແຫ່ງຊາດທີ່ຕໍ່ເນື່ອງ.
ໃນເດືອນມິຖຸນານີ້, ທ່ານ ວູຊິກ ເຄີຍໄດ້ກ່າວວ່າ ຕົນມີແຜນຈະລາອອກຈາກຕຳແໜ່ງ, ການເລືອກຕັ້ງປະທານາທິບໍດີຈະຈັດຂຶ້ນໃນ 3 ຫາ 4 ເດືອນຕໍ່ໜ້ານີ້. ທ່ານ ອາເລັກຊັນດາ ວູຊິກ ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີແຊັກບີໃນເດືອນເມສາປີ 2017 ແລະໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງດັ່ງກ່າວອີກຄັ້ງໃນເດືອນພຶດສະພາປີ 2022. ອີງຕາມລັດຖະທຳມະນູນຂອງແຊັກບີ, ອາຍຸການປະຕິບັດໜ້າທີ່ຂອງປະທານາທິບໍດີແມ່ນ 5 ປີ ແລະ ສາມາດປະຕິບັດໜ້າທີ່ຕິດຕໍ່ກັນໄດ້ໜຶ່ງຄັ້ງ.

