Homeຂ່າວຕ່າງປະເທດຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ ຈາກເຫດ​ແຜ່ນ​ດິນ​ໄຫວ​ໃນເວ​ເນ​ຊູ​ເອ​ລາ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ​ສູງ ຈາກເຫດ​ແຜ່ນ​ດິນ​ໄຫວ​ໃນເວ​ເນ​ຊູ​ເອ​ລາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ກຳ​ລັງ​ກູ້​ໄພ​ກູ້​ຊີບ ເວ​ເນ​ຊູ​ເອ​ລາ ພ້ອມ​ກັບ​ບັນ​ດາ​ທີມ​ກູ້​ໄພ​ກູ້​ຊີບ​ສາ​ກົນ ພວມ​ຊ່ວງ​ເສັງ​ກັບ​ເວ​ລາ​ເພື່ອ​ຊອກ​ຫາ​ຜູ້​ລອດ​ຊີ​ວິດ​ພາຍຫຼັງ​ເຫດ​ແຜ່ນ​ດິນ​ໄຫວ​ຢ່າງ​ແຮງ​ສອງ​ຄັ້ງ​ທີ່​ເກີດ​ຂຶ້ນ​ໃນ​ຄ່ຳ​ຄືນ​ວັນ​ທີ 24 ມິ​ຖຸ​ນາ ຜ່ານມາ, ໃນ​ສະ​ພາບ​ທີ່ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນສູງ​. ອຳ​ນາດ​ການ​ປົກ​ຄອງ​ເວ​ເນ​ຊູ​ເອ​ລາ ໃຫ້​ຮູ້​ວ່າ: ໄລ່​ຮອດ​ຕອນ​ຄ່ຳ​ວັນ​ທີ 26 ມິ​ຖຸ​ນາ ຜ່ານມາ ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໄດ້​ເພີ່ມ​ຂຶ້ນ 589 ຄົນ, ໃນ​ນັ້ນ​ມີ​ຜູ້ຖືກ​ບາດ​ເຈັບ 2,980 ຄົນ. ປະ​ຊາ​ຄົມ​ສາ​ກົນ​ພວມ​ເພີ່ມ​ທະ​ວີ​ການ​ຊ່ວຍເຫຼືອ​ເວ​ເນ​ຊູ​ເອ​ລາ. ບັນ​ດາ​ທີມ​ກູ້​ໄພ​ກູ້​ຊີບ​​ຈາກ ເອ​ສະ​ວາ​ໂດ, ເມັກ​ຊິກ, ສະ​ວິດ, ແອັດ​ສະ​ປາຍ, ຈີ​ເລ ແລະ ເຢຍ​ລະ​ມັນ​ ພ້ອມ​ກັ​ບຫຼາຍ​ປະ​ເທດພວມມີໜ້າ ແລະ​ ​ພວມ​ເດີ​ນ​ທາງ​ມາ​ຍັງ​ສະ​ຖານ​ທີ່​ເກີດ​ເຫດ. ສະຫະລັດ ອາ​ເມ​ຣິກາ ກໍຊ່ວຍ​ເຫຼືອຂອບຂະໜາດໃຫຍ່ດ້ວຍ​ກຳ​ປັນ​ສູ້​ຮົບ, ເຮືອ​ບິນ​ຂົນ​ສົ່ງ, ເຮ​ລີ​ກອບ​ເຕີ ແລະ ໃຫ້ຄຳ​ໝັ້ນ​ສັນ​ຍາ​ຊ່ວຍເຫຼືອ​ເງິນ 150 ລ້ານໂດລາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments