Homeຂ່າວຕ່າງປະເທດອາດເກັບພາສີນຳເຂົ້າ 100% ກັບປະເທດທີ່ເກັບ ພາສີ ບໍລິການດີຈີຕອນ ຈາກບໍລິສັດສະຫະລັດ

ອາດເກັບພາສີນຳເຂົ້າ 100% ກັບປະເທດທີ່ເກັບ ພາສີ ບໍລິການດີຈີຕອນ ຈາກບໍລິສັດສະຫະລັດ

ສຳນັກຂ່າວຊິນຮວາຂອງ ສປ ຈີນ, ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ປະກາດຜ່ານສື່ສັງຄົມອອນລາຍວ່າ: ຈະຮຽກເກັບພາສີນຳເຂົ້າ 100% ສຳລັບສິນຄ້າທຸກຊະນິດທີ່ສົ່ງເຂົ້າ ສະຫະລັດ ອາເມລິກາ ຈາກປະເທດໃດກໍ່ຕາມທີ່ເກັບພາສີບໍລິການດີຈິຕອນຈາກບໍລິສັດສັນຊາດ ສະຫະລັດອາເມລິກາ ໂດຍພາສີນຳເຂົ້າທີ່ຈະຮຽກເກັບນີ້ຈະລົບລ້າງຂໍ້ຕົກລົງການຄ້າ ທີ່ມີຢູ່ແລ້ວ ກັບປະເທດເຫລົ່ານັ້ນ, ບໍ່ວ່າຈະໄດ້ລົງນາມ ຫລື ບໍ່ໄດ້ລົງນາມກໍ່ຕາມ ແລະ ຖ້າປະເທດເຫລົ່ານັ້ນ ຍັງສືບຕໍ່ເຮັດເຊັ່ນນັ້ນ, ສ.ອາເມລິກາ ຈະເກັບພາສີທັນທີ. ທ່ານ ໂດນັນ ທຣຳ ກ່າວວ່າ: ຫລາຍປະເທດໃນເອີຣົບ ພວມປຶກສາຫາລື ກ່ຽວກັບການເກັບພາສີ ການບໍລິການດີຈີຕອນ ໃຫ້ກັບ ບໍລິສັດສະຫະລັດອາເມລິກາ ໃນໄວໆ ນີ້. ສື່ມວນຊົນທ້ອງຖິ່ນ ຂອງສະຫະລັດອາເມລິກາ ລາຍງານວ່າ: ພາສີ ການບໍລິການ ດີຈີຕອນ ໂດຍທົ່ວໄປແລ້ວ ຈະໃຊ້ກັບບໍລິສັດເທັກໂນໂລຢີ ທີ່ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດໃນໂລກ ເທົ່ານັ້ນ, ເຊັ່ນ Meta, Alphabet, ແລະ Amazon, ເຊິ່ງທັງໝົດ ແມ່ນບໍລິສັດຂອງສະຫະລັດອາເມລິກາ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments