Homeຂ່າວຕ່າງປະເທດຄື້ນຄວາມຮ້ອນໃນເອີຣົບ ເຮັດໃຫ້ປະຊາຊົນຝຣັ່ງ ເສຍຊີວິດ 1.000 ຄົນ

ຄື້ນຄວາມຮ້ອນໃນເອີຣົບ ເຮັດໃຫ້ປະຊາຊົນຝຣັ່ງ ເສຍຊີວິດ 1.000 ຄົນ

ຕາມຂ່າວຈາກນະຄອນຫລວງປາຣີ ຂອງຝຣັ່ງ ວັນທີ 28ມິຖຸນານີ້, ສຳນັກງານສາທາລະນະສຸກຝຣັ່ງ, ຊຶ່ງເປັນໜ່ວຍງານຂຶ້ນກັບ ກະຊວງສາທາລະນະສຸກຝຣັ່ງ ລາຍງານວ່າ: ຄື້ນຄວາມຮ້ອນຮຸນແຮງ ທີ່ແຜ່ລາມໄປທົ່ວຫລາຍປະເທດໃນເອີຣົບ ໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 1.000 ຄົນ ໃນຝຣັ່ງ. ຕົວເລກນີ້ເປັນພຽງການຄາດຄະເນເບື້ອງຕົ້ນເທົ່ານັ້ນ, ໂດຍສ່ວນໃຫຍ່ແມ່ນຜູ້ທີ່ມີອາຍຸ 65 ປີຂຶ້ນໄປ ແລະ ຈຳນວນຜູ້ເສຍຊີວິດ ຄາດວ່າຈະເພີ່ມຂຶ້ນເມື່ອມີຂໍ້ມູນຈາກບ້ານພັກຜູ້ສູງອາຍຸ ແລະ ການເສຍຊີວິດໃນເຮືອນພັກເອກະຊົນຫລາຍຂຶ້ນ. ປະຈຸບັນຫລາຍປະເທດໃນເອີຣົບ ຍັງຜະເຊີນກັບຄວາມຮ້ອນຮຸນແຮງຈາກຄື້ນຄວາມຮ້ອນສົ່ງຜົນໃຫ້ມີຜູ້ເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ທຳລາຍສະຖິຕິອຸນຫະພູມສູງສຸດ ເປັນປະຫວັດສາດໃນຫລາຍພື້ນທີ່, ກະທົບການຜະລິດພະລັງງານ ແລະ ສ້າງຄວາມເສຍຫາຍຕໍ່ລະບົບພື້ນຖານໂຄງລ່າງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments