Homeຂ່າວໜ້າໜຶ່ງສໍາເລັດຝຶກອົບຮົມການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສໍາເລັດຝຶກອົບຮົມການນໍາໃຊ້ເຄື່ອງມືປັນຍາປະດິດຫຼາຍຮູບແບບ

ສື່ມວນຊົນລາວ ຈໍານວນ 40 ຄົນ ສໍາເລັດຊຸດຝຶກອົບຮົມ “ທັກສະການນໍາໃຊ້ເຄື່ອງມືປັນຍາປະດິດໃນສື່ມວນຊົນຫຼາຍຮູບແບບ ຫຼາຍຊ່ອງທາງ” ແລະ “ທັກສະການຜະລິດລາຍການ, ຂ່າວ, ບົດຂ່າວ, ຜ່ານໂທລະສັບມືຖື”, ພາຍຫຼັງໄດ້ດໍາເນີນມາເປັນເວລາ 5 ວັນ ແຕ່ວັນທີ 22-26 ມິຖຸນານີ້ ທີ່ໂຮງແຮມເມືອງແທ໋ງ ນະຄອນຫຼວງວຽງຈັນ.

ເປັນກຽດເຂົ້າຮ່ວມພິທີ ໂດຍສະຫາຍ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນ ຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ສະຫາຍ ບຸນເພັງ ຈັນທະດາລາ ຫົວໜ້າຫ້ອງການ ຄອສພ, ສະຫາຍ ຫງວຽນ ວັນຫຽວ ຮອງຫົວໜ້າກົມສື່ມວນຊົນ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ, ມີບັນດາສະຫາຍ ຄູ-ອາຈານ, ວິທະຍາກອນຜູ້ຊ່ຽວຊານ ຈາກ ສສ ຫວຽດນາມ, ບັນດາຄະນະຮັບຜິດຊອບຈັດຊຸດຝຶກອົບຮົມ ຝ່າຍລາວ ແລະ ຝ່າຍຫວຽດນາມ ພ້ອມດ້ວຍສໍາມະນາກອນ.

ໃນພິທີ ສະຫາຍ ກອງຄໍາ ດວງແກ້ວ ຮອງຫົວໜ້າກົມສື່ມວນຊົນ ຄອສພ ລາຍງານ ວ່າ: ຊຸດຝຶກອົບຮົມ ຈັດໂດຍ ຄະນະໂຄສະນາອົບຮົມສູນກາງພັກ ປະຊາຊົນ ປະຕິວັດລາວ ຮ່ວມກັບ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ ຊຶ່ງເປັນການຈັດຕັ້ງປະຕິບັດຕາມເນື້ອໃນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຮ່ວມມືວຽກງານຖະແຫຼງຂ່າວ-ສື່ມວນຊົນ ໄລຍະປີ 2026-2030.

ຈຸດປະສົງຂອງການຝຶກອົບຮົມ ເພື່ອຍົກລະດັບຄວາມຮູ້ ແລະ ຄວາມເຂົ້າໃຈດ້ານວຽກງານສື່ມວນຊົນໃນຍຸກດິຈິຕອນກໍຄືທັກສະການນໍາໃຊ້ເຄື່ອງມືປັນຍາປະດິດ (AI), ເພີ່ມທັກສະການຜະລິດເນື້ອຫາຂ່າວ ສານ, ການຖ່າຍທຳ, ການຕັດຕໍ່ພາບ-ວິດີໂອຜ່ານໂທລະສັບມືຖື, ການນໍາໃຊ້ສື່ດິຈິຕອນ ແລະ ສ້າງຄວາມສາມາດໃນການນຳໃຊ້ເຕັກໂນໂລຊີ, ຊຸດຝຶກອົບຮົມຄັ້ງນີ້ມີສໍາມະນາກອນສື່ມວນຊົນລາວ ເຂົ້າຮ່ວມທັງໝົດ 40 ຄົນ ໃນນັ້ນ ຍິງ 8 ຄົນ ປະກອບມີ: ພະນັກງານສື່ມວນຊົນຈາກຂັ້ນສູນກາງ ມີ 35 ຄົນ, ພະນັກງານສື່ມວນຊົນຈາກທ້ອງຖິ່ນ ມີຈຳນວນ 5 ແຂວງ, ແຂວງລະຄົນ ຄື: ຫຼວງພະບາງ, ວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ.

ເນື້ອໃນ ແລະ ຮູບແບບການຈັດຕັ້ງການຮຽນ-ການສອນມີຄື: ທັກສະການນຳໃຊ້ປັນຍາປະດິດAIເພື່ອຜະລິດຂ່າວ, ທັກສະການຖ່າຍພາບ, ຖ່າຍວິດີໂອ ແລະ ຕັດຕໍ່ຂ່າວຜ່ານໂທລະສັບມືຖື. ຕະຫຼອດໄລຍະການຝຶກອົບຮົມ, ສໍາມະນາກອນໄດ້ຮຽນຮູ້ ແລະ ປະຕິບັດຕົວຈິງໃນ 3 ໝວດວິຊາຫຼັກ ຄື: 1. ການນຳໃຊ້ AI ເພື່ອຜະລິດຂ່າວ: ເຕັກນິກການປ້ອນຄຳສັ່ງ (Prompt Engineering) ເພື່ອໃຫ້ AI ຊ່ວຍຄິດຫົວຂໍ້ຂ່າວ, ຫາຂໍ້ມູນ, ວາງໂຄງສ້າງການຂຽນຂ່າວ, ການກວດສອບຂ່າວປອມ (Fake News) ແລະ ການສະຫຼຸບເນື້ອຫາໃຫ້ວ່ອງໄວ, 2. ທັກສະການຖ່າຍພາບ ແລະ ວິດີໂອດ້ວຍມືຖື: ເຕັກນິກການຈັດອົງປະກອບພາບ (Composition), ການຄວບຄຸມແສງ-ສຽງ, ມຸມກ້ອງສຳລັບບົດຂ່າວ ແລະ ການສຳພາດ ເພື່ອໃຫ້ໄດ້ພາບທີ່ມີຄຸນນະພາບສູງ ແລະ ດຶງດູດສາຍຕາຜູ້ຊົມ ແລະ 3. ການຕັດຕໍ່ຜ່ານໂທລະສັບມືຖື: ການນຳໃຊ້ແອັບພລິເຄຊັນທັນສະໄໝ (ເຊັ່ນ: CapCut ຫຼື ໂປຣແກຣມອື່ນໆ) ໃນການຕັດຕໍ່ວິດີໂອຂ່າວ, ການໃສ່ຄຳອະທິບາຍ (Subtitles), ການໃສ່ສຽງພາກ ແລະ ເອັບເຟັກຕ່າງໆ ໃຫ້ສຳເລັດໃນມືຖື.

ຜົນໄດ້ຮັບ ແລະ ຜົນສຳເລັດຂອງຊຸດຝຶກອົບຮົມດ້ານຄວາມຮູ້ ແມ່ນສໍາມະນາກອນທັງໝົດມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບບົດບາດຂອງ AI ໃນວຽກງານສື່ ແລະ ສາມາດນຳໃຊ້ເຄື່ອງມືດັ່ງກ່າວເຂົ້າໃນການປະຢັດເວລາເຮັດວຽກ. ດ້ານການປະຕິບັດຕົວຈິງ,ສໍາມະນາກອນສາມາດຜະລິດຂ່າວ (ຮູບພາບ ແລະ ວິດີໂອສັ້ນ) ທີ່ມີຄຸນນະພາບ ໂດຍຜ່ານການລົງມືຕັດຕໍ່ ແລະ ຮຽບຮຽງດ້ວຍໂທລະສັບມືຖືຂອງຕົນເອງ ເພື່ອພ້ອມທີ່ຈະນຳໄປເຜີຍແຜ່ລົງສື່ສັງຄົມອອນລາຍ. ໃນພິທີ ທ່ານ ສົມສະຫວາດ ພົງສາ ກ່າວວ່າ: ຫວັງຢ່າງຍິ່ງວ່າ ບັນດາສໍາມະນາກອນຈະນໍາເອົາບົດຮຽນ ທີ່ໄດ້ຮັບໃນຄັ້ງນີ້ນໍາໄປໝູນໃຊ້ ໃຫ້ເກີດປະໂຫຍດສູງສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments