Homeຂ່າວພາຍໃນພິທີມອບປຶ້ມໃຫ້ບັນດາກະຊວງ-ອົງການຂັ້ນສູນກາງ

ພິທີມອບປຶ້ມໃຫ້ບັນດາກະຊວງ-ອົງການຂັ້ນສູນກາງ

ສະພາທິດສະດີສູນກາງພັກ ໄດ້ຈັດພິທີມອບປຶ້ມກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະ ຕິວັດລາວ, ປຶ້ມໂຄງການການເມືອງຂອງພັກ ແລະ ສະຫຼຸບ 40 ປີ ແຫ່ງການປະຕິບັດການປ່ຽນແປງ ໃໝ່ຮອບດ້ານ ມີຫຼັກການ ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ບັນດາກະຊວງ-ອົງການຂັ້ນສູນກາງ ໃນວັນທີ 26 ມິຖຸນານີ້ ທີ່ສະພາທິດສະດີສູນກາງພັກ, ໂດຍໃຫ້ກຽດເປັນປະທານພ້ອມທັງກ່າວມອບ ຂອງ ສະຫາຍ ຄໍາມອນ ຈັນທະຈິດ ກໍາມະການສໍາຮອງສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຮອງປະທານສະພາທິດສະດີສູນກາງພັກ ຜູ້ປະຈໍາການ, ມີບັນດາທ່ານຜູ້ຕາງໜ້າຈາກບັນດາກະຊວງ-ອົງການຂັ້ນສູນກາງ ພ້ອມດ້ວຍພະນັກງານຂອງຫ້ອງການສະພາທິດສະດີສູນກາງພັກ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການມອບປຶ້ມໃນເທື່ອນີ້ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສະໜອງຄັງເອກະສານ, ເພື່ອຮັບໃຊ້ວຽກງານຄົ້ນຄວ້າວິທະຍາສາດ, ການຮຽນການສອນ ແລະ ການບໍາລຸງຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ-ການປົກຄອງ ທັງເປັນບ່ອນອີງ ໃນການຜັນຂະຫຍາຍມະຕິຄໍາສັ່ງຂອງພັກໃຫ້ແກ່ພະນັກງານ, ສະມາຊິກພັກ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ ແລະ ໜັກແໜ້ນທາງດ້ານຄຸນທາດການ ເມືອງ.

ປຶ້ມທີ່ນໍາມາມອບໃນຄັ້ງນີ້ ມີຈໍານວນທັງໝົດ 12,480 ຫົວ ຊຶ່ງເປັນຜົນງານການຄົ້ນຄວ້າ ແລະ ຮີບໂຮມເອົາເນື້ອໃນຈິດໃຈທີ່ມີຄຸນຄ່າທາງດ້ານທິດສະດີ ແລະ ພຶດຕິກຳ, ແນໃສ່ຮັບໃຊ້ເຂົ້າໃນການຄົ້ນຄວ້າ, ການຮຽນ-ການສອນ ແລະ ການຍົກລະດັບທາງດ້ານການເມືອງ-ການປົກຄອງໃຫ້ແກ່ພະນັກງານ, ສະມາຊິກພັກ ກໍຄືພາກສ່ວນທີ່ກ່ຽວຂ້ອງໃຫ້ມີຄວາມໜັກແໜ້ນຍິ່ງຂຶ້ນ ແລະ ນໍາໄປສຶກສາອົບຮົມ, ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ.

ໂອກາດດັ່ງກ່າວ, ທ່ານປະທານກອງປະຊຸມ ຍັງໄດ້ມີຄຳເຫັນໂອ້ລົມ ພ້ອມທັງກ່າວ​ວ່າ​: “ການມອບປຶ້ມໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ເພື່ອເປັນການເປີດໂລກະທັດໃໝ່ ໃຫ້ແກ່ຜູ້ອ່ານໄດ້ຮັບຮູູ້, ເຂົ້າໃຈຕໍ່ແນວທາງຂອງພັກ ແລະ ຮັກການອ່ານ, ຫວັງຢ່າງຍິ່ງວ່າ ປຶ້ມເຫຼົ່ານີ້ ຈະຖືກນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.” ແລະ ຕາງໜ້າພາກສ່ວນຮັບກໍໄດ້ຜັດປ່ຽນກັນກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ສະພາທິດສະດີສູນກາງພັກ ທີ່ໄດ້ໃຫ້ຄວາມສໍາຄັນ ແລະ ສະໜອງຄັງປັນຍາອັນມີຄ່ານີ້ ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະປົກປັກຮັກສາ, ນໍາໃຊ້ ແລະ ແຈກຢາຍປຶ້ມດັ່ງກ່າວໃຫ້ເກີດປະໂຫຍດສູງສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments