ໃນວັນທີ 25 ມິຖຸນາຜ່ານມາ ທີ່ຫ້ອງປະຊຸມເຮືອນຮັບແຂກແຂວງຄຳມ່ວນ ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໂດຍການຕ້ອນຮັບຂອງທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະບໍລິຫານງານພັກແຂວງ, ບັນດາພະແນກການ ແລະ ອົງການທຽບເທົ່າເຂົ້າຮ່ວມ.
ການພົບປະໂອ້ລົມຄັ້ງນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະ 6 ເດືອນຜ່ານມາ. ເຖິງວ່າຈະປະເຊີນກັບຫຼາຍສິ່ງທ້າທາຍຫຍຸ້ງຍາກ ແຕ່ເສດຖະກິດຂອງແຂວງຍັງຂະຫຍາຍຕົວໃນລະດັບ 4.7%, ມູນຄ່າ GDP ບັນລຸ 21,127 ຕື້ກີບ ເທົ່າກັບ 73% ຂອງແຜນການປີ. ການຈັດເກັບລາຍຮັບງົບປະມານບັນລຸ 3,151 ຕື້ກີບ ເທົ່າກັບ 65.01% ຂອງແຜນການປີ. ດ້ານການຜະລິດກະສິກຳ, ການລ້ຽງສັດ, ການອອກໃບຕາດິນ, ການພັດທະນາໂຄງລ່າງພື້ນຖານ ແລະ ການສ້າງຕັ້ງຕາແສງ ກໍໄດ້ຮັບຜົນສຳເລັດເປັນກ້າວໆ. ແຂວງຄຳມ່ວນ ໄດ້ປະກາດສຳເລັດການສ້າງຕັ້ງ 44 ຕາແສງຕາມແຜນການທີ່ວາງໄວ້ ພ້ອມຈັດສັນບຸກຄະລາກອນ ແລະ ອຸປະກອນຈຳເປັນໃຫ້ຄົບຖ້ວນ. ພ້ອມກັນນັ້ນ, ຄະນະນຳແຂວງຍັງໄດ້ສະເໜີຕໍ່ຂັ້ນເທິງໃຫ້ຊ່ວຍຊຸກຍູ້ການສ້ອມແປງເສັ້ນທາງເລກ 12 ຈາກເມືອງທ່າແຂກ ຫາ ດ່ານນາເພົ້າແຂວງຄໍາມ່ວນໃຫ້ສຳເລັດໂດຍໄວ ແລະ ພິຈາລະ ນາຂະຫຍາຍເວລາເປີດ-ປິດດ່ານ ເພື່ອອຳນວຍຄວາມສະດວກດ້ານການຄ້າ ແລະ ການຂົນສົ່ງ.

ໃນໂອກາດນີ້, ທ່ານ ນາງ ວຽງທອງ ສີພັນດອນ ໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສຳເລັດທີ່ແຂວງຄຳມ່ວນຍາດມາໄດ້ໃນໄລຍະຜ່ານມາ. ພ້ອມທັງເນັ້ນໜັກໃຫ້ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ສືບຕໍ່ເສີມສ້າງຄວາມສາມັກຄີເອກະພາບ, ຍົກສູງວຽກງານການເມືອງແນວຄິດ, ເພີ່ມທະວີການປະຢັດ, ຕ້ານການສໍ້ລາດບັງຫຼວງ ພ້ອມທັງສືບຕໍ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກໃຫ້ເປັນຮູບປະທຳ.
ທ່ານຮອງປະທານປະເທດ ຍັງໄດ້ເນັ້ນໃຫ້ແຂວງຄຳມ່ວນ ສືບຕໍ່ຮັກສາສະຖຽນລະພາບດ້ານການເມືອງ, ປ້ອງກັນຄວາມສະຫງົບ, ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢ່າງມີປະສິດທິຜົນ. ຄຽງຄູ່ກັບການຍົກລະດັບດ້ານວັດທະນະທຳ-ສັງຄົມ, ການຄຸ້ມຄອງລັດຕາມຫຼັກນິຕິກໍາ ແລະ ການຂະຫຍາຍການພົວພັນຮ່ວມມືກັບຕ່າງປະເທດ ເພື່ອຍູ້ດັນການພັດທະນາຂອງແຂວງໃຫ້ກ້າວໜ້າ ແລະ ຍືນຍົງ.

