ພິທີເປີດກອງປະຊຸມລັດຖະມົນຕີ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳອາຊຽນ ຄັ້ງທີ 22 (The 22nd ASEAN Ministerial Meeting on Science, Technology and Innovation ຫຼື AMMSTI-22) ໄດ້ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 26 ມິຖຸນາ ນີ້ ທີ່ນະຄອນຫຼວງວຽງຈັນ ສປປ ລາວ ໂດຍການເປັນປະທານ ຂອງ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການແລະ ກິລາ ສປປ ລາວ, ທ່ານ ກາວ ກິມ ຮຸນ (Dr. Kao Kim Hourn) ເລຂາທິການໃຫຍ່ອາຊຽນ ມີບັນດາທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີ, ຮອງລັດຖະມົນຕີປະເທດສະມາຊິກອາຊຽນ ພ້ອມດ້ວຍຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ທອງສະລິດ ມັງໜໍ່ເມກ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ການຂັບເຄື່ອນແຜນປະຕິບັດງານອາຊຽນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສ້າງອາຊຽນທີ່ມີຄວາມເຂັ້ມແຂງ, ຍືນຍົງ ແລະ ສາມາດແຂ່ງຂັນໄດ້” ຊຶ່ງຈະຊ່ວຍຍົກລະດັບຄວາມຮ່ວມມືຂອງອາຊຽນໃຫ້ສູງຂຶ້ນ ແລະ ປະກອບສ່ວນສໍາຄັນຕໍ່ການດຳເນີນງານແຜນປະຕິບັດງານອາຊຽນ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2035 (APASTI 2026-2035) ລວມເຖິງປະກອບສ່ວນຕໍ່ການບັນລຸເປົ້າໝາຍຂອງປະຊາຄົມອາຊຽນ ທີ່ມີນະວັດຕະກຳ, ຄວາມເຂັ້ມແຂງ, ຄວາມຍືນຍົງ ແລະ ຄວາມສາມາດໃນການແຂ່ງຂັນໃນລະດັບພາກພື້ນ ແລະ ລະດັບໂລກ. ພ້ອມນີ້, ກອງປະຊຸມ ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງຫວັງຮ່ວມກັນ ຂອງບັນດາປະເທດສະມາຊິກອາຊຽນ ໃນການນຳໃຊ້ປະໂຫຍດຈາກ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອເປັນພະລັງຂັບເຄື່ອນສຳຄັນສູ່ການພັດທະນາທີ່ຍືນຍົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.
ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ກ່າວຕື່ມວ່າ: ສປປ ລາວ ຕີລາຄາວ່າ ຕະຫຼອດຫຼາຍປີທີ່ຜ່ານມາ ອາຊຽນໄດ້ມີຄວາມກ້າວໜ້າທີ່ສໍາຄັນ ໃນການຍົກສູງຄວາມຮ່ວມມືດ້ານການຄົ້ນຄວ້າວິໄຈ, ສ້າງນະວັດຕະກຳ, ການຫັນປ່ຽນໄປສູ່ດີຈີຕອນ ແລະ ການພັດທະນາຄວາມອາດສາມາດຂອງບຸກຄະລາກອນ. ຜົນສຳເລັດເຫຼົ່ານີ້ ສະທ້ອນເຖິງພະລັງແຫ່ງຄວາມເປັນໜຶ່ງດຽວຂອງອາຊຽນ ແລະ ເປົ້າໝາຍຮ່ວມກັນໃນການສ້າງພາກພື້ນທີ່ມີຄວາມພ້ອມໃນອະນາຄົດ.

ຢ່າງໃດກໍຕາມ ໃນອະນາຄົດຂ້າງໜ້າ ສປປ ລາວ ເຫັນວ່າ ອາຊຽນຄວນໃຫ້ຄວາມສຳຄັນແກ່ສາມບັນຫາຕົ້ນຕໍຄື: ຕ້ອງຍົກລະດັບຄວາມເຂັ້ມແຂງຂອງພາກພື້ນ ດ້ວຍການນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອຮັບມືກັບການປ່ຽນແປງຂອງສະພາບດິນຟ້າອາກາດ, ການຄຸ້ມຄອງໄພພິບັດ, ຄວາມໝັ້ນຄົງທາງດ້ານສະບຽງອາຫານ, ພະລັງງານ ແລະ ການກຽມພ້ອມດ້ານສາທາລະນະສຸກ; ຕ້ອງສົ່ງເສີມຄວາມຍືນຍົງຜ່ານການພັດທະນາເຕັກໂນໂລຊີສີຂຽວ, ນະວັດຕະກຳດ້ານສິ່ງແວດລ້ອມ ແລະ ການນຳໃຊ້ຊັບພະຍາກອນທຳມະຊາດ ຢ່າງມີຄວາມຮັບຜິດຊອບ ເພື່ອສະໜັບສະໜູນວິໄສທັດປະຊາຄົມອາຊຽນ 2045 ແລະ ຕ້ອງເພີ່ມຂີດຄວາມສາມາດໃນການແຂ່ງຂັນ ໂດຍການສົ່ງເສີມການປ່ຽນຜ່ານໄປສູ່ດິຈີຕອນ, ສະໜັບສະໜູນລະບົບນິເວດນະວັດຕະກຳ ແລະ ກະກຽມກຳລັງຄົນໃຫ້ມີທັກສະ ທີ່ສອດຄ່ອງກັບເສດຖະກິດແຫ່ງ ອະນາຄົດ.

