ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ຫວ່າງມໍ່ໆມານີ້, “ບົດນິພົນເລືອກເຟັ້ນຂອງທ່ານ ສີຈິ້ນຜິງ ກ່ຽວກັບການກໍ່ສ້າງພັກ” ເຫຼັ້ມທີ 1, ເຫຼັ້ມທີ 2 ໄດ້ພິມຈຳໜ່າຍໃນທົ່ວປະເທດຈີນ. ຂ່າວລະບຸວ່າ: ແນວຄິດກ່ຽວກັບການກໍ່ສ້າງພັກຂອງທ່ານ ສີຈິ້ນຜິງ ແມ່ນພາກສ່ວນທີ່ສຳຄັນຂອງແນວຄິດ ສີຈິ້ນຜິງ ກ່ຽວກັບສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່, ໄດ້ປະກອບສ່ວນແບບປະດິດສ້າງດ້ວຍຕົນເອງເຂົ້າໃນການພັດທະນາທິດສະດີລັດທິມາກກ່ຽວກັບການກໍ່ສ້າງພັກ, ມີຄວາມໝາຍນຳພາທີ່ສຳຄັນ ແລະ ຍາວນານສຳລັບການກໍ່ສ້າງພັກ ແລະ ລັດໃຫ້ມີຄວາມເຂັ້ມແຂງ. ແນວຄິດ ສີຈິ້ນຜິງ ກ່ຽວກັບການກໍ່ສ້າງພັກມີແຫຼ່ງກຳເນີດຈາກທິດສະດີວິທະຍາສາດລັດທິມາກ, ມີກົກຮາກຈາກວັດທະນະທຳຈີນແບບດັ້ງເດີມທີ່ດີເດັ່ນ ແລະ ໄດ້ຮັບການບົ່ມເພາະຈາກການປະຕິບັດທີ່ຍິ່ງໃຫຍ່ຂອງການປົກຄອງພັກຢ່າງຮອບດ້ານ ແລະ ເຂັ້ມງວດໃນຍຸກໃໝ່, ແນວຄິດຂອງທ່ານ ສີຈິ້ນຜິງ ກ່ຽວກັບການກໍ່ສ້າງພັກມີພື້ນຖານການປະຕິບັດທີ່ໜັກແໜ້ນ ແລະ ຕົ້ນກຳເນີດທາງທິດສະດີຢ່າງເລິກເຊິ່ງ ແລະ ເປັນແນວທາງພື້ນຖານໃນການເພີ່ມທະວີການກໍ່ສ້າງພັກໃນຍຸກໃໝ່.
ຈີນ ພິມຈຳໜ່າຍບົດນິພົນເລືອກເຟັ້ນ ຂອງທ່ານ ສີຈິ້ນຜິງ ກ່ຽວກັບການກໍ່ສ້າງພັກ
RELATED ARTICLES

