Homeຂ່າວໜ້າໜຶ່ງໂຮມຊຸມນຸມວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ

ໂຮມຊຸມນຸມວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ

ພິທີໂຮມຊຸມນຸມເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ (26/6/1987-26/6/2026) ໄດ້ຈັດຂຶ້ນໃນວັນທີ 26 ມິຖຸນານີ້, ພາຍໃຕ້ຫົວຂໍ້ “ຊາວໜຸ່ມຍຸກໃໝ່ຫ່າງໄກຢາເສບຕິດ” ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນ ຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ມີທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ (ປກສ), ມີບັນດາຮອງລັດຖະມົນຕີ, ອົງການທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນ, ບັນດາການນໍາພັກ, ລັດ, ທູຕານຸທູດ, ອົງການຈັດຕັ້ງສາກົນປະຈຳ ສປປ ລາວ ພ້ອມດ້ວຍແຂກຖືກເຊີນ ແລະ ນັກສຶກສາເຂົ້າຮ່ວມ.

ໂອກາດນີ້, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ ໄດ້ມີຄຳເຫັນຕໍ່ພິທີໂຮມຊຸມນຸມຄັ້ງນີ້ວ່າ: ສະພາບການແຜ່ລະບາດຂອງບັນຫາຢາເສບຕິດຢູ່ໃນໂລກ ແລະ ພາກພື້ນໄດ້ຂະຫຍາຍຕົວເປັນວົງກວ້າງໄປທົ່ວທຸກມູມໂລກ ດ້ວຍຫຼາຍຮູບແບບວິທີການ ມີລັກສະນະເປັນເຄືອຂ່າຍຂ້າມຊາດແໜ້ນໜາ ໂດຍສະເພາະ ຢາເສບຕິດຊະນິດໃໝ່ທີ່ພວມແຜ່ລະບາດເປັນວົງກວ້າງຢູ່ໃນສັງຄົມປັດຈຸບັນ ຊຶ່ງມີຫຼາກຫຼາຍຮູບແບບລັກສະນະ ລວມທັງຢາເສບຕິດຊະນິດອື່ນໆ ອັນໄດ້ເພີ່ມທະວີຄວາມອັນຕະລາຍຮ້າຍແຮງ ເຊື່ອມໂຍງກັບບັນຫາການກໍ່ການຮ້າຍ, ການຄ້າອາວຸດ, ອາຊະຍາກຳຂ້າມຊາດ, ການຟອກເງິນ ແລະ ອາຊະຍາກຳທີ່ໃຊ້ຄວາມຮຸນແຮງປະເພດຕ່າງໆ ທີ່ມີທ່າອ່ຽງເພີ່ມຂຶ້ນໃນແຕ່ລະປີ ກາຍເປັນໄພຂົ່ມຂູ່ຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ກໍຄື ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງບັນດາປະຊາຊາດໃນໂລກ.

ສປປ ລາວ ກໍເປັນປະເທດໜຶ່ງ ໃນບັນດາປະເທດທີ່ຖືກຜົນກະທົບຈາກບັນຫາຢາເສບຕິດ ເນື່ອງຈາກມີທີ່ຕັ້ງພູມສາດໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ ມີຊາຍແດນຕິດຈອດກັບຫຼາຍປະເທດ ໂດຍສະເພາະ ສປປ ລາວ ແມ່ນໄດ້ດຳເນີນນະໂຍບາຍເປີດກວ້າງການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ໄປຕາມທິດເຊື່ອມໂຍງ ເຊື່ອມຈອດກັບບັນດາປະເທດ ອັນເປັນເງື່ອນໄຂເຮັດໃຫ້ ສປປ ລາວ ກາຍເປັນທາງຜ່ານ ໃນການລັກລອບຂົນສົ່ງ, ຄ້າຂາຍຢາເສບຕິດ ແລະ ສານເຄມີຕົ້ນ ທີ່ເປັນສ່ວນປະກອບໃນການຜະລິດຢາເສບຕິດ.

ສະພາບບັນຫາຢາເສບຕິດຢູ່ ສປປ ລາວ ໄດ້ແຜ່ລະບາດເປັນວົງກວ້າງ ນັບແຕ່ຕົວເມືອງຫາຊົນນະບົດ ລວມທັງເຂດຫ່າງໄກສອກຫຼີກ ເປັນສາເຫດຕົ້ນຕໍທີ່ພາໃຫ້ເກີດບັນຫາປະກົດການຫຍໍ້ທໍ້ ແລະ ອາຊະຍາກຳປະເພດຕ່າງໆ, ຈຳນວນຄະດີຢາເສບຕິດ, ຜູ້ຖືກຫາ, ຜູ້ຕິດ ຜູ້ເສບ ແລະ ຈຳນວນຢາເສບຕິດແຕ່ລະປະເພດ ນັບມື້ນັບເພີ່ມຂຶ້ນຢ່າງໜ້າເປັນຫວ່ງໃນແຕ່ລະປີ. ເລ່ຫຼ່ຽມກົນອຸບາຍໃນການເຄື່ອນໄຫວລັກລອບຂົນສົ່ງ, ຄ້າຂາຍຢາເສບຕິດມີລັກສະນະເລິກແລບແນບນຽນ ດ້ວຍຫຼາຍຮູບແບບວິທີການທີ່ສະລັບສັບຊ້ອນ, ມີການຈັດຕັ້ງເຄື່ອນໄຫວເປັນກຸ່ມເຄືອຂ່າຍແໜ້ນໜາ, ມີການເຊື່ອມໂຍງກັນທັງຢູ່ພາຍໃນ ແລະ ຕ່າງປະເທດ, ນຳໃຊ້ພາຫະນະ, ວັດຖຸອຸປະກອນທີ່ທັນສະໄໝ ແລະ ອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ ຊຶ່ງໃນຊຸມປີທີ່ຜ່ານມາ, ພັກ-ລັດຖະບານ, ກຳລັງ ປກສ ກໍຄື ອົງການປົກຄອງທ້ອງຖິ່ນ ໄດ້ຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກບຸລິມະສິດທີ່ສໍາຄັນ, ຈໍາເປັນ, ຮີບດ່ວນ ແລະ ຊີ້ນໍາ-ນຳພາ ການແກ້ໄຂບັນຫາຢາເສບຕິດຢ່າງຈົດຈໍ່ ເອົາຈິງເອົາຈັງ ໂດຍສົມທົບຫຼາຍມາດຕະການເພື່ອແກ້ໄຂເຊັ່ນ: ໄດ້ສ້າງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແຕ່ປີ 2021-2025, ມີກົດ ໝາຍ ແລະ ຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍຢາເສບຕິດ ແຕ່ຂັ້ນສູນກາງຮອດຂັ້ນທ້ອງຖິ່ນ ໂດຍແມ່ນກະຊວງ ປກສ (ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ) ເປັນໃຈກາງ; ພາຍຫຼັງສະຫຼຸບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ໃນມະຕິກອງປະຊຸມສະພາແຫ່ງຊາດໄດ້ຮັບຮອງເອົາຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ (2021-2025) ສະບັບເລກທີ 171/ສພຊ, ລົງວັນທີ 21 ພະຈິກ 2025 ເຫັນວ່າວຽກງານແກ້ໄຂບັນຫາຢາເສບຕິດແມ່ນມີຄວາມຈໍາເປັນຕ້ອງໄດ້ສືບຕໍ່ເປັນແຜນງານແຫ່ງຊາດ ພ້ອມທັງສືບຕໍ່ປັບປຸງກົດໝາຍ, ນິຕິກຳລຸ່ມກົດໝາຍຈໍານວນໜຶ່ງ ເພື່ອຮັບ ປະກັນໃຫ້ວຽກງານແກ້ໄຂບັນຫາຢາເສບຕິດ ນັບແຕ່ປີ 2026-2030 ໃຫ້ມີຜົນສໍາເລັດ.

ເຖິງວ່າໄລຍະຜ່ານມາ, ການຈັດຕັ້ງປະຕິບັດວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໄດ້ມີຜົນສໍາເລັດຫຼາຍດ້ານທີ່ເປັນພື້ນຖານແລ້ວກໍຕາມ; ແຕ່ກໍຍັງມີຫຼາຍບັນຫາທີ່ຄົງຄ້າງ ຄື: ຄະນະພັກ-ຄະນະນໍາກະຊວງ, ອົງການຂັ້ນສູນກາງ, ອົງການປົກຄອງທ້ອງຖິ່ນຈໍານວນໜຶ່ງ ຍັງບໍ່ທັນໄດ້ຍົກສູງໃນການນໍາພາ, ຊີ້ນໍາໃນວຽກງານແກ້ໄຂບັນຫາຢາເສບຕິດ. ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງອົງການຈັດຕັ້ງພັກ-ລັດຖະບານ, ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ກໍຄື ປະຊາຊົນລາວບັນດາເຜົ່າ ຈົ່ງຮ່ວມແຮງຮ່ວມໃຈກັນ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ທີ່ເປັນຄວາມຮັບຜິດຊອບທົ່ວປວງຊົນ ໂດຍຖືເອົາວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດເປັນພັນ ທະ ເປັນໜ້າທີ່ຂອງທຸກພາກສ່ວນ ນັບແຕ່ສູນກາງຮອດທ້ອງຖິ່ນ; ພ້ອມທັງກຳນົດເອົາວຽກງານດັ່ງກ່າວເປັນວຽກ ຈໍາເປັນໜຶ່ງ ທີ່ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ແກ້ໄຂຄວາມຫຍຸ້ງຍາກທາງເສດຖະກິດ; ເພີ່ມທະວີຄວາມເອົາໃຈໃສ່ຕໍ່ວຽກງານໂຄສະນາ, ສຶກສາອົບຮົມ, ສ້າງຄວາມຮັບຮູ້ໃນທົ່ວສັງຄົມໃຫ້ກວ້າງຂວາງ ດ້ວຍຫຼາຍຮູບການ ເພື່ອປູກຈິດສໍານຶກໃຫ້ປະຊາຊົນລາວທຸກຄົນ ໂດຍສະເພາະແມ່ຍິງ, ຊາວໜຸ່ມ, ເຍົາວະຊົນເຫັນໄດ້ເຖິງຜິດໄພ, ຜົນຮ້າຍຂອງຢາເສບຕິດ; ຮັບຮູ້, ເຂົ້າໃຈລະບຽບກົດໝາຍທີ່ພົວພັນກັບຢາເສບຕິດ; ປຸກລະດົມຂົນຂວາຍໃຫ້ເຂົາເຈົ້າເຂົ້າໃຈ, ຕື່ນຕົວ, ສະໝັກໃຈ ແລະ ມີສ່ວນຮ່ວມໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດຢ່າງຫ້າວຫັນຕໍ່ເນື່ອງ; ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ເພື່ອຟື້ນຟູຕໍ່ຜູ້ຖືກເຄາະຮ້າຍ, ວຽກງານບຳບັດປິ່ນປົວຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບ ເພື່ອໃຫ້ເຂົາເຈົ້າມີສຸຂະພາບແຂງແຮງດີຂຶ້ນເປັນປົກ ກະຕິ ກັບຄືນມາເປັນຂອງຄອບຄົວ ແລະ ສັງຄົມ; ສຸມໃສ່ປະຕິບັດມາດຕະການທາງດ້ານກົດໝາຍໃຫ້ມີຄວາມເດັດຂາດ, ໂປ່ງໃສ, ເປັນມືອາຊີບ; ສືບຕໍ່ສ້າງ, ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍ ລວມທັງການສ້າງຄວາມເຂັ້ມແຂງໃນວຽກງານຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດໃຫ້ບຸກຄະລາກອນທີ່ເຮັດວຽກງານດັ່ງກ່າວ ແຕ່ສູນກາງລົງຮອດທອ້ງຖິ່ນ ມີຄວາມຮັບປະກັນໃນການເຮັດວຽກງານໃນຊຸມປີຕໍ່ໜ້າ; ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ການແບ່ງປັນ, ສະໜອງຂໍ້ມູນທີ່ຈໍາເປັນ ລວມທັງການປະສານງານຕ້ານການລັກລອບຄ້າຂາຍ, ລໍາລຽງຂົນສົ່ງເຂົ້າ-ອອກຢາເສບຕິດ ແລະ ສານເຄມີຕາມບໍລິເວນຊາຍແດນລະຫວ່າງປະເທດ; ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ແລະ ພາກ ສ່ວນກ່ຽວຂ້ອງທີ່ເປັນໃຈກາງ ແລະ ມີຄວາມຮັບຜິດຊອບຕໍ່ລັດຖະບານ ໃນການກໍານົດທິດທາງແຜນການ, ການຊຸກຍູ້, ຕິດຕາມ, ກວດກາ ການເຄື່ອນໄຫວວຽກງານແກ້ໄຂບັນຫາຢາເສບຕິດ. ທັງນີ້, ເພື່ອຮັບປະກັນໃຫ້ວຽກງານດັ່ງກ່າວໃນປີ 2026-2030 ໄດ້ຮັບການຈັດຕັ້ງປະຕິບັດຖຶກຕ້ອງຕາມທິດຊີ້ນໍາ, ມີປະສິດທິພາບ, ມີຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

ພ້ອມດຽວກັນນັ້ນ, ໃນພິທີຜູ້ເຂົ້າຮ່ວມຍັງໄດ້ຊົມສາລະຄະດີວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຊົມຮູບພາບວາງສະແດງຜົນງານ ການແກ້ໄຂບັນດາລາຍຢາເສບຕິດໃນໄລຍະຜ່ານມາ ແລະ ກິດຈະກຳ ຖາມ-ຕອບ, ແລກປ່ຽນຄວາມຮູ້ກ່ຽວກັບຜົນຮ້າຍຄວາມເປັນອັນຕະລາຍ, ວິທີປ້ອງກັນສະກັດກັ້ນບັນຫາຢາເສບຕິດ ເພື່ອເຮັດຜູ້ເຂົ້າຮ່ວມ ເວົ້າລວມ ເວົ້າສະເພາະ ຊາວໜຸ່ມ-ແມ່ຍິງ ທີ່ຕາງໜ້າຈາກບັນດາກະຊວງ, ອົງການໄດ້ນຳໄປຈັດຕັ້ງຜັນຂະຫຍາຍ ແລະ ພ້ອມກັນມີສ່ວນຮ່ວມໃນການສຸມໃສ່ແກ້ໄຂບັນຫາຢາເສບຕິດ ໃຫ້ໝົດໄປຈາກສັງຄົມລາວ.

ຂ່າວ: ປກສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments