Homeຂ່າວໜ້າໜຶ່ງບົດບາດວີດີໂອສັ້ນ ເປັນຂົວຕໍ່ທີ່ບໍ່ມີພົມແດນ

ບົດບາດວີດີໂອສັ້ນ ເປັນຂົວຕໍ່ທີ່ບໍ່ມີພົມແດນ

ໃນໂອກາດນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມພິທີມອບ-ຮັບລາງວັນການປະກວດວີດີໂອສັ້ນພາຍໃຕ້ຫົວຂໍ້: “ການຮ່ວມມືມິດຕະພາບຈີນ-ອາຊຽນ” ຄັ້ງທີ 5 ທີ່ນະຄອນໜານໜິງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ສປ ຈີນ, ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ສປ ຈີນ ວ່າ: ບົດບາດຂອງວີດີໂອສັ້ນຕໍ່ການເຊື່ອມໂຍງປະຊາຊົນແມ່ນເປັນຂົວຕໍ່ທີ່ບໍ່ມີພົມແດນ. ວີດີໂອສັ້ນຊ່ວຍພວກເຮົາຜ່ານຜ່າອຸປະສັກທາງດ້ານພາສາ, ເຮັດໃຫ້ນາມມະທຳຄືຄຳວ່າ “ມິດຕະພາບ” ກາຍເປັນຮູບປະທຳທີ່ສຳຜັດໄດ້ຜ່ານການແລກປ່ຽນວັດທະນະທຳ ແລະ ວິຖີຊີວິດຮ່ວມກັນ, ເປັນການເຊື່ອມຈອດທາງດ້ານຈິດໃຈ (MinxinXiangtong). ຜົນງານເຫຼົ່ານີ້ຊ່ວຍສະທ້ອນໝາກຜົນຕົວຈິງຂອງການຮ່ວມມືເສັ້ນທາງລົດໄຟລາວ-ຈີນໃຫ້ເຫັນເປັນຮູບພາບ, ເຮັດໃຫ້ປະຊາຊົນເຂົ້າໃຈ ແລະ ສະໜັບສະໜູນແນວທາງຂອງສອງພັກ-ສອງລັດ ຢ່າງແໜ້ນແຟ້ນ.

ໃນນັ້ນ, ຊ່ອງທາງໃໝ່ໆໃນການແລກປ່ຽນ ແລະ ຮ່ວມມືເນັ້ນການຮ່ວມມືຜະລິດ ແລະ ສ້າງເວທີຄົນຮຸ່ນໃໝ່. ຍົກລະດັບຈາກພຽງເອົາຜົນງານມາສະແດງ ໄປສູ່ການຜະລິດຮ່ວມກັນ (Co-production), ແລກປ່ຽນເຕັກໂນໂລຊີ AI ແລະ ສ້າງ “ສູນບົ່ມເພາະນັກສ້າງສັນໄວໜຸ່ມ” ໃຫ້ລົງພື້ນທີ່ຖ່າຍທຳຮ່ວມກັນຕົວຈິງ, ສຳລັບບົດຮຽນຂອງ ສປປ ລາວ ໃນການເຊື່ອມໂຍງສື່ກະແສຫຼັກເຂົ້າຫາໄວໜຸ່ມ ແມ່ນຫັນປ່ຽນວິທີການເລົ່າເລື່ອງ. ປ່ຽນຂ່າວທີ່ຍາວໃຫ້ເປັນວີດີໂອສັ້ນທີ່ເຂົ້າໃຈງ່າຍ (Bite-sizedcontent) ແຕ່ຍັງຮັກສາຄວາມຖືກຕ້ອງໄວ້, ພ້ອມທັງນຳເອົາສື່ກະແສຫຼັກເຂົ້າໄປຢູ່ທຸກ ແພລັດຟອມທີ່ໄວໜຸ່ມນຳໃຊ້ ເພື່ອຍາດແຍ່ງພື້ນທີ່ທາງດ້ານຂໍ້ມູນຂ່າວສານ ແລະ ຂໍ້ຄວາມຊຸກຍູ້ເຖິງນັກສ້າງສັນໄວໜຸ່ມລາວໃຫ້ເປັນນັກການທູດດີຈີຕອນ ດ້ວຍເຕັກນິກ “ມຸມນ້ອຍ, ຫົວຂໍ້ໃຫຍ່”. ບໍ່ຈຳເປັນຕ້ອງເລົ່າເລື່ອງໃຫຍ່ໂຕ, ພຽງແຕ່ຖ່າຍທອດຊີວິດປະຈຳວັນ, ທຳມະຊາດ ຫຼື ຄວາມຈິງໃຈແບບລາວໆ ມັນກໍສາມາດສຳຜັດຫົວໃຈຂອງຜູ້ຊົມສາກົນໄດ້ຢ່າງເລິກເຊິ່ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments