Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີຕ້ອນຮັບປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ

ນາຍົກລັດຖະມົນຕີຕ້ອນຮັບປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ

ໃນວັນທີ 25 ມິຖຸນາ ນີ້ ທີ່ຫໍປະຊຸມແຫ່ງຊາດ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ຫງວຽນຫືເງຍ ປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ພ້ອມດ້ວຍຄະນະໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງທ່ານ ຫງວຽນຫືເງຍ ພ້ອມດ້ວຍຄະນະ, ພ້ອມທັງສະເໜີຝ່າຍຫວຽດນາມສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອອົງການກວດສອບແຫ່ງລັດລາວທາງດ້ານບົດຮຽນ, ປະສົບການ ແລະ ຄວາມຊໍານິຊໍານານເປັນຕົ້ນການກວດສອບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ການກວດສອບວິສາຫະກິດ, ການກວດສອບຂະແໜງການທະນາຄານ, ການກວດສອບຜົນການຈັດຕັ້ງປະຕິບັດ, ການກວດສອບການຂຸດຄົ້ນແຮ່ທາດ, ວຽກງານຕິດຕາມການແກ້ໄຂຜົນການກວດສອບ, ລວມທັງການສະໜັບສະໜູນຊຶ່ງກັນ ແລະ ກັນໃນເວທີພາກພື້ນ ແລະ ສາກົນ.

ໃນໂອກາດດຽວກັນ, ທ່ານປະທານອົງການກວດສອບແຫ່ງລັດ ສສ ຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງທ່ານນາຍົກລັດຖະມົນຕີ, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນແລະ ການຮ່ວມມືທີ່ເປັນມູນເຊື້ອອັນດີງາມຂອງສອງປະເທດມາແຕ່ດົນນານນັບມື້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງບໍ່ຢຸດຢັ້ງ; ໄດ້ແຈ້ງໃຫ້ຊາບກ່ຽວກັບຜົນສໍາເລັດອັນພົ້ນເດັ່ນໃນການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງລັດ ສສ ຫວຽດນາມ ໃນໄລຍະຜ່ານມາ, ລວມທັງຜົນການພົບປະສອງຝ່າຍ ຊຶ່ງເປັນເອກະພາບກັນສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືແບບໃກ້ຊິດ, ເພີ່ມທະວີລົງເລິກແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ, ໃຫ້ການສະໜັບສະໜູນການຝຶກອົບຮົມໃນຫົວຂໍ້ຕ່າງໆທີ່ຈໍາເປັນ ແລະ ການແລກປ່ຽນບົດຮຽນດ້ານວິຊາການເປັນຕົ້ນການມີສ່ວນຮ່ວມໃນການພິຈາລະນາແຜນງົບປະມານແຫ່ງລັດແລະ ການຕິດຕາມຊຸກຍູ້ການແກ້ໄຂຜົນການກວດສອບ.

(ຂ່າວ: ກຕທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments