ໃນວັນທີ 25 ມິຖຸນາຜ່າມານີ້ ທີ່ນະຄອນໜານໜິງ ສປ ຈີນ, ທ່ານ ຢີອີງຟູ ຮອງປະທານອົງການພິມຈຳໜ່າຍພາສາຕ່າງປະເທດຂອງ ສປ ຈີນ ໄດ້ພົບປະຄະນະຜູ້ແທນ ບັນດາປະເທດອາຊຽນ (ມຽນມາ, ໄທ, ອິນໂດເນເຊຍ, ກຳປູເຈຍ ແລະ ລາວ), ເນື່ອງໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ ໂດຍສະເພາະມາເຂົ້າຮ່ວມພິທີມອບລາງວັນການປະກວດວີດີໂອສັ້ນພາຍໃຕ້ຫົວຂໍ້: “ການຮ່ວມມືມິດຕະພາບຈີນ-ອາຊຽນ” ຄັ້ງທີ 5 ທີ່ນະຄອນໜານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ.
ໃນໂອກາດດັ່ງກ່າວ, ທ່ານ ຢີອີງຟູ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍ ຕໍ່ຄະນະຜູ້ແທນບັນປະເທດອາຊຽນ ທີ່ເດີ່ນທາງມາເຂົ້າຮ່ວມພິທີມອບລາງວັນປະກວດວີດີໂອສັ້ນພາຍໃຕ້ຫົວຂໍ້: “ການຮ່ວມມືມິດຕະພາບຈີນ-ອາຊຽນ” ຄັ້ງທີ 5 ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນຮ່ວມມືທີ່ດີ ລະຫວ່າງ ບັນດາປະເທດສະມາຊິກອາຊຽນ ແລະ ສປ ຈີນ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ຕີລາສູງຕໍ່ການຮ່ວມມືກັບບັນດາປະເທດອາຊຽນໃນຂົງເຂດວັດທະນະທໍາ,ການທ່ອງທ່ຽວ, ການສຶກສາ ແລະ ສື່ດີຈີຕອນ, ເຊື່ອໝັ້ນວ່າການແລກປ່ຽນເຫຼົ່ານີ້ຈະສ້າງໂອກາດໃໝ່ໆໃຫ້ແກ່ປະຊາຊົນຂອງພວກເຮົາ ໂດຍສະເພາະຄົນຮຸ່ນໃໝ່ ແລະ ຈະຊ່ວຍສົ່ງເສີມຄວາມເຂົ້າໃຈທີ່ດີຕະຫຼອດເຖິງການພັດທະນາຮ່ວມກັນ.

ໃນໂອກາດນີ້, ບັນດາຫົວໜ້າຄະນະຜູ້ແທນ ປະເທດອາຊຽນກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ຢູຢິງຟູ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ. ພ້ອມທັງສະແດງຄວາມຊົມເຊີຍຢ່າງຈິງໃຈມາຍັງເຈົ້າພາບ ສປ ຈີນ ທີ່ໄດ້ກະກຽມຄວາມພ້ອມຢ່າງສົມບູນແບບທີ່ສຸດ ໃນການຈັດພິທີມອບລາງວັນການປະກວດວີດີໂອສັ້ນພາຍໃຕ້ຫົວຂໍ້: “ການຮ່ວມມືມິດຕະພາບຈີນ-ອາຊຽນ” ຄັ້ງທີ 5. ນອກນັ້ນ ຍັງໄດ້ຈັດສັນໃຫ້ຄະນະຜູ້ແທນ ໄປຢ້ຽມຍາມ ບໍລິສັດສື່ມວນຊົນ, ສະຖານີວິທະຍຸ-ໂທລະພາບ ແລະ ຫໍພິພິທະພັນແຫ່ງຕ່າງໆ ຊຶ່ງໄດ້ສ້າງຄວາມປະທັບໃຈຫຼາຍທີ່ໄດ້ເຫັນຄວາມຈະເລີນກ້າວໜ້າທາງດ້ານເຕັກໂນໂລຊີ ແລະ ການນໍາໃຊ້ປັນຍາປະດິດ (AI) ເຂົ້າໃນວຽກງານສື່ມວນຊົນຄວບຄູ່ໄປກັບການອະນຸລັກວັດທະນະທໍາຢ່າງກົມກຽວຂອງກວາງຊີ.

ໃນຂະນະດຽວກັນ, ທ່ານ ວັນສີ ກົວມົວ ກຳມະການສູນກາງພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າຄະນະຜູ້ແທນ ສປປ ລາວ ກໍໄດ້ຕີລາຄາສູງຕໍ່ການປະກວດວີດີໂອສັ້ນພາຍໃຕ້ຫົວຂໍ້: “ການຮ່ວມມືມິດຕະພາບຈີນ-ອາຊຽນ” ຄັ້ງທີ 5 ຊຶ່ງສະທ້ອນໃຫ້ເຫັນຢ່າງຈະແຈ້ງວ່າ; “ວີດີໂອສັ້ນແລະ ສື່ດີຈີຕອນ” ຄືຂົວຕໍ່ທີ່ດີທີ່ສຸດໃນການເຊື່ອມຈອດທາງດ້ານຈິດໃຈ ແລະ ເປັນກຸນແຈສໍາຄັນໃນໂອກາດຄົບຮອບ 35 ປີແຫ່ງການສ້າງຕັ້ງສາຍພົວພັນເຈລະຈາອາຊຽນ-ຈີນ, ສໍາລັບ ສປປ ລາວ ພວກເຮົາກໍພວມເລັ່ງຊີ້ນຳໃຫ້ສື່ມວນຊົນຫັນເປັນຮູບແບບດີຈີຕອນ. ສະນັ້ນ, ເພື່ອເປັນການຜັນຂະຫຍາຍໝາກຜົນຂອງງານໃນຄັ້ງນີ້, ຂ້າພະເຈົ້າຂໍສະເໜີ 3 ທິດທາງໃນການຮ່ວມມືຄື: ໜຶ່ງ, ຖອດຖອນບົດຮຽນຕົວຈິງນໍາ CICG ແລະ ກວາງຊີ ໃນການຜະລິດ ແລະ ຄຸ້ມຄອງສື່ຍຸກໃໝ່; ສອງ, ຊຸກຍູ້ການຮ່ວມມືຜະລິດເນື້ອຫາໂຄສະນາການທ່ອງທ່ຽວ ແລະ ຜົນສໍາເລັດຂອງເສັ້ນທາງລົດໄຟລາວ-ຈີນ; ສາມ, ຈັດຊຸດຝຶກອົບຮົມໄລຍະສັ້ນໃຫ້ແກ່ບຸກຄະລາກອນ ສປປ ລາວ, ເຊື່ອໝັ້ນວ່າ: ການພົບປະຂອງພວກເຮົາໃນຄັ້ງນີ້ຈະເຮັດໃຫ້ການຮ່ວມມືອາຊຽນ-ຈີນກໍຄືລາວ-ຈີນແຕກດອກອອກຜົນຍິ່ງໆຂຶ້ນ.

