– ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ!
ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 39 ປີ (26 ມິຖຸນາ 1987 – 26 ມິຖຸນາ 2026) ໃນນາມຕາງໜ້າໃຫ້ພັກ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນ, ເພື່ອນມິດສະຫາຍ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ພະນັກງານລັດຖະກອນ ໃນຂອບເຂດທົ່ວປະເທດ, ຖືໂອກາດນີ້ ເພື່ອເປັນການຢືນຢັນຄືນ ເຖິງມານະຈິດທາງການເມືອງ ແລະ ຄວາມໝາຍໝັ້ນອັນແຮງກ້າ ຂອງວົງຄະນະຍາດສາກົນ ໃນການຮ່ວມມືກັນ ປະກອບສ່ວນ ເຂົ້າໃນຂະບວນການປ້ອງກັນ, ກວດກາ, ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ທັງຍັງເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ພ້ອມກັນກວດກາທົບທວນ ແລະ ສັງເກດຕີລາຄາຄືນ ກ່ຽວກັບຜົນສໍາເລັດ ແລະ ບັນຫາຂໍ້ຄົງຄ້າງ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນປີ 2021-2025 ຜ່ານມາ ຊຶ່ງໄດ້ຮັບໝາກຜົນສໍາເລັດອັນຈົບງາມ.
– ພີ່ນ້ອງຮ່ວມຊາດ ທີ່ນັບຖື ແລະ ຮັກແພງ!
ດັ່ງທີ່ພວກເຮົາຮັບຮູ້ນໍາກັນດີແລ້ວວ່າ: ຢາເສບຕິດ ເປັນບັນຫາຂອງໂລກ ຊຶ່ງບັນດາປະເທດໃນພາກພື້ນ ແລະ ສາກົນ ຕ່າງກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຮ່ວມມືກັນໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວ. ປັດຈຸບັນ ຢູ່ປະເທດເຮົາ ກໍພວມປະເຊີນໜ້າກັບໄພຂົ່ມຂູ່ຈາກບັນຫາຢາເສບຕິດເຊັ່ນກັນ ຊຶ່ງໄດ້ແຜ່ລະບາດເປັນວົງກວ້າງນັບທັງຢູ່ຕົວເມືອງໃຫຍ່ ໄປຮອດເຂດຊົນນະບົດຫ່າງໄກສອກຫຼີກ; ບັນຫາຢາເສບຕິດ ເປັນບັນຫາຕົ້ນຕໍທີ່ພາໃຫ້ເກີດບັນດາປະກົດການຫຍໍ້ທໍ້ທາງສັງຄົມ; ການລະບາດຂອງຢາເສບຕິດ ໄດ້ເປັນໜໍ່ແໜງ, ເປັນສາເຫດຂອງການເກີດຄວາມຮຸນແຮງ ກໍ່ອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆ ໃນສັງຄົມຊຶ່ງເປັນໄພອັນຕະລາຍ ຕໍ່ຄວາມໝັ້ນຄົງຂອງຊາດ, ໄດ້ສົ່ງຜົົນກະທົບໂດຍກົງ ຕໍ່ການພັດທະນາເສດຖະກິດ-ສັງຄົມ, ຕໍ່ຊິວິດ, ຕໍ່ສຸຂະພາບຂອງປະຊາຊົນ, ພົນລະເມືອງລາວ ໂດຍສະເພາະໄດ້ເບື່ອເມົາຊາວໜຸ່ມ, ເຍົາວະຊົນ ທີ່ເປັນຜູ້ສືບທອດພາລະກິດປະຕິວັດ, ເປັນກໍາລັງແຮງງານ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນອະນາຄົດ.
ການລັກລອບຄ້າຂາຍຢາເສບຕິດ, ສິ່ງເສບຕິດ ໄດ້ກາຍເປັນຂະບວນການຂ້າມຊາດ ທີ່ລັດຖະບານ ແລະ ປະຊາຊົນລາວ ກໍຄືບັນດາປະຊາຊາດໃນທົ່ວໂລກ ໄດ້ພ້ອມກັນປ້ອງກັນ, ສະກັດກັ້ນ ແລະ ຕໍ່ຕ້ານຢ່າງແຂງແຮງ. ເຖິງແມ່ນວ່າຫຼາຍປະເທດ ໄດ້ເພີ່ມທະວີມາດຕະການທີ່ເດັດຂາດ,

