Homeຂ່າວກິລາກົດດີວົວ ແລະ ເຢຍ​ລະ​ມັນ ກອດ​ຄໍ​ກັນເຂົ້າຮອບ 32 ທີມສຸດ​ທ້າຍ

ກົດດີວົວ ແລະ ເຢຍ​ລະ​ມັນ ກອດ​ຄໍ​ກັນເຂົ້າຮອບ 32 ທີມສຸດ​ທ້າຍ

ທີມຊາດກົດດີວົວ (ໄອວໍຣີໂຄດ) ສາ​ມາດ​ເອົາຊະນະເໜືອ ກູຣາຊາວ 2-0 ເກັບເພີ່ມເປັນ 6 ຄະແນນ ເທົ່າກັບ ທີມຊາດເຢຍລະມັນ ແຕ່ຈົບອັນດັບ 2 ຂອງກຸ່ມ E ເນື່ອງຈາກເປັນຮອງຜົນໄດ້-ເສຍ​ປະ​ຕູ, ຜ່ານເຂົ້າສູ່ຮອບ 32 ທີມສຸດທ້າຍ ໃນການແຂ່ງຂັນເຕະບານໂລກ 2026.

ການ​ແຂ່ງ​ຂັນ​ເຕະ​ບານ​ໂລກ 2026 ​ໃນຄືນ​ວັນ​ທີ 25 ມິ​ຖຸ​ນາ ຫຼື ຕອນ​​ເຊົ້າ​ຂອງວັນ​ທີ 26 ມິ​ຖຸ​ນາ ຕາມ​ເວ​ລາ​ໃນ​ປະ​ເທດ​ເຮົາ ເປັນ​ການ​ແຂ່ງ​ຂັນ​ນັດ​ສຸດ​ທ້າຍ​ຂອງ​ກຸ່ມ E ເຊິ່ງ​​ມີ​ແຂ່ງ​ຂັນ 2 ຄູ່​ພ້ອມ​ກັນ, ຄູ່​ທີໜຶ່ງ ເປັນ​ການ​ພົບ​ກັນ ລະ​ຫວ່າງ ກົດ​ດີ​ວົວ ພົບ​ກັບ ກູ​ຣາ​ຊາວ.

ເລີ່ມ​ເກມ​ໄດ້​ພຽງ 7 ນາ​ທີ, ກົດ​ດີ​ວົວ ກໍ​ມາ​ໄດ້​ປະ​ຕູ​ຂຶ້ນ​ນຳ 1-0 ຈາກ​ການ​ຍິງ​ຂອງ ນີ​ໂກ​ລາ​ສ ເປ​ເປ້, ຫຼັງ​ຈາກ​ນັ້ນ ກູ​ຣາ​ຊາວ ​ກໍ​ເປີດ​ເກມ​ບຸກ​ແລກ ຫວັງ​ທວງ​ປະ​ຕູ​ຕີ​ສະ​ເໝີ, ແຕ່​ກັບ​ເປັນ​ກົດ​ດີ​ວົວ​ທີ່​ມີ​ໂອ​ກາດຫຼາຍ​ຄັ້ງ ແຕ່​ກໍ​ບໍ່​ສາ​ມາດ​ຍິງ​ປະ​ຕູ​ເພີ່ມ​ໄດ້ ເຮັດ​ໃຫ້​ຈົບ​ເຄິ່ງ​ເວ​ລາ​ທຳ​ອິດ ກົດ​ດີ​ວົວ​ນຳ 1-0.

ເຂົ້າ​ສູ່​ເຄິ່ງ​ເວ​ລາ​ທີ 2, ໃນ​ນາ​ທີ​ທີ 64 ເປັນ ເປ​ເປ້ ຄົນ​ເດີມ​ຍິງ​ປະ​ຕູ​ທີ 2 ຂອ​ງ​ຕົນ​ເອງ ແລະ ເປັນ​ປະ​ຕູ​ປິດ​ທ້າຍ ເຮັດ​ໃຫ້​ຈົບ​ເກມ ກົດ​ດີ​ວົວ​ເອົາ​ຊະ​ນະ ກູ​ຣາ​ຊາວໄປ 2-0 ປະ​ຕູ ເກັບ 3 ຄະ​ແນນ ມີ​ເພີ່ມ​ເປັນ 6 ຄະ​ແນນ​ເທົ່າ​ກັບ​ເຢຍ​ລະ​ມັນ ແຕ່​ປະ​ຕູ​ໄດ້-ເສຍ​ເປັນ​ຮອງ ຈຶ່ງ​ເປັນ​ອັນ​ດັບ 2 ຂອງ​ກຸ່ມ E.

ໄຊ​ຊະ​ນະ​ນັດນີ້ ເຮັດ​ໃຫ້ ກົດດີວົວ ກາຍເປັນທີມຊາດຈາກທະວີບອາຟຣິກາທີມທີ 3 ທີ່ຜ່ານ​ເຂົ້າ​ຮອບ 32 ສຸດ​ທ້າຍ ໃນການແຂ່ງຂັນບານໂລກ 2026 ຕໍ່ຈາກອາຟຣິກາໃຕ້ ແລະ ມາຣົກ (ໂມຣັອກໂກ).

ອີກ​ຄູ່​ໜຶ່ງ​ຂອງ​ກຸ່ມ E ທີ່​ລົງ​ສະ​ໜາມ​ພ້ອມ​ກັນ ເປັນ​ການ​ພົບ​ກັນ​ລະ​ຫວ່າງ​ເຢຍ​ລະ​ມັນ ພົບ​ກັບ ເອ​ກວາ​ດໍ (Ecuador), ຜົນ​ການ​ແຂ່ງ​ຂັນ ປາ​ກົດ​ວ່າ ເອກວາ​ດໍ ພິກ​ແຊງ​ເອົາ​ຊະ​ນະ​ເຢຍ​ລະ​ມັນ 2-1 ປະ​ຕູ, ເຖິງວ່າ​ນັດ​ນີ້ ເອກວາ​ດໍ ຈະ​ສາ​ມາດ​ເອົາ​ຊະ​ນະ​ເຢຍ​ລະ​ມັນ​ໄດ້ ແຕ່​ກໍ​ເປັນ​ອັນ​ດັບ 3 ຂອງ​ກຸ່ມ E ມີ 4 ຄະ​ແນນ, ຕ້ອງ​ລຸ້ນເຂົ້າ​ຮອບ​ໃນ​ຖາ​ນະ​ທີມ​ອັນ​ດັບ 3 ທີ່​ດີ​ທີ່​ສຸດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments