Homeຂ່າວຕ່າງປະເທດບໍລິສັດ ໂຕໂຢຕ້າ ຈະຫຼຸດການຜະລິດລົດໃນຕ່າງປະເທດລົງ 100,000 ຄັນ

ບໍລິສັດ ໂຕໂຢຕ້າ ຈະຫຼຸດການຜະລິດລົດໃນຕ່າງປະເທດລົງ 100,000 ຄັນ

ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 24 ມິຖຸນາ ຜ່ານມາວ່າ: Nikkei ສື່ມວນຊົນຂອງຍີ່ປຸ່ນລາຍງານວ່າ, ບໍລິສັດ Toyota Motor Corp. ມີແຜນທີ່ຈະຫຼຸດຜ່ອນການຜະລິດລົດໃນຕ່າງປະເທດລົງປະມານ 100,000 ຄັນ ພາຍໃນເດືອນກຸມພາ 2027 ຊຶ່ງເປັນການຫຼຸດເພີ່ມເຕີມຈາກທີ່ໄດ້ປະກາດໄວ້ກ່ອນໜ້ານີ້ ແລະ ຈະເນັ້ນໃສ່ລົດທີ່ໃຊ້ນໍ້າມັນແອັດຊັງທີ່ສົ່ງອອກໄປຍັງຕະຫຼາດຕາເວັນອອກກາງ ແລະ ອາຊີ ເປັນຫຼັກ. ໂດຍມີປັດໄຈຈາກການຢຸດສະງັກດ້ານໂລຈິສຕິກທີ່ກ່ຽວຂ້ອງກັບຂໍ້ຂັດແຍ່ງໃນຕາເວັນອອກກາງ ແລະ ຄວາມຕ້ອງການຂອງຜູ້ບໍລິໂພກທີ່ອ່ອນແອລົງຍ້ອນລາຄານໍ້າມັນທີ່ເພີ່ມຂຶ້ນ. ກ່ອນໜ້ານີ້, Toyota ໄດ້ວາງແຜນທີ່ຈະຫຼຸດການຜະລິດລົດໃນຕ່າງປະເທດລົງປະມານ 38,000 ຄັນ ລະຫວ່າງເດືອນພຶດສະພາ – ພະຈິກຂອງປີນີ້ ແລະ ຕໍ່ມາໄດ້ຫຼຸດການຜະລິດລົງເຫຼືອປະມານ 83,000 ຄັນ ສຳລັບໄລຍະເວລາເດືອນມິຖຸນາ – ພະຈິກ. ບົດລາຍງານຊີ້ໃຫ້ເຫັນວ່າ: ລາຄາພະລັງງານທີ່ສູງຢ່າງຕໍ່ເນື່ອງກຳລັງສົ່ງຜົນກະທົບຕໍ່ຍອດຂາຍລົດຍົນ, ໂດຍຜູ້ບໍລິໂພກບາງຄົນເລື່ອນການຊື້ ແລະ ຄວາມຕ້ອງການໂດຍລວມມີທ່າອ່ຽງຫຼຸດລົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments