Homeຂ່າວຕ່າງປະເທດຮັບຮູ້ “ໂອກາດຈາກຈີນ 2.0” ທີ່ຢູ່ເບື້ອງຫຼັງຂອງ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່”

ຮັບຮູ້ “ໂອກາດຈາກຈີນ 2.0” ທີ່ຢູ່ເບື້ອງຫຼັງຂອງ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່”

ເວທີປຶກສາຫາລືເສດຖະກິດດາວົສລະດູຮ້ອນໃນປີນີ້ແຕກຕ່າງຈາກຜ່ານມາຄືແນວໃດ? ຄໍາວ່າ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ໄດ້ກາຍເປັນຄໍາສັບສໍາຄັນ ແລະ ຈີນຄືສະຖານທີ່ແຫ່ງການປະຕິບັດຕົວຈິງດີທີ່ສຸດສໍາລັບ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່”. ລະຫວ່າງວັນທີ 23-25 ມິຖຸນາ ຜ່ານມານີ້, ແຂກຮັບເຊີນຫຼາຍກວ່າ 1,700 ທ່ານທີ່ມາຈາກ 90 ກວ່າປະເທດ ແລະ ເຂດແຄວ້ນໄດ້ເຕົ້າໂຮມກັນຢູ່ນະຄອນຕ້າຫຼຽນ ແຂວງຫຼຽວໜິງ ຂອງຈີນ ໂດຍໄດ້ປຶກສາຫາລືກ່ຽວກັບຫົວຂໍ້ດັ່ງກ່າວຢູ່ເວທີປຶກສາຫາລືເສດຖະກິດດາວົສລະດູຮ້ອນປີ 2026 ເພື່ອຮ່ວມກັນວາງແຜນວາດໃໝ່ແຫ່ງການຮ່ວມມືດ້ານນະວັດຕະກໍາວິທະຍາສາດເຕັກໂນໂລຊີທົ່ວໂລກ.

“ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ເນັ້ນໜັກເຖິງການຊຸກຍູ້ການປະຍຸກໃຊ້ເຕັກໂນໂລຊີໃໝ່ຢ່າງເປັນຂະໜາດໃຫຍ່ ຖືເປັນສິ່ງຄໍ້າປະກັນສໍາຄັນແຫ່ງການລົງເລິກຄຸນຄ່າຂອງນະວັດຕະກໍາ ແລະ ການຕໍ່ຍອດພະລັງຊີວິດຂອງນະວັດຕະກໍາ. ຄວາມໝັ້ນໃຈຂອງຈີນໃນການຊຸກຍູ້ “ນະວັດຕະກໍາຢ່າງເປັນຂະໜາດໃຫຍ່” ແມ່ນມາຈາກປັດໄຈຕ່າງໆເຊັ່ນ: ລະບົບອຸດສາຫະກໍາທີ່ສົມບູນຄົບຖ້ວນ, ຕະຫຼາດຂະ ໜາດໃຫຍ່ພິເສດ, ສະພາບແວດລ້ອມນະວັດຕະກໍາທີ່ມີຄວາມຄຶກຄື້ນ ແລະ ອື່ນໆ. “ບົດລາຍງານກ່ຽວກັບດັດຊະນີນະວັດຕະກໍາທົ່ວໂລກປີ 2025” ສະແດງໃຫ້ເຫັນວ່າ: ຈີນໄດ້ກ້າວຂຶ້ນສູ່ 10 ປະເທດອັນດັບທໍາອິດຂອງໂລກເປັນເທື່ອທໍາອິດ, ຂະນະທີ່ຈໍານວນກຸ່ມອຸດສາຫະກໍາດ້ານນະວັດຕະກໍາຂອງຈີນໃນ 100 ກຸ່ມອຸດສາຫະກໍາດ້ານນະວັດຕະກໍາທີ່ເຂັ້ມແຂງໃນທົ່ວໂລກ ເປັນອັນດັບທີໜຶ່ງຂອງໂລກເປັນເວລາ 3 ປີລຽນຕິດ. ປີ 2025, ວິສາຫະກິດປັນຍາປະດິດຂອງຈີນມີຫຼາຍກວ່າ 6,000 ແຫ່ງ, ຂະນະທີ່ອຸດສາຫະກໍາສໍາຄັນຕົ້ນຕໍຄາດວ່າມີມູນຄ່າຫຼາຍກວ່າ 1,200 ຕື້ຢວນ.

ສໍາລັບວິສາຫະກິດຂອງປະເທດຕ່າງໆແລ້ວ, “ໂອກາດຈາກຈີນ 2.0” ຫຼື China opportunity 2.0 ໝາຍເຖິງການເພີ່ມຂີດຄວາມສາມາດໃຫ້ແກ່ການພັດທະນາດ້ວຍນະວັດຕະກໍາຢ່າງຮອບດ້ານ ແລະ ໂອກາດການລົງທຶນທີ່ໃຫ້ຜົນກໍາໄລສູງ. ໃນຊຸມປີມໍ່ໆມານີ້, ມີບໍລິສັດຂ້າມຊາດສ້າງຕັ້ງສູນຄົ້ນຄວ້າພັດທະນາ ແລະ ສໍານັກງານໃຫຍ່ປະຈໍາພາກພື້ນຢູ່ຈີນນັບມື້ຫຼາຍຂຶ້ນ ຊຶ່ງເຂົາເຈົ້າພວມຫັນປ່ຽນຈາກ “ການຜະລິດຢູ່ຈີນ” ໄປສູ່ “ການປະດິດສ້າງຢູ່ຈີນ”. ສໍາລັບການພັດທະນາຂອງໂລກແລ້ວ, “ໂອກາດຈາກຈີນ 2.0” ໝາຍເຖິງເຕັກໂນໂລຊີທັນສະ ໄໝທີ່ສາມາດເຂົ້າເຖິງໄດ້ ແລະ ການຮ່ວມກັນຊົມໃຊ້ຜົນສໍາເລັດທີ່ມີຜົນປະໂຫຍດຢ່າງທົ່ວເຖິງຫຼາຍກວ່າເກົ່າ. ຕົວຢ່າງ: ການທີ່ຈີນສົ່ງອອກລົດພະລັງງານໃໝ່, ໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນ ໄດ້ປະກອບສ່ວນຢ່າງແທ້ຈິງເຂົ້າໃນການຊຸກຍູ້ໃຫ້ຫຼາຍປະເທດບັນລຸການພັດທະນາແບບຍືນຍົງ. ນອກນີ້, ຈີນຢຶດໝັ້ນໃນນະວັດຕະກໍາແບບເປີດປະຕູສູ່ພາຍນອກ ເຮັດໃຫ້ຫຼາຍປະເທດໂດຍສະເພາະແມ່ນບັນດາປະເທດກໍາລັງພັດທະນາມີເຕັກໂນໂລຊີໃໝ່ ແລະ ຜະລິດຕະພັນໃໝ່ທີ່ສາມາດນໍາໃຊ້ໄດ້ນັບມື້ນັບຫຼາຍຂຶ້ນກວ່າເກົ່າ ຊຶ່ງໄດ້ຊຸກຍູ້ການແກ້ໄຂຂໍ້ຫຍຸ້ງຍາກດ້ານການພັດທະນາສາກົນຕ່າງໆຢ່າງມີປະສິດທິຜົນ.

ໃນອະນາຄົດ, ຈີນຈະເສີມຂະຫຍາຍທ່າແຮງດ້ານນະວັດຕະກໍາຢ່າງຕໍ່ເນື່ອງ, ທັບມ້າງຄວາມປິດກັ້ນດ້ວຍການເປີດປະຕູ ແລະ ກະຕຸ້ນແຮງຂັບເຄື່ອນດ້ວຍຕະຫຼາດຂະໜາດໃຫຍ່ ເຮັດໃຫ້ເຕັກໂນໂລຊີທີ່ກ້າວໜ້າອອກຈາກຫ້ອງທົດລອງ ແລະ ກ້າວສູ່ທົ່ວໂລກ. ຄວາມ​ຈິງ​ໄດ້​ພິ​ສູ​ດ​ໃຫ້​ເຫັນຢ່າງຈະແຈ້ງ​ແລ້ວ​ວ່າ: ສິ່ງທີ່ນະວັດຕະກໍາຂອງຈີນນໍາມາໃຫ້ແກ່ໂລກນັ້ນບໍ່ແມ່ນສິ່ງທ້າທາຍຫາກແມ່ນກາລະໂອກາດທີ່ດີທີ່ສຸດ.

ບົດໂດຍ: ວິທະຍຸໂທລະພາບສູນກາງຈີນ (CMG)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments