ສຳນັກຂ່າວສານຊິນຮວາ ລາຍງານໃນວັນທີ 25 ມິຖຸນາ ຜ່ານມາວ່າ: ບົດລາຍງານຈາກຄະນະກຳມະການທົບທວນຍຸດທະສາດທາງເສດຖະກິດ (ESR) ຂອງສິງກະໂປຊີ້ໃຫ້ເຫັນວ່າ, ສິງກະໂປຄວນກໍານົດຕົນເອງເປັນສູນກາງການພັດທະນາ ແລະ ການນຳໃຊ້ວິທີການແກ້ໄຂບັນຫາຕ່າງໆ ຫຼື Solution ໂດຍໃຊ້ປັນຍາປະດິດ (AI) ໃນລະດັບໂລກ ຫຼາຍກວ່າການແຂ່ງຂັນກັນເພື່ອສ້າງຮູບແບບ AI ຫຼື ສູນຂໍ້ມູນທີ່ໃຫຍ່ທີ່ສຸດ.
ບົດລາຍງານລະບຸວ່າ: AI ມີທ່າແຮງທີ່ຈະປ່ຽນແປງຂະແໜງເສດຖະກິດຕ່າງໆຄືກັບໄຟຟ້າ ແລະ ອິນເຕີເນັດ ທີ່ເຄີຍເຮັດມາກ່ອນ ແລະ ຂໍ້ໄດ້ປຽບຂອງສິງກະໂປແມ່ນຢູ່ໃນຄວາມສາມາດໃນການປະສົມປະສານການດຳເນີນງານຂອງອົງການລັດຖະບານ, ຜູ້ປະກອບການ ແລະ ສະຖາບັນຄົ້ນຄວ້າ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ການສ້າງສັນນະວັດຕະກຳ.
ສິງກະໂປຄວນສ້າງຕັ້ງຕົນເອງເປັນສະຖານທີ່ສຳຄັນຂອງ Solution AI ທີ່ມີຜົນກະທົບສູງ, ໂດຍສິງກະໂປຄວນສະໜອງການເຂົ້າເຖິງຊັບພະຍາກອນທີ່ສຳຄັນເຊັ່ນ: ຊຸດຂໍ້ມູນ, ພະລັງງານປະມວນຜົນ ແລະ sandbox ທີ່ຢູ່ພາຍໃຕ້ການຄວບຄຸມ, ພ້ອມທັງເສີມສ້າງຂີດຄວາມສາມາດໃນການຄຸ້ມຄອງ ແລະ ຄວາມປອດໄພດ້ານ AI.
ນອກຈາກນັ້ນ, ສິງກະໂປຄວນສະໜັບສະໜູນບໍລິສັດຊັ້ນນຳທີ່ຕັ້ງຢູ່ສິງກະໂປໃຫ້ກາຍເປັນ “ແຊັມ AI” ຜ່ານໂຄງການຫັນປ່ຽນ AI ຂະໜາດໃຫຍ່ ຊຶ່ງຈະຊ່ວຍເຮັດໃຫ້ບໍລິສັດເຫຼົ່ານັ້ນສາມາດເປັນຕົວແບບຂອງອຸດສາຫະກຳຕ່າງໆໄດ້.
ສິງກະໂປຄວນເພີ່ມການສະໜັບສະໜູນວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SMEs) ຊຶ່ງມັກຈະປະເຊີນກັບຂໍ້ຈຳກັດດ້ານຄ່າໃຊ້ຈ່າຍ ແລະ ຂີດຄວາມສາມາດ, ເພື່ອຂະຫຍາຍການຮັບຮອງເອົາ AI. ໂດຍສະມາຄົມການຄ້າ ແລະ ຫ້ອງການການຄ້າສາມາດມີບົດບາດຫຼາຍຂຶ້ນໃນການຮວບຮວມຊັບພະຍາກອນ ແລະ ພັດທະນາ Solution ດ້ານ AI ທີ່ໃຊ້ຮ່ວມກັນ ເພື່ອຍົກລະດັບຜົນຜະລິດໃນທຸກຂະແໜງການ, ທັງນີ້ລັດຖະບານສິງກະໂປໄດ້ສ້າງຕັ້ງສະພາ AI ແຫ່ງຊາດ ຊຶ່ງສຸມໃສ່ການນຳໃຊ້ AI ໃນຂະແໜງການຜະລິດຂັ້ນສູງ, ການເງິນ, ການດູແລສຸຂະພາບ ແລະ ໂລຈິສຕິກ.

