Homeຂ່າວໜ້າໜຶ່ງກອງປະຊຸມສະຫຼຸບວຽກງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄລຍະ 5 ປີ

ກອງປະຊຸມສະຫຼຸບວຽກງານຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄລຍະ 5 ປີ

ກອງປະຊຸມສະຫຼຸບວຽກງານ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030) ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການທ້ອງຖິ່ນ ໄດ້ເປີດຂຶ້ນໃນວັນທີ 22 ມິຖຸນາ ນີ້ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ ຫົວໜ້າ ຫສນຍ, ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າອົງການທຽບເທົ່າຂັ້ນສູນກາງ, ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຮອງປະທານສູນກາງແນວລາວສ້າງຊາດ, ຕາງໜ້າບັນດາອົງການຈັດຕັ້ງມະຫາຊົນຂັ້ນສູນກາງ, ອົງການກວດສອບແຫ່ງລັດ, ປະທານ-ຮອງປະທານຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ, ຫົວໜ້າຫ້ອງວ່າການ-ຫົວໜ້າຫ້ອງການ ກະຊວງ-ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃນທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ມີຄວາມໝາຍສຳຄັນເປັນຢ່າງຍິ່ງ ເພາະວ່າ ຈະໄດ້ຮ່ວມກັນຕີລາຄາຢ່າງຮອບດ້ານ ຕໍ່ຜົນສຳເລັດ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ຈາກການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຫ້ອງວ່າການ ໃນໄລຍະ 5 ປີ (2021-2025) ໂດຍສະເພາະ ການຈັດຕັ້ງປະຕິບັດພາລະບົດບາດ-ໜ້າທີ່ ເປັນເສນາທິການ, ເປັນໃຈກາງປະສານງານ, ເປັນຜູ້ບໍລິການຮັບໃຊ້ໃຫ້ແກ່ລັດຖະບານ, ຄະນະນຳຂອງບັນດາກະຊວງ-ອົງການທຽບເທົ່າ, ການນຳຂອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເພື່ອສືບຕໍ່ຍົກຄຸນນະພາບຂອງວຽກງານໃຫ້ນັບມື້ສູງຂຶ້ນ; ພ້ອມກັນນັ້ນ, ກອງປະຊຸມຍັງ ຈະໄດ້ຮັບຟັງການເຜີຍແຜ່ບັນດານິຕິກໍາ ທີ່ຕິດພັນກັບລັດຖະບານ ຊຸດທີ X ແລະ ບົດປະກອບຄໍາເຫັນຈາກບັນດາຂະແໜງການຈໍານວນໜຶ່ງ ເປັນຕົ້ນ: 1). ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍລະບຽບ ແລະ ກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X ສະບັບເລກທີ 29/ນຍ, ລົງວັນທີ 20 ເມສາ 2026, ຂໍ້ຕົກລົງວ່າດ້ວຍການແບ່ງວຽກ ລະຫວ່າງ ນາຍົກລັດຖະມົນຕີ ແລະ ຮອງນາຍົກລັດຖະມົນຕີ ສະບັບເລກທີ 28/ນຍ, ລົງວັນທີ 20 ເມສາ 2026, ຂໍ້ຕົກລົງແບ່ງຄວາມຮັບຜິດຊອບໃຫ້ກະຊວງ-ອົງການລັດທຽບເທົ່າກະຊວງ ລົງຊ່ວຍວຽກນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ ສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026; 2). ຮ່າງແບບຟອມໂຄງຮ່າງລະບຽບການ ແລະ ກົນໄກການເຮັດວຽກ ຂອງບັນດາຂະແໜງການ/ຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ແຂວງ; 3). ຮ່າງແບບຟອມໂຄງຮ່າງບົດລາຍງານສະພາບພົ້ນເດັ່ນ ປະຈໍາເດືອນ ຂອງບັນດາຂະແໜງການ ແລະ ທ້ອງຖິ່ນ; 4). ວຽກງານປະສານງານ ເພື່ອກະກຽມໃຫ້ແກ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ແລະ ກອງປະຊຸມກົມການເມືອງສູນກາງພັກ ຮ່ວມກັບ ຄະນະເລຂາທິການສູນກາງພັກ; 5). ວຽກງານປະສານງານ ເພື່ອກະກຽມໃຫ້ແກ່ກອງປະຊຸມສະພາແຫ່ງຊາດ, ກອງປະຊຸມຄະນະປະຈຳສະພາແຫ່ງຊາດ ແລະ ກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈຳສະພາແຫ່ງຊາດ ກັບ ຄະນະລັດຖະບານ; 6). ການເປັນເສນາທິການ ແລະ ປະສານງານ ໃນການກະກຽມໃຫ້ແກ່ການນໍາຂັ້ນສູງຂອງລາວ ໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ ແລະ ການຕ້ອນຮັບການນຳຂັ້ນສູງຕ່າງປະເທດ; 7). ການເປັນເສນາທິການ ແລະ ປະສານງານ ໃນການສ້າງແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນການລົງທຶນຂອງລັດ; ການປະສານງານໃນການແກ້ໄຂບັນຫາເຄັ່ງຮ້ອນທີ່ເກີດຂຶ້ນພາຍໃນແຂວງ; 9). ການເປັນເສນາທິການ ແລະ ປະສານງານໃນວຽກງານກໍ່ສ້າງຮາກຖານການເມືອງ; 10). ການເປັນເສນາທິການ ແລະ ປະສານວຽກງານ ໃນການປະຕິບັດດໍາລັດ 414/ລບ ກ່ຽວກັບນະໂຍບາຍພັດທະນາວຽກງານພັດທະນາເສດຖະກິດ-ສັງຄົມຂອງແຂວງ; 11). ການເປັນເສນາທິການ ແລະ ປະສານວຽກງານໃນການແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍໃນຕົວເມືອງ; 12). ການເປັນເສນາທິການ ແລະ ປະສານວຽກງານໃນການຈໍລະຈອນ ແລະ ແກ້ໄຂເອກະສານພາຍໃນແຂວງ; ແລະ 13). ວຽກງານພິທີການ ແລະ ການບໍລິການຮັບແຂກ ໃນເວລາການນໍາຂັ້ນສູງລົງຢ້ຽມຢາມແຂວງ. ນອກນັ້ນ, ກອງປະຊຸມຍັງຈະໄດ້ຮັບຟັງການນຳສະເໜີບົດຮຽນ, ປະສົບການ ແລະ ຄວາມຊຳນານ ໃນການຈັດຕັ້ງປະຕິບັດວຽກງານຫ້ອງວ່າການ ຈາກອະດີດການນຳຂັ້ນສູງ. ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 1 ວັນເຄິ່ງ. ພິເສດ, ໃນຕອນທ້າຍຂອງການດໍາເນີນກອງປະຊຸມຄັ້ງນີ້ ແມ່ນຈະໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳ ຈາກທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເພື່ອເປັນເຂັມຊີ້ທິດເຍືອງທາງ ໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຫ້ອງວ່າການ ໂດຍສະເພາະ ການເປັນເສນາທິການ, ເປັນໃຈກາງປະສານງານ ແລະ ບໍລິການຮັບໃຊ້ການນຳມີປະສິດທິພາບ ແລະ ປະສິດທິຜົນສູງ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ປະທານກອງປະຊຸມ ໄດ້ຮຽກຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄໍາເຫັນຢ່າງເລິກເຊິ່ງ, ແທດກັບສະພາບຄວາມເປັນຈິງ ຂອງແຕ່ລະບັນຫາດ້ວຍການສະເໜີທັດສະນະຢ່າງກົງໄປກົງມາ, ກະທັດຮັດ ແລະ ມີຈຸດສຸມ.

ຂ່າວ: ກົມປະຊາສຳພັນ ຫສນຍ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments