Homeຂ່າວໜ້າໜຶ່ງລາວ-ຈີນ ກ້າວສູ່ການສ້າງຄູ່ຮ່ວມຊາຕາກໍາທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່

ລາວ-ຈີນ ກ້າວສູ່ການສ້າງຄູ່ຮ່ວມຊາຕາກໍາທີ່ເຂັ້ມແຂງໜຽວແໜ້ນໃນທຸກສະພາບການຂອງຍຸກໃໝ່

ຜົນສຳເລັດ​ຂອງ​ການ​ຢ້ຽມຢາມ​ລັດ​ຖະ​ກິດ​ ສປ ​ຈີນ​ ຂອງສະຫາຍ​ ທອງ​ລຸນ​ ສີ​ສຸ​ລິດ ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ ປປ ​ລາວ ປະທານ​ປະເທດ​ລາວ ລະຫວ່າງວັນ​ທີ 2-6 ມິຖຸນາ 2026 ຜ່ານ​ມາຕາມ​ການ​ເຊີນ​ຂອງ​ສະຫາຍ​ ສີ​ ຈິ້ນ​ຜິງ​ ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ ປະທານ​ປະເທດ​ຈີນ ​ໄດ້​ກາຍເປັນ​ເຫດການ​ປະຫວັດສາດ​ທີ່​ບໍ່​ເຄີຍມີ​ ມາ​ກ່ອນ​ໃຫ້​ແກ່​ສອງ​ຊາດ​ລາວ​-​ຈີນເທົ່າ​ນັ້ນ, ໄດ້​ກາຍເປັນ​ເຫດການ​ສຳຄັນ​ໜຶ່ງ​ທີ່​ໂລກ​ໃຫ້​ຄວາມ​ສຳຄັນ​ແລະ​ ຕິດຕາມ, ເພາະ​ເປັນ​ການຢ້ຽມຢາມ​ບໍ່​ພຽງ​ແຕ່​ເປັນ​ບ້ານ​ໃກ້​ເຮືອນ ​ຄຽງ​ທີ່​ມີ​ຊາຍ​ແດນ​ຕິດ​ຈອດ​ກັນ​ເທົ່າ​ນັ້ນ, ແຕ່​ເປັນ​ການ​ຢ້ຽມຢາມ​ຖານ​ມິດ​ສະຫາຍ​ທີ່​ມີ​ອຸດົມ​ການ​ສັງຄົມ​ນິຍົມ​ຄື​ກັນ. ພິເສດ​ການ​ຢ້ຽມຢາມ​ຄັ້ງ​ນີ້ ການ​ນຳ​ສອງ​ຝ່າຍ​ໄດ້​ມີ​ຄວາມ​ເອກະ​ພາບ​ສູງ​ໃນ​ການ​ຍົກ​ຖານະ​ບົດບາດ​ການ​ພົວພັນ​ຈາກ​ການ​ເປັນ​ຄູ່​ຮ່ວມ​ຊາຕາກຳ​ດຽວ​ກັນ​ກ້າວ​ຂຶ້ນ​ເປັນ​ການ​ສ້າງ​ຄູ່​ຮ່ວມ​ຊາຕາກຳ​ທີ່​ເຂັ້ມແຂງ​ໜຽວ​ແໜ້ນ​ໃນ​ທຸກ​ສະ ພາບ​ການ​ຂອງ​ຍຸກ​ໃໝ່. ຜົນ​ຂອງ​ການ​ຢ້ຽມຢາມ​ນີ້​ຍັງ​ໄດ້​ລົງ​ນາມ​ເອກະສານ​ການ​ຮ່ວມ​ມື​ສອງ​ຝ່າຍ​ຈຳ​ນວນ 32 ສະບັບ ກວມ​ເອົາຂົງ ເຂດ​ການ​ຮ່ວມມືລະຫວ່າງບັນດາ​ ອົງການ​ອ້ອມ​ຂ້າງ​ສູນກາງພັກ ​ຂອງສອງ​ພັກ​ລາວ​-​ຈີນ, ເສດຖະກິດ, ການ​ຄ້າ, ການ​ເງິນ, ການ​ລົງທຶນ, ພະລັງງານ, ກະ​ສິ​ກໍາ, ວັດທະນະ​ທໍາ, ການ​ພັດທະນາ​ຊັບພະຍາກອນ​ມະນຸດ ແລະ ໜັງສື​ມອບ​-​ຮັບ ບັນດາໂຄງການ​ຊ່ວຍເຫຼືອ​​ຈາກ ສປ ຈີນ ​ຕື່ມ​ອີກ.

ທ່ານ ​ນາງ ຟາງ ຫົງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິສາມັນຜູ້ມີອຳນາດ ເຕັມ ແຫ່ງ ສປ ຈີນ ​ ປະ​ຈຳລາວ ໄດ້​ ກ່າວ​ໃນ​ພິທີ​ຖະແຫຼງ​ຂ່າວ​ຕໍ່​ສື່​ມວນຊົນ​ລາວ ແລະ ​ຕ່າງປະເທດ ເມື່ອບໍ່​ ດົນ​ມາ​ນີ້​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້ມີ​ຄວາມ​ໝາຍ 3 ດ້ານ​ທີ່​ສຳ​ຄັນ, ອັນທີ​ໜຶ່ງ, ​ໃນ​ຖະແຫຼງການ​ຮ່ວມ​ໄດ້ບັນລຸ​ການ​ຍົກ​ລະດັບ​ໃໝ່​ຂອງ​ການ​ກຳນົດ​ທິດ​ທາງ​ການ​ພົວພັນ​ສອງ​ຝ່າຍ.ຈາກ​ການ​ສ້າງ​ຄູ່​ຮ່ວມ​ຊາຕາກຳ​ຈີນ​-​ລາວ, ກ້າວ​ຂຶ້ນ​ເປັນ​ການ​ສ້າງ​ຄູ່​ຮ່ວມ​ຊາຕາກຳ ​ຈີນ​-​ລາວ ​ທີ່​ເຂັ້ມ ແຂງ​ໜຽວ​ແໜ້ນໃນທຸກສະພາບ ​ການ​ຂອງ​ຍຸກ​ໃໝ່. ສອງ, ຖະແຫຼງ ການ​ຮ່ວມ​ໄດ້​ຮັບ​ການ​ວາງ​ແຜນ​ຢ່າງ​ເປັນ​ລະບົບ​ໃຫ້​ແກ່​ການພັດທະ ນາ​ການ​ພົວພັນ ຈີນ​-​ລາວ ​ໃນອະນາຄົດ ຊຶ່ງ​ໄດ້​ກຳນົດ​ຢ່າງ​ຈະແຈ້ງວ່າ​ ຕ້ອງ​ເລີ່ມ​ຕົ້ນ​ຈາກ “5 ສູງ” ເພື່ອ​ຊຸກຍູ້​ການ​ສ້າງ​ຄູ່​ຮ່ວມ​ຊາຕາກຳ​ ຈີນ​-​ລາວ​ຮ່ວມ​ກັນ. ຄື​ໜຶ່ງ, ສ້າງ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ການເມືອງ​ໃນ​ລະດັບ​ສູງ, ສອງ, ດຳ​ເນີນ​ການ​ຮ່ວມ​ມື​ໃນ​ດ້ານ​ຄວາມ​ໝັ້ນຄົງ​ຢ່າງ​ໜຽວ​ແໜ້ນ​ສູງ, ສາມ, ລົງ​ເລິກ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະໂຫຍດຢ່າງ​ມີ​ຄຸນ​ນະ​ພາບ​ສູງ, ສີ່, ຊຸກຍູ້​ການ​ໄປມາຫາສູ່​ກັນ​ຂອງ​ປະຊາຊົນ ແລະ ການ​ແລກປ່ຽນ​ວັດ​ທະ​ນະ​ທຳຢ່າງ​ມີ​ຄວາມ​ຖີ່​ສູງ ​ ແລະ ຫ້າ, ປະສານ​ງານ​ດ້ານ​ຍຸດທະສາດ​ຢ່າງ​ສະໜິດ​ແໜ້ນ ແລະ​ ມີ​ມາດຕະຖານສູງ. ສິ່ງ​ເຫຼົ່າ​ນີ້​ໄດ້​ເປັນ​ທິດ​ທາງ​ການຮ່ວມ​ມື​ຕົວ​ຈິງ​ໃຫ້​ແກ່​ບັນດາ​ກະຊວງ, ຂະແໜງການ ແລະ​ ທ້ອງຖິ່ນ​ຕ່າງໆຂອງ​ສອງ​ພັກ​ສອງ​ລັດ​ໃນ​ຕໍ່​ໜ້າ. ສາມ, ຖະແຫຼງການ​ຮ່ວມ​ໄດ້​ສະເໜີ​ມາດ​ຕະການ​ໃໝ່ໆທີ່​ມີ​ລັກສະນະ​ບຸກ​ທະລຸ ແລະ​ ມີ​ຄວາມ​ໝາຍ​ເປັນ​ຂີດ​ໝາຍ​ປະຫວັດ​ສາດ. ເປັນຕົ້ນ​ແມ່ນ​ການ​ສ້າງຕັ້ງ​ກົນ​ໄກ​ການ​ສົນ ທະນາ​ດ້ານ​ຍຸດທະສາດ​ຂັ້ນ​ລັດຖະມົນຕີ 3+3 (ການ​ຕ່າງປະເທດ, ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ), ຊຸກຍູ້​ການ​ສ້າງຕັ້ງ​ການ​ເປັນ​ຄູ່​ຮ່ວມ ຄວາມ​ໝັ້ນຄົງ ​ຈີນ​-​ລາວ. ວາງ​ແຜນ​ຢ່າງຮອບດ້ານ​ໃຫ້​ແກ່​ຂົງເຂດ​ປັນ ຍາ​ປະດິດ (AI), ເສດຖະກິດ​ດີຈີຕອນ ແລະ ​ຈັດ​ຕັ້ງ​ປະຕິບັດ​ໂຄງການ “ພັນ ແລະ ​ໝື່ນ” ແນໃສ່​ເຮັດ​ໃຫ້ການ​ພັດທະນາ ແລະ ຄວາມ​ໝັ້ນຄົງທີ່​ເປັນ​ສອງ​ວຽກ​ໃຫຍ່​ໄດ້​ເພີ່ມ​ທະວີ​ການ​ປະສານ​ສົມທົບ​ດ້ານ​ຍຸດທະສາດ​ຢ່າງຮອບດ້ານ ຮ່ວມ​ກັນ ​ ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ອາດ​ຈະ​ເກີດ​ຂຶ້ນ. ຢັ້ງຢືນ​ໄດ້​ວ່າ​ເປັນ​ການ​ຢ້ຽມຢາມ​ແຫ່ງ​ມິດ ຕະພາບທີ່​ສືບ​ສານ​ສາຍສຳພັນ​ທີ່​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໄວ້​ເນື້ອເຊື່ອ​ໃຈ​ກັນ​ຢ່າງ​ຈະ​ແຈ້ງ. ທ່າມກາງ​ ສະພາບ​ການ​ຂອງ​ໂລກ​ທີ່​ພວມຜັນ ​ແປ​ໄປ​ຢ່າງ​ໄວວາ ແລະ​ ປະ​ເຊີນກັບ ສິ່ງ​ທ້າ​ທາຍ​ຮອບດ້ານ, ທັງ​ເປັນການ ​ແລກປ່ຽນ​ບົດຮຽນ ແລະ ເພີ່ມທະວີ​ຄວາມ​ຮັບ​ຮູ້​ຄື​ກັນ​ ໂດຍ​ສະເພາະ​ແມ່ນ​ການ​ຖອດ​ຖອນ​ບົດຮຽນ​ດ້ານການ​ບໍລິຫານ​ພັກ ແລະ​ ຄຸ້ມ​ຄອງ​ລັດ. ໃນ​ໄລຍະ​ຢ້ຽມຢາມ, ສະຫາຍ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ໄປ​ທັດສະ ນະ​ສຶກສາ​ຢູ່​ແຂວງ​ເຈີ້​ຈຽງ ​ເພື່ອ​ສຶກສາຍຸດທະສາດ 88”, ໂຄງການ “ພັນ ​ແລະ​ ໝື່ນ” (ການ​ສ້າງ​ຊົນນະບົດ) ແລະ​ ແນວ​ຄິດ “ພູ​ຂຽວ​ ແລະ ​ນ້ຳ​ໃສ ກໍ​ຄື​ພູ​ເງິນ​ ແລະ ພູ​ຄໍາ” ຂອງສະຫາຍ ສີ​ ຈິ້ນ​ຜິ​ງ​ ແລະ​ ໄປ​ຢ້ຽມຢາມ​ໂຮງຮຽນ​ພັກ​ສູນ​ກາງ​ຈີນທີ່ສະຫາຍ​ ທອງ​ລຸນ ​ສີ​ສຸ​ລິດ ​ເຄີຍ​ສຶກສາ ​ເມື່ອ 26 ປີ​ກ່ອນ. ສະແດງໃຫ້​ເຫັນວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ ກ້າວຂ້າມກອບ​ຂອງ​ການ​ທູດ​ທົ່ວ​ໄປ, ກາຍເປັນ​ການ​ລົງ​ເລິກ​ພຶດຕິ​ກຳ​ຕົວຈິງ ໃນ​ການ​ຮຽນ​ຮູ້​ຊຶ່ງ​ກັນ ແລະ​ ກັນ ເພື່ອສ້າງສາ​ສັງຄົມ​ນິຍົມ. ພ້ອມ​ນັ້ນກໍເປັນ​ການ​ຢ້ຽມຢາມ​ທີ່​ລົງ​ເລິກ​ການຮ່ວມມື ແລະ​ ຮ່ວມ​ກັນ​ສະແຫວງຫາການພັດທະ ນາ​ທີ່​ກ້າວໜ້າ​ທັນ​ສະໄໝ​ຂຶ້ນ. ນອກ ນັ້ນ, ການ​ຢ້ຽມຢາມ​ຄັ້ງ​ນີ້​ໄດ້ບັນລຸຂໍ້​ຕົກລົງ​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ວຽກ​ງານ​ກວດກາ “ປະຕູ​ດຽວ, ຄັ້ງ​ດຽວ” ແລະ ການ​ເລັ່ງ​ລັດ​ເຊື່ອມ​ຕໍ່​ທາງ​ລົດໄຟ ຈີນ​-​ລາວ​-​ໄທ, ມາ​ຮອດ​ປັດຈຸບັນ​ເສັ້ນທາງ​ລົດໄຟ​ ລາວ-​ຈີນ ໄດ້​ກາຍເປັນ​ເສັ້ນທາງ​ເງິນ​ເສັ້ນທາງ​ຄຳ, ໄດ້​ປ່ຽນແປງ​ໃບ​ໜ້າ​ຂອງ​ປະ ເທດ​ລາວ​ຢ່າງ​ຮອບ​ດ້ານ. ຫຼັງ​ຈາກ​ເສັ້ນທາງ​ສາຍ​ນີ້​ເປີດ​ບໍລິການ​ແລ້ວ, ຈຳນວນ​ການ​ຂົນສົ່ງ​ຜູ້ໂດຍສານ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ, ສິນຄ້າ​ລາວ​ໄດ້​ຮັບ​ການ​ຂົນສົ່ງ​ໄປ​ຈີນ ແລະ ປະເທດ​ອື່ນໆ, ມີ​ຜູ້ໂດຍສານ​ນັບ​ມື້​ຫຼາຍ​ມາ​ຂີ່​ລົດໄຟ ​ລາວ-ຈີນ.ເສັ້ນທາງ​ລົດໄຟ​ ລາວ​-​ຈີນ ​ໄດ້​ປ່ຽນແປງ​ໃບ​ໜ້າ​ຂອງ​ລາວ​ຢ່າງ​ຫຼວງຫຼາຍ ຊຶ່ງ​ໄດ້​ປະກອບສ່ວນ​ທີ່ແທ້​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ປະເທດ​ລາວ. ຫຼ້າ​ສຸດ​ໃນ​ກາງ​ເດືອນ​ມິຖຸນາ 2026 ໃນ​ກອງ​ປະຊຸມ​ລັດຖະມົນຕີ ອົງການ​ຮ່ວມ​ມື​ລະຫວ່າງ​ທາງລົດ ໄຟ​ຄັ້ງ​ທີ 53 ທີ່ເມືອງດູ​ຊານ​ແບ, ປະເທດຕາ​ຈິ​ກິ​ສ​ຖານ, ລັດ​ຖະ​ບານ​ສປປ ​ລາວ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ ການ​ຮ່ວມ​ມື ເພື່ອ​ເຂົ້າ​ເປັນ​ສະມາ ຊິກ​ແລວ​ທາງ​ລົດໄຟໝາຍ​ເລກ​ທີ 2 ຂອງ​ອົງການ​ຮ່ວມ​ມື​ລະຫວ່າງ​ທາງ​ ລົດໄຟຢ່າງ​ເປັນ​ທາງ​ການ ຊຶ່ງ​ແລວທາງ​ດັ່ງກ່າວ ເປັນ​ແລວ​ທາງ​ລົດໄຟ ເຊື່ອມ​ຕໍ່ 6 ປະເທດ​ຄື​: ສປປ ລາວ, ສສ ຫວຽດນາມ, ສປ ຈີນ, ສ ກາ​ຊັກສະຖານ, ສະຫະພັນ ຣັດ​ເຊຍ ແລະ ສ ເອ​ສັ​ໂຕ​ນີ. ຖື​ເປັນ​ຂີດ​ໝາຍ​ປະຫວັດສາດ ແລະ ບາດກ້າວ​ອັນ​ສຳ ຄັນ​ໃນ​ວຽກ​ງານ​ການ​ຂົນສົ່ງ​ທາງ​ລົດໄຟ​ຂອງ ສປປ ລາວ, ທັງ​ເປັນ​ການ​ເຊື່ອມ​ຕໍ່​ເສັ້ນທາງ​ລົດໄຟຂອງ ສປປ ລາວ ເຂົ້າ​ກັບ​ແລວ​ທາງ​ການ​ຂົນສົ່ງ​ກັບ​ພາກ​ພື້ນ ແລະ ສາ​ກົນ.

ໃນ​ຖະແຫຼງການ​ຍັງ​ໄດ້​ກ່າວ​ເຖິງ​ຜົນ​ປະໂຫຍດ​ຕົວ​ຈິງ​ທີ່​ປະເທດ​ຊາດ​ ແລະ ​ປະຊາຊົນ​ລາວ​ຈະ​ໄດ້​ຮັບ,ໃນ​ນັ້ນ, ໜຶ່ງ, ເສດຖະກິດ​ ແລະ ​ການ​ສ້າງ​ລາຍ​ຮັບ, ຈີນ​ຈະ​ສືບຕໍ່​ຈັດ​ຕັ້ງ​ ປະຕິບັດ​ນະໂຍບາຍອັດຕາ​ພາສີ (ຍົກເວັ້ນພາສີ 0%) ສຳລັບ​ສິນຄ້າ​ລາວ​ທຸກ​ລາຍການ (100%) ທີ່​ສົ່ງ​ອອກ​ໄປ​ຈີນ, ພ້ອມ​ທັງ​ຊຸກຍູ້​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ ເພື່ອ​ຊ່ວຍ​ໃຫ້​ສິນຄ້າ​ກະສິກຳ ແລະ ທຸລະ​ກິດ​ຂະໜາດ​ນ້ອຍ​-​ກາງຂອງ​ລາວສົ່ງ​ອອກໄດ້​ງ່າຍ​ຂຶ້ນ, ທັງ​ຈະ​ຊ່ວຍ​ສ້າງ​ວຽກເຮັດ​ງານ​ທຳ, ຊຸກຍູ້​ການ​ພັດທະນາໂລ​ຈິ​ສ​ຕິກ, ການ​ຄ້າ, ການທ່ອງທ່ຽວ, ອຸດສາຫະກຳ​ປຸງ​ແຕ່ງ ແລະ ​ການ​ຜະລິດ, ການ​ສົ່ງ​ອອກ​ສິນຄ້າ​ທີ່​ມີ​ຄຸນ​ນະ​ພາບ​ດີ​ຂອງ​ລາວ​ໄປ​ຈີນ​ຫຼາຍ​ຂຶ້ນ ຊຶ່ງ​ສິ່ງ​ເຫຼົ່າ​ນີ້​ຈະ​ຫັນປ່ຽນ​ເປັນ​ລາຍ​ຮັບ​ຕົວ​ຈິງ​ຢູ່​ໃນ​ກະເປົາ​ຂອງ​ປະຊາຊົນ​ລາວ. ສອງ, ດ້ານ​ການ​ສຶກ ສາ ແລະ​ ພັດທະນາ​ຊາວ​ໜຸ່ມ: ຝ່າຍຈີນ​ກຽມ​ຊ່ວຍ​ບຳລຸງ​ສ້າງ​ບຸກ​ຄະລາ​ກອນ​ລາວ 3,000 ຄົນ ແລະ ​ຕັ້ງ​ເປົ້າ​ໝາຍ ຮັບ​ນັກ​ສຶກສາ​ລາວ​ໄປ​ຮຽນ​ທີ່​ຈີນ​ໃຫ້​ໄດ້ 10,000 ຄົນ​ຕໍ່ປີ ພາຍ​ໃນ​ປີ 2028. ນອກຈາກນີ້, ຈີນ​ຈະ​ເພີ່ມ​ທະວີ​ການ​ແລກປ່ຽນ ແລະ ຮ່ວມ​ມື​ກັບ​ຝ່າຍ​ລາວ​ໃນ​ການ​ສຶກສາຊັ້ນ​ສູງ, ອະ​ຊີວະ​ສຶກສາ, ການ​ສຶກສາ​ດ້ານ​ພາສາ, ການ​ສຶກສາ​ດີຈີຕອນ ແລະ​ ປັນຍາ​ປະດິດ (AI) ສ້າງ​ສູນ​ຝຶກ​ວິຊາ​ຊີບ​ຫຼູ​ປານ ແລະ​ ສືບຕໍ່ມອບທຶນ​ການ​ສຶກສາ​ໃຫ້​ນັກ​ຮຽນ​-​ນັກ​ສຶກສາ​ລາວ​ທີ່​ຮຽນ​ດີ​ຢ່າງ​ຕໍ່​ເນື່ອງ​ໄດ້​ໄປ​ສຶກສາ​ຮ່ຳຮຽນ​ຢູ່ ສປ ຈີນ. ນອກ​ນີ້, ຍັງ​ຈະ​ຊ່ວຍເຫຼືອ​ທັງ​ດ້ານ​ໂຄງ​ລ່າງ​ພື້ນຖານ, ດ້ານ​ວິຊາ​ການ​ແລະ ການ​ສ້າງ​ປຶ້ມ​ແບບຮຽນ ເພື່ອ​ພັດທະນາ​ລະບົບ​ການ​ສຶກສາ​ຂອງ​ລາວ​ໃຫ້​ດີ​ຂຶ້ນ, ສິ່ງ​ເຫຼົ່າ​ນີ້​ຈະ​ເປີດໂອກາດ​ໃຫ້​ຊາວ​ໜຸ່ມ​ລາວ​ໄດ້​ຮຽນ​ຮູ້​ເຕັກ​ໂນ​ໂລ​ຊີ​ທັນ​ສະໄໝ ແລະ ຝຶກຝົນ​ທັກ​ສະ​ວິຊາ​ຊີບ​ໃຫ້​ແຂງແຮງ ເພື່ອ​ໃຫ້​ຊາວ​ໜຸ່ມ​ລາວ​ສາມາດ​ປັບ​ຕົວ​ເຂົ້າ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ແຮງ​ງານ ແລະ ​ ເສດຖະກິດ​ໃນ​ອະນາຄົດ ເພື່ອ​ສ້າງ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ໃຫ້​ແກ່​ຕົນ​ເອງ ແລະ​ ຄອບຄົວ. ສາມ, ດ້ານ​ການ​ບໍລິການ​ສາທາລະນະ ແລະ​ ສາທາລະນະ​ສຸກ: ສອງ​ປະເທດ​ຈະ​ຮ່ວມ​ມື​ກັນ​ສ້າງ​ສູນ​ຂໍ້​ມູນ​ແຫ່ງ​ຊາດ, ລະ​ບົ​ບຄ​ລາວ (ຖານ​ຂໍ້​ມູນ​ໃນ​ອິນ​ເຕີ​ເນັດ) ແລະ ລະບົບ ລັດຖະບານ​ເອ​ເລັກ​ໂຕ​ຣ​ນິກ. ພ້ອມ ດຽວ​ກັນ​ນັ້ນ, ຈະ​ຍົກ​ລະດັບ​ວຽກ​ງານ​ການ​ແພດ, ສຸຂະພາບ​ແມ່​ ແລະ​ເດັກ, ການ​ຄວບ​ຄຸມ ແລະ​ ປ້ອງ​ກັນ ພະຍາດ​ຕິດຕໍ່, ຢາພື້ນເມືອງ, ໂຄງການ​ຊ່ວຍເຫຼືອ​ສັງຄົມ​ຕ່າງໆ​ເຊັ່ນ: “ນ້ອຍ​ແຕ່​ງາມ”, “ໂຄງການ​ແສງ​ສະ ຫວ່າງ”, “ໂຄງ​ການ​ນ້ຳ​ໃຈຄວາມ​ຮັກ”. ນອກ​ນັ້ນ, ຍັງ​ຈະ​ສ້າງ​ຫ້ອງ​ທົດ​ລອງ​ຄົ້ນຄວ້າ​ປິ່ນປົວ​ພະຍາດ​ເຂດ​ຮ້ອນ​ຮ່ວມ​ກັນ ເພື່ອ​ໃຫ້​ປະຊາ ຊົນ​ລາວ​ໄດ້​ຮັບ​ການ​ບໍລິການ​ທີ່ທັນ ສະໄໝ ແລະ ດີ​ຂຶ້ນ​ກວ່າ​ເກົ່າ.

ໃນ​ສະພາບ​ທີ່​ສະຖານະ​ການ ຂອງ​ໂລກ ​ແລະ ​ພາກ​ພື້ນ​ໃນ​ປັດຈຸ ບັນ​ພວມ​ປະ​ເຊີນ​ໜ້າ​ກັບ​ສະພາບ​ແວດ​ລ້ອມ​ທີ່​ມີ​ຄວາມ​ສັບສົນ ແລະ ຂ້ຽວຂາດ​ກວ່າ​ເກົ່າ, ທັງ​ມີ​ພາລະກິດ​ແຫ່ງ​ການ​ປະຕິ​ຮູບ, ການ​ພັດທະນາ ແລະ ການ​ຮັກສາ​ສະຖຽນ​ລະ​ພາບ ທີ່​ໜັກໜ່ວງ ແລະ ຫຍຸ້ງຍາກ​ກວ່າ​ເກົ່າ. ສອງ​ປະເທດ​ຍິ່ງ​ມີ​ຄວາມຈຳເປັນ ແລະ ມີ​ຄວາມ​ຮັບຜິດຊອບທີ່​ຈະ​ຕ້ອງ​ໄດ້​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນຄົງ​ທາງ​ດ້ານ​ຍຸດທະສາດ​ຕື່ມ​ອີກ, ຮ່ວມ​ກັນ​ຈັດ​ຕັ້ງ​ປະຕິບັດ​ຂໍ້​ລິ​ເລີ່ມ​ວ່າ​ດ້ວຍ​ຄວາມ​ໝັ້ນຄົງທົ່ວ​ໂລກ ຊຶ່ງ​ບໍ່​ພຽງ​ແຕ່​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ໝັ້ນຄົງ​ຂອງ​ສອງ​ປະເທດ​ໃຫ້​ດີກ​ວ່າ​ເກົ່າ​ເທົ່າ​ນັ້ນ, ແຕ່​ຍັງ​ປະກອບສ່ວນ​ອັນ​ໃຫຍ່​ຫຼວງ​ກວ່າ​ເກົ່າໃຫ້​ແກ່​ການ​ປົກ​ປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ແລະ ການພັດທະນາ​ຂອງ​ພາກ​ພື້ນ ແລະ ສາກົນ​ອີກ​ດ້ວຍ. ດ້ວຍ​ເຫດ​ນັ້ນ, ເມື່ອ​ຜູ້ນຳ​ສູງ​ສຸດ​ຂອງ​ສອງ​ພັກ​-​ສອງ​ລັດ​ໄດ້​ພົບ​ປະ​ເຈລະຈາ​ປຶກສາ​ຫາລື​ກັນ​ ເພື່ອ​ຊອກ​ຫາ​ທາງ​ອອກ​ຢ່າງ​ສັນຕິ​ວິທີ​ແມ່ນ​ສຸດ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ສະພາບ​ການ​ປັດ​ຈຸ​ບັນ.

ໃນ​ຖານະ​ ລາວ​-​ຈີນ ​ແມ່ນ​ຄູ່​ຮ່ວມ​ຊາຕາກຳ, ຈີນ​ຍາມ​ໃດ​ກໍ​ສືບຕໍ່​ສະໜັບສະໜູນ​ຊ່ວຍເຫຼືອ​ລາວ​ທາງ​ດ້ານທຶນຮອນ, ວິຊາ​ການ, ບົດຮຽນ​ໃນ​ການ​ພັດທະນາ ແລະ ການຈັດຕັ້ງ​ຜັນ​ຂະຫຍາຍ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງ​ຄົມ. ທັງ​ເອົາໃຈໃສ່ໃຫ້​ຄວາມສຳຄັນ ແລະ ສະໜັບສະໜູນ​ລາວຕະຫຼອດ​ມາ. ດັ່ງ​ສະຫາຍ ​ສີ​ ຈິ້ນ​ຜິ​ງ​ ໄດ້​ກ່າວ​ວ່າ: ປະເທດ​ຈີນ​ຖື​ປະເທດລາວ​ເປັນ​ທິດ​ທາງ​ທີ່​ສຳຄັນ​ໃນດ້ານ ​ການ​ຕ່າງປະເທດ​ກັບ​ບັນດາ​ປະເທດອ້ອມ​ຂ້າງ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ, ເດັດດ່ຽວ​ສະໜັບສະໜູນ​ໃຫ້​ປະເທດ​ລາວ​ເດີນ​ຕາມ​ເສັ້ນທາງ​ສັງຄົມ​ນິຍົມ​ທີ່​ສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ​ຂອງ​ປະເທດ​ຕົນ, ຍິນດີ​ຮ່ວມກັບ​ປະເທດ​ລາວ​ສົ່ງເສີມ​ມິດຕະພາບອັນ​ເປັນ​ມູນເຊື້ອ, ລົງ​ເລິກ​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ ໂຫຍດ, ຮັດ​ແໜ້ນ​ຄວາມ​ສາມັກຄີ ແລະ ​ການ​ປະສານ​ງານ, ຊຸກຍູ້​ໃຫ້ການ​ພົວພັນ​ລະຫວ່າງ​ ຈີນ​-​ລາວ​ ກ້າວ​ຂຶ້ນ​ສູ່​ລະດັບ​ໃໝ່ ແລະ ຮ່ວມ​ກັນ​ສ້າງ​ຄູ່​ຮ່ວມ​ຊາຕາກຳ​ຈີນ​-​ລາວ ທຸກ​ສະພາບ​ການ​ໃນ​ຍຸກ​ໃໝ່. ໃນ​ຂະນະ​ທີ່​ສະຫາຍ ທອງ​ລຸນ​ ສີ​ສຸລິດ ກໍ​ໄດ້​ກ່າວ​ວ່າ: ປັດຈຸບັນ, ການ​ພົວພັນ​ລະຫວ່າງ​ ລາວ​-​ຈີນ​ ພວມ​ຢູ່ໃນ​ໄລຍະ​ທີ່​ດີ​ທີ່​ສຸດ​ທາງ​ປະຫວັດສາດ, ລາວ​ເດັດດ່ຽວ​ຢຶດໝັ້ນ​ຫຼັກການ​ປະເທດ​ຈີນ​ດຽວ​ຢ່າງ​ສະເໝີ​ຕົ້ນ​ສະເໝີ​ປາຍ, ສະໜັບສະໜູນ​ບັນດາ​ຂໍ້​ລິ​ເລີ່ມ​ທົ່ວ​ໂລກ​ທີ່​ສະເໜີ​ ໂດຍ​ທ່ານ ສີ​ ຈິ້ນ​ຜິງ ເລຂາທິການ​ໃຫຍ່, ລາວ​ສະແດງ​ຄວາມ​ຊົມເຊີຍ​ໃນ​ລະດັບ​ສູງ​ ແລະ ສະໜັບສະໜູນ​ການຍົກ ​ລະດັບ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ລາວ​ຍິນດີ​ຮ່ວມ​ກັບ​ຈີນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນທາງ​ ການເມືອງ​ໃນ​ລະດັບ​ສູງ​ທີ່​ມີ​ຄວາມ​ໝັ້ນ​ແກ່ນ.

ສັງ​ລວມ​ແລ້ວ, ຜົນ​ການ​ຢ້ຽມຢາມ ສປ ຈີນ ຂອງ​ການ​ນຳສູງ​ສຸດ​ຂອງ ​ສປປ​ ລາວ​ ຄັ້ງ​ນີ້, ຖື​ເປັນ​ໝາກ ຜົນ​ລວມ​ຍອດ​ຂອງ​ການ​ພົວພັນ​ ລາວ​-​ຈີນ ​ເພື່ອ​ສືບຕໍ່​ຢຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ ແລະ ເສັ້ນທາງສັງ ຄົມ​ນິຍົມ​ທີ່​ເປັນ​ລັກສະນະ​ທາດ​ແທ້​ທີ່​ຊັດ​ເຈນ​ທີ່​ສຸດ​ຂອງສາຍ​ພົວພັນ ລາວ​-​ຈີນ​ ແລະ ການ​ຢ້ຽມຢາມ​ຄັ້ງ​ປະຫວັດສາດ​ນີ້​ຍັງ​ຖືກ​ກັບ​ກາລະ​ໂອກາດ ປີ 2026 ເປັນ​ປີ​ທີ່​ລາວ​-​ຈີນ​ສ້າງຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຄົບຮອບ 65 ປີ, ທັງ​ເປັນ​ປີ​ມິດຕະພາບ​ ລາວ​-​ຈີນ​ ແລະ ຄົບຮອບ105 ປີ​ ຂອງ​ການ​ສ້າງຕັ້ງ​ພັກ​ກອມມູ​ນິດ​ຈີນ​ ໃນ​ປີ 2026 (1/7/1921-1/7/2026), ທັງ​ເປັນ​ການ​ຢ້ຽມ ຢາມ ສປ​ ຈີນ ​ປະ​ເທດ​ທຳ​ອິດ​ຂອງ​ສະຫາຍ ​ທອງ​ລຸນ​ ສີ​ສຸ​ລິດ ​ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ເລຂາ ທິການ​ໃຫຍ່ ປະທານ​ປະເທດ​ ແຫ່ງ ສປປ ລາວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments