ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 22 ມິຖຸນາ ຜ່ານມາ, ໃນຖານະເປັນຝ່າຍໄກ່ເກ່ຍການເຈລະຈາລະຫວ່າງອີຣານ-ອາເມຣິກາ, ກາຕາ ແລະ ປາກິສຖານ ໄດ້ອອກຖະແຫຼງການຮ່ວມວ່າ: ການເຈລະຈາລະຫວ່າງອີຣານ-ອາເມຣິກາ ໄດ້ຈັດຂຶ້ນພາຍໃຕ້ບັນຍາກາດທີ່ມີລັກສະນະຕັ້ງໜ້າ, ສ້າງສັນ ແລະ ໄດ້ຮັບຄວາມຄືບໜ້າທີ່ໜ້າຊື່ນຊົມ ຊຶ່ງລວມທັງໄດ້ສ້າງຕັ້ງກົນໄກສຳລັບການເຈລະຈາດ້ານວິຊາການຕື່ມອີກ.
ຖະແຫຼງການຮ່ວມໄດ້ລະບຸວ່າ: ບົນພື້ນຖານບົດບັນທຶກຄວາມເຂົ້າໃຈລະຫວ່າງສອງຝ່າຍ, ບັນດາຝ່າຍທີ່ກ່ຽວຂ້ອງເຫັນດີຈະສ້າງຕັ້ງຄະນະກຳມະການລະດັບສູງເພື່ອຮັບຜິດຊອບການຕິດຕາມຂະບວນການເຈລະຈາ. ຫົວໜ້າຜູ້ຕາງໜ້າການເຈລະຈາຈະລາຍງານວຽກງານຕໍ່ຄະນະກຳມະການລະດັບສູງເປັນປະຈຳ, ພ້ອມທັງນຳພາໜ່ວຍງານເຮັດວຽກກ່ຽວກັບບັນຫານິວເຄລຍ ແລະ ການລົງໂທດ, ລວມທັງໜ່ວຍງານຕິດຕາມ ແລະ ແກ້ໄຂຄວາມຂັດແຍ້ງ, ເພື່ອຮັບປະກັນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ແລະ ເອກະສານອື່ນໆຢ່າງມີປະສິດທິຜົນ.
ຖະແຫຼງການຮ່ວມຍັງລະບຸຕື່ມວ່າ: ຄະນະກຳມະການລະດັບສູງໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນກ່ຽວກັບແຜນການທີ່ຈະບັນລຸສັນຍາສະບັບສຸດທ້າຍລະຫວ່າງອີຣານ-ອາເມຣິກາ ພາຍໃນ 60 ວັນ ຊຶ່ງໄດ້ສ້າງພື້ນຖານໃຫ້ແກ່ການເຈລະຈາດ້ານວິຊາການຕື່ມອີກໃນທັນທີ. ອີຣານ ແລະ ອາເມຣິກາ ຍັງໄດ້ສ້າງຊ່ອງທາງການຕິດຕໍ່ພົວພັນ ເພື່ອຮັບປະກັນໃຫ້ກຳປັ່ນການຄ້າສາມາດຜ່ານຊ່ອງແຄບຮໍມຸສຢ່າງປອດໄພໃນໄລຍະການເຈລະຈາສັນຍາສະບັບສຸດທ້າຍ.
ນອກນີ້, ທຸກຝ່າຍຍັງເຫັນດີໃຫ້ຝ່າຍໄກ່ເກ່ຍຊ່ວຍສ້າງຕັ້ງໜ່ວຍງານແກ້ໄຂການປະທະກັນ ເພື່ອຮັບປະກັນການຢຸດຕິການເຄື່ອນໄຫວທາງການທະຫານຢູ່ລີບັງ. ການເຈລະຈາດ້ານວິຊາການຈະດຳເນີນຕໍ່ໄປໃນອາທິດນີ້ທີ່ຣີສອດເບີເກນສຕອກ ຂອງປະເທດສະວິດ.

