ກອງປະຊຸມປຶກສາຫາລືຜົນການຄົ້ນຄວ້າ ນະໂຍ ບາຍ ແລະ ກົນໄກຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ແບບຍືນຍົງ ຕາມລຳແມ່ນໍ້າຂອງ ແລະ ນໍ້າສາຂາ ຢູ່ ສປປ ລາວ ຈັດຂຶ້ນໃນວັນທີ 23 ມິຖຸນາ 2026 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ທ່ານ ນາງ ເມວ ບຣາໂລ ເອກອັກຄະລັດຖະທູດ ອັງກິດປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ອົງການອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ (WWF-Lao), ອົງການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມພາຍໃນ ເຂົ້າຮ່ວມ.
ທ່ານ ກອງແກ້ວ ໄຊສົງຄາມ ໄດ້ກ່າວວ່າ: ແຮ່ຫີນ ແລະ ຊາຍ ແມ່ນຊັບພະຍາກອນທຳມະຊາດ ທີ່ມີຄວາມໝາຍຄວາມສຳຄັນ, ຕິດພັນກັບການດຳລົງຊີວິດຂອງປະຊາຊົນ ແລະ ໄດ້ຮັບການນຳໃຊ້ຫລາຍທີ່ສຸດ ໂດຍສະເພາະ ເຂົ້າໃນການກໍ່ສ້າງພື້ນຖານໂຄງລ່າງເສັ້ນທາງຄົມມະນາຄົມ, ຂົວຂ້າມນໍ່້າ, ຕົວເມືອງ, ອາຄານສະຖານທີ່ຕ່າງໆ ແລະ ອື່ນໆ. ໂດຍປາສະຈາກການນຳໃຊ້ຫີນ ແລະ ຊາຍແລ້ວ ການກໍ່ສ້າງພື້ນຖານໂຄງລ່າງຂອງພວກເຮົາ ກໍຈະປະສົບກັບບັນຫາ. ສະນັ້ນ, ການຄຸ້ມຄອງການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນດັ່ງກ່າວ ຢ່າງມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຍືນຍົງ ຈຶ່ງແມ່ນຄວາມຕ້ອງການ ແລະ ຈຳເປັນຂອງການພັດທະນາເສດຖະກິດ-ສັງຄົມ ຢູ່ປະເທດຂອງພວກເຮົາ.

ສູນກາງພັກ ແລະ ລັດຖະບານ ຂອງ ສປປ ລາວ ແມ່ນໃຫ້ຄວາມສຳຄັນຫລາຍຕໍ່ການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ-ຍືນຍົງ ກໍຄື ການຄຸ້ມຄອງ ແລະ ນຳໃຊ້ ຊັບພະຍາກອນທຳມະຊາດ ທີ່ມີຢູ່ຢ່າງຈຳກັດຂອງພວກເຮົາ ໃຫ້ເກີດຜົນປະໂຫຍດສູງສຸດ, ລວມທັງການຄຸ້ມຄອງ ແລະ ນຳໃຊ້ ຫີນ ແລະ ຊາຍ. ເພື່ອບັນລຸເປົ້າໝາຍການພັດທະນາຕາມທິດສີຂຽວ-ຍືນຍົງດັ່ງກ່າວ, ສູນກາງພັກ ແລະ ລັດຖະບານ ໄດ້ມີຫລາຍນະໂຍບາຍ, ກົດໝາຍ, ກົດລະບຽບ ແລະ ກົນໄກການຄຸ້ມຄອງ ແລະ ນຳໃຊ້ຊັບພະຍາກອນທຳມະຊາດດັ່ງກ່າວ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຄວາມຍືນຍົງ ເປັນຕົ້ນ ຍຸດທະສາດ ການເຕີບໂຕສີຂຽວແຫ່ງຊາດຂອງ ສປປ ລາວ ຮອດປີ 2030, ຍຸດທະສາດປົກປັກຮັກສາສິ່ງແວດລ້ອມ, ກົດໝາຍວ່າດ້ວຍແຮ່ທາດ, ກົດໝາຍວ່າດ້ວຍສິ່ງແວດລ້ອມ ແລະ ອື່ນໆ.
ໂດຍໄດ້ຮັບການສະໜັບສະໜູນ ທາງດ້ານງົບປະມານ ຈາກລັດຖະບານຂອງປະເທດອັງກິດ ໂດຍຜ່ານອົງການອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ໄດ້ດຳເນີນການສຶກສາຫົວຂໍ້ດັ່ງກ່າວ ໂດຍປະສານສົມທົບກັບມະຫາວິທະຍາໄລແຫ່ງຊາດ, ສະຖາບັນຄົ້ນຄວ້າ ແລະ ພາກສ່ວນກ່ຽວຂ້ອງຕ່າງໆ. ຈຸດປະຂອງການສຶກສາຄັ້ງນີ້ເພື່ອທົບທວນຄືນບັນດານະໂຍບາຍ, ກົດໝາຍ, ກົດລະບຽບ ແລະ ກົນໄກປະສານງານຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ຕາມລຳແມ່ນ້ຳຂອງ ແລະ ນໍ້າສາຂາ ຢູ່ ສປປ ລາວ ເພື່ອຊອກໃຫ້ເຫັນຜົນສຳເລັດ, ຂໍ້ຄົງຄ້າງ, ຈຸດອ່ອນ ແລະ ຊ່ອງວ່າງ ຂອງລະບົບດັ່ງກ່າວ ກໍຄື ເພື່ອສະໜອງຂໍ້ມູນ ແລະ ຂໍ້ສະເໜີແນະທາງດ້ານນະໂຍບາຍ ໃຫ້ແກ່ສູນກາງພັກ ແລະ ລັດຖະບານ ຂອງ ສປປ ລາວ ເພື່ອໄປພິຈາລະນາປັບປຸງ ການຄຸ້ມຄອງການຂຸດຄົ້ນແຮ່ຫີນ ແລະ ຊາຍ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ມີຄວາມຍືນຍົງຫລາຍຂຶ້ນຕື່ມ.

ທ່ານ ກອງແກ້ວ ໄຊສົງຄາມ ໄດ້ກ່າວຕື່ມວ່າ: ປັດຈຸບັນ, ການສຶກສາດັ່ງກ່າວແມ່ນໄດ້ສຳເລັດໂດຍພື້ນຖານ ແລະ ຕາມການລາຍງານ ຂອງຄະນະຮັບຜິດຊອບໂຄງການ, ບົດລາຍງານຜົນການສຶກສານີ້ ແມ່ນໄດ້ຜ່ານກອງປະຊຸມປຶກສາຫາລື ໃນລະດັບວິຊາການຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນມາແລ້ວຫລາຍຄັ້ງ. ແຕ່ເຖິງຢ່າງໃດກໍຕາມ, ເພື່ອໃຫ້ບົດລາຍງານຜົນການສຶກສາດັ່ງກ່າວ ມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບສະພາບການຕົວຈິງຫລາຍຂຶ້ນ ເພື່ອໄດ້ຮັບການພິຈາລະນານຳໃຊ້ ເຂົ້າໃນວຽກງານຕົວຈິງຫລາຍຂຶ້ນ, ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈຶ່ງໄດ້ຈັດສຳມະນາວິທະຍສາດນີ້ຂຶ້ນ ເພື່ອເຜີຍແຜ່ຜົນຂອງການຄົ້ນຄວ້າ, ຮັບຟັງຄຳຄິດຄຳເຫັນ ແລະ ຂໍ້ມູນເພີ່ມຕື່ມ ເພື່ອນຳໄປປັບປຸງບົດລາຍງານຜົນການສຶກສາດັ່ງກ່າວໃຫ້ສົມບູນຂຶ້ນຕື່ມ ເພື່ອເຜີຍແຜ່ຜົນການຄົ້ນຄວ້າໃຫ້ບັນດາການນຳຂອງຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງ ເພື່ອເອົາໄປພິຈາລະນາ ນຳໃຊ້ເຂົ້າໃນວຽກງານຕົວຈິງ ຕາມຄວາມເໝາະສົມ.

