ວິທະຍຸກະຈາຍສຽງຫວຽດນາມ, ບັນດາຜູ້ເປັນກາງໄກ່ເກ່ຍປາກິດສະຖານ ແລະ ກາຕາ ຫາກໍ່ ອອກຖະແຫລງການໂດຍໃຫ້ຮູ້ວ່າ: ສ.ອາເມລິກາ ແລະ ອີຣານ ໄດ້ເຫັນດີເປັນເອກະພາບຕໍ່ວິວັດການເຈລະຈາ ທີ່ແກ່ຍາວເປັນເວລາ 60 ວັນ ເພື່ອມຸ່ງໄປເຖິງຂໍ້ຕົກລົງສຸດທ້າຍ ກ່ຽວກັບການຢຸດຕິສົງຄາມ. ຕາມຖະແຫລງການຮ່ວມໂດຍປາກິດສະຖານ ແລະ ກາຕາປະກາດ ໃນຕອນເຊົ້າວັນທີ 22 ມິຖຸນາແລ້ວ, ບັນດາຝ່າຍໄດ້ສ້າງຕັ້ງຄະນະກຳມະການຂັ້ນສູງກ່ຽວກັບການຕິດຕາມກວດກາການເຈລະຈາລະຫວ່າງ ອາເມລິກາ ອີຣານ ແລະ ອົງການນີ້ໄດ້ເຫັນດີເປັນເອກະພາບຕໍ່ວິວັດການເຈລະຈາ 60 ວັນ ມຸ່ງໄປເຖິງຂໍ້ຕົກລົງຢ່າງເປັນທາງການສະບັບສຸດທ້າຍ.ຖະແຫລງການຢັ້ງຢືນບາດກ້າວສ້າງພື້ນຖານໃຫ້ແກ່ການເລີ່ມຕົ້ນບັນດາການພົບປະດ້ານເຕັກນິກທີ່ກວ້າງໃຫຍ່ກວ່າ ລະຫວ່າງ ສອງຝ່າຍໃນທັນທີ. ກໍ່ຕາມຖະແຫລງການ, ການເຈລະຈາ ລະຫວ່າງ ສ.ອາເມລິກາ ແລະ ອີຣານ ຈະດຳເນີນຕະຫລອດໃນຫລາຍອາທິດນີ້. ໄປຄຽງຄູ່ກັນນັ້ນ, ສອງຝ່າຍ ກໍ່ເຫັນດີເປັນເອກະພາບສ້າງສາຍໂທລະສັບ ຕິດຕໍ່ພົວພັນເພື່ອແນໃສ່ຫລີກລ້ຽງເກີດຂຶ້ນຄວາມເຂົາໃຈຜິດ ຫລື ເຫດການບໍ່ຄາດຄິດຢູ່ເຂດຊ່ອງແຄບທະເລຮໍມຸສ ( Hormuz).
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

