ໃນວັນທີ 22 ມິຖຸນາ 2026 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ຟຣານຊິດສະໂກ ຕີວ ລໍເຣວ ລັດຖະມົນຕີກະຊວງກະສິກຳ ແຫ່ງສາທາລະນະລັດຟີລິບປິນ ພ້ອມຄະນະ ເຂົ້າຢ້ຽມຂໍ່ານັບ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.
ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ ທ່ານ ຟຣານຊິດສະໂກ ຕີວ ລໍເຣວ ພ້ອມຄະນະ ທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນເສີມສ້າງການພົວພັນຮ່ວມມື ແລະ ຊ່ວຍເຫລືອຊເຊິ່ງກັນ ແລະ ກັນລະຫວ່າງສອງປະເທດ ກໍຄື ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ແລະ ກະຊວງກະສິກຳ ແຫ່ງສາທາລະນະລັດຟີລິບປິນ ທີ່ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ອວຍພອນໃຫ້ຄະນະຜູ້ແທນດັ່ງກ່າວ ຈົ່ງປະສົບຜົນສຳເລັດໃນການມາເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້.
ທ່ານ ຟຣານຊິດສະໂກ ຕີວ ລໍເຣວ ກໍໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກລັດຖະມົນຕີ ແຫ່ງສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມນີ້, ຍັງໄດ້ລາຍງານຈຸດປະສົງໃນການມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ ສປປ ລາວ ໃຫ້ທ່ານນາຍົກໄດ້ຮັບຊາບ ໂດຍສະເພາະຜົນຂອງການພົບປະສອງຝ່າຍ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ກັບ ກະຊວງກະສິກຳແຫ່ງສາທາລະນະ ລັດຟີລິບປິນ.

