ສື່ມວນຊົນລາວ ກາຍເປັນກະບອກສຽງອັນສຳຄັນຂອງພັກ ແລະ ລັດຖະບານ, ເປັນຜູ້ສ່ອງແສງ ແລະ ສະທ້ອນໃຫ້ເຫັນຄວາມເປັນຈິງ ຂອງສະພາບການຕ່າງໆ ທີ່ເກີດຂຶ້ນທັງພາຍໃນ ແລະ ຕ່າງປະເທດ. ນອກຈາກນີ້, ສື່ມວນຊົນຍັງມີບົດບາດສຳຄັນ ໃນການນຳສະເໜີຂ່າວສານທີ່ຖືກຕ້ອງ, ຮອບດ້ານ ແລະ ທັນເຫດການ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈສະພາບການຕ່າງໆ ໄດ້ຢ່າງຖືກຕ້ອງ ອັນສຳຄັນ ສື່ມວນຊົນກາຍເປັນຂົ່ວຕໍ່ເຊື່ອມໂຍງລະຫວ່າງພັກ, ລັດຖະບານ ແລະ ປະຊາຊົນ ໃຫ້ມີຄວາມໃກ້ຊິດ ແລະ ເຂົ້າໃຈກັນຫລາຍຂຶ້ນ.
ໃນໂອກາດເຂົ້າຮ່ວມ ກອງປະຊຸມສະຫລຸບວຽກງານ ໄລຍະ 5 ປີ ແລະ ທິດທາງແຜນການ 5 ປີ ຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ), ຫ້ອງການກະຊວງ-ອົງການທຽບເທົ່າ ແລະ ຫ້ອງວ່າການທ້ອງຖິ່ນ ໃນວັນທີ 23 ມິຖຸນາ 2026 ນີ້, ທ່ານ ພັນເອກ ຈັນທະວີ ໄຊຍະວົງ ຮອງຫົວໜ້າຫ້ອງການເມືອງ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວສຳນັກຂ່າວສານປະເທດ ວ່າ: ສື່ມວນຊົນ ເປັນກະບອກສຽງອັນສຳຄັນຂອງພັກ ແລະ ລັດຖະບານ ໃນການເຜີຍແຜ່ແນວທາງ, ນະໂຍບາຍ, ກົດໝາຍ ລວມໄປເຖິງຂໍ້ມູນຂ່າວສານຕ່າງໆ ໄປສູ່ປະຊາຊົນ. ສື່ມວນຊົນຍັງເປັນຂົ່ວຕໍ່ລະຫວ່າງປະຊາຊົນ ກັບ ລັດຖະບານ ໂດຍນຳເອົາຄວາມຄິດເຫັນ, ຄວາມຕ້ອງການ ແລະ ບັນຫາຕ່າງໆ ໃນສັງຄົມ ສະເໜີຕໍ່ອົງການທີ່ກ່ຽວຂ້ອງເພື່ອຊອກຫາແນວທາງແກ້ໄຂ. ສະນັ້ນ ສື່ມວນຊົນລາວໃນຍຸກໃໝ່ ຕ້ອງກໍາແໜ້ນ ແລະ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໂດຍສະເພາະແມ່ນ ແນວທາງນະໂຍບາຍຕໍ່ກັບວຽກງານສື່ມວນຊົນໃນໄລຍະໃໝ່, ຕ້ອງເພີ່ມທະວີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ເພື່ອເອົາມາຈັດຕັ້ງຜັນຂະຫຍາຍເຂົ້າໃນ ວຽກງານໃຫ້ປະກົດຜົນເປັນຈິງ, ຕ້ອງຍົກສູງຄວາມຮູ້ຄວາມສາມາດ ທາງດ້ານວິຊາສະເພາະ,
ຕ້ອງມີທັດສະນະທີ່ຖືກຕ້ອງ, ສອດຄ່ອງ ແລະ ມີຄວາມຮູ້ຄວາມສາມາດ ໂດຍສະເພາະ ການນໍາໃຊ້ເຕັກໂນໂລຊີທັນສະໄໝ, ລະບົບປັນຍາປະດິດ (AI) ເຂົ້າໃນວຽກງານ, ຕ້ອງມີຄວາມຊຳນິຊຳນານ, ຄ່ອງແຄ້ວ ແລະ ກາຍເປັນມືອາຊີບທີ່ແທ້ຈິງ.
ນອກຈາກນີ້, ສື່ມວນຊົນ ຕ້ອງເອົາໃຈໃສ່ຍົກລະດັບຄວາມຮູ້ ແລະ ທັກສະດ້ານພາສາຕ່າງປະເທດ ໃຫ້ສູງຂຶ້ນ ເພື່ອສາມາດເຂົ້າເຖິງ, ຄົ້ນຄວ້າ ແລະ ຕິດຕາມແຫລ່ງຂ່າວສານຈາກສື່ຕ່າງປະເທດໄດ້ຢ່າງກວ້າງຂວາງ, ການມີທັກສະດ້ານພາສາຕ່າງປະເທດ ຈະຊ່ວຍໃຫ້ນັກຂ່າວສາມາດກວດສອບຂໍ້ມູນຈາກຫລາຍແຫລ່ງ, ວິເຄາະ ແລະ ນຳສະເໜີຂ່າວສານສາກົນໄດ້ຢ່າງຖືກຕ້ອງ, ຮອບດ້ານ ແລະ ທັນສະໄໝ.

