Homeຂ່າວການເມືອງຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສ. ອາແຊັກໄບຊານ

ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ເຂົ້າຮ່ວມກອງປະຊຸມສາກົນ ທີ່ ສ. ອາແຊັກໄບຊານ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງພັກອາແຊັກໄບຊານໃໝ່, ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ນຳໂດຍ ສະຫາຍ ບຸນຍາເດດ ໄຊຍະວົງ, ຫົວໜ້າກົມຄົ້ນຄວ້າ ແລະ ພົວພັນຫຼາຍຝ່າຍ, ຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມສາກົນ ໃນຫົວຂໍ້: ການປະກອບສ່ວນຂອງພາກພື້ນຕໍ່ຄວາມໝັ້ນຄົງຂອງໂລກ: ການສ້າງສັນຕິພາບໃນພາກພື້ນຄໍເຄຊັດສໃຕ້ (Regional Contribution to Global Security: Peacebuilding on the South Caucasus) ທີ່ ເມືອງຊູຊາ, ສ. ອາແຊັກໄບຊານ ລະຫວ່າງວັນທີ 13-17 ມິຖຸນາ 2026.

ກອງປະຊຸມດັ່ງກ່າວ ເປັນການເຕົ້າໂຮມ ຜູ້ນຳທາງການເມືອງ, ນັກການທູດ, ສະມາຊິກສະພາແຫ່ງຊາດ ແລະ ຕົວແທນພັກການເມືອງຈາກຫຼາຍປະເທດ ເຊິ່ງມີຜູ້ເຂົ້າຮ່ວມຫຼາຍກວ່າ 300 ທ່ານ ທັງພາຍໃນ ແລະ ຕ່າງປະເທດ ຈາກ 14 ພັກການເມືອງ ແລະ 1 ສະຖາບັນ ເພື່ອຮ່ວມກັນປຶກສາຫາລືກ່ຽວກັບການຮ່ວມມືໃນພາກພື້ນ, ການຟື້ນຟູຫຼັງຄວາມຂັດແຍ່ງ ແລະ ການສ້າງສາສັນຕິພາບທີ່ຍືນຍົງ. ກອງປະຊຸມປະກອບດ້ວຍ 03 ຫົວຂໍ້ຍ່ອຍຄື: ກົນໄກການສ້າງສັນຕິພາບ: ການທູດດ້ານພັກ ທ່າມກາງຄວາມທ້າທາຍຂອງໂລກ; ໂຄງການລະດັບພາກພື້ນ ແລະ ການຮ່ວມມືຂ້າມຊາຍແດນ: ພື້ນຖານດ້ານເສດຖະກິດຂອງສັນຕິພາບທີ່ຍືນຍົງ ແລະ ການຟື້ນຟູພາຍຫຼັງຄວາມຂັດແຍ່ງ: ສິ່ງທ້າທາຍໃນປັດຈຸບັນ ຕໍ່ກັບການວາງຜັງຕົວເມືອງ.

ຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ໄດ້ປະກອບຄຳເຫັນໃນຫົວຂໍ້ຍ່ອຍທີ 1, ຊຶ່ງສະຫາຍຫົວໜ້າຄະນະໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ພັກອາແຊັກໄບຊານໃໝ່ຕໍ່ການເຊື້ອເຊີນ ແລະ ໃຫ້ການຕ້ອນຮັບຢ່າງອົບອຸ່ນແກ່ຄະນະຜູ້ແທນພັກປະຊາຊົນປະຕິວັດ ພ້ອມທັງຕີລາຄາສູງຕໍ່ ພັກອາແຊັກໄບຊານໃໝ່ ທີ່ໄດ້ຈັດກອງປະຊຸມທີ່ມີຄວາມໝາຍ, ຄວາມສຳຄັນໃນຄັ້ງນີ້ ແລະ ຍົກໃຫ້ເຫັນບົດບາດສຳຄັນຂອງການສ້າງກົນໄກການປຶກສາຫາລືລະດັບພາກພື້ນ, ຍົກສູງການແລກປ່ຽນທາງດ້ານວັດທະນະທຳ-ສັງຄົມ, ການເຊື່ອມຈອດດ້ານຄົມມະນາຄົມ-ຂົນສົ່ງ, ການເພີ່ມທະວີກົນໄກການຮ່ວມມືການທູດດ້ານພັກ, ການທູດປະຊາຊົນ ແລະ ການແລກປ່ຽນການໄປມາຫາສູ່ຂອງປະຊາຊົນ, ຊຶ່ງເປັນກົນໄກສຳຄັນໃນການເສີມສ້າງສັນຕິພາບ ແລະ ການພັດທະນາຮ່ວມກັນ. ພ້ອມດຽວກັນນັ້ນ, ໄດ້ຢ້ຳຄືນທັດສະນະ ແລະ ນະໂຍບາຍການຕ່າງປະເທດອັນສະເໝີຕົ້ນສະເໝີປາຍຂອງ ພັກປະຊາຊົນປະຕິວັດລາວ ໃນການເປີດກວ້າງການພົວພັນຮ່ວມມືກັບບັນດາພັກການເມືອງແບບຫຼາຍທິດ, ຫຼາຍຝ່າຍ ກໍຄືການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ, ສົ່ງເສີມສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments