Homeຂ່າວກິລາການາດາ ຖະຫຼົ່ມ ກາຕາ 6-0 ນັດ​ທີ 2 ບານໂລກ 2026

ການາດາ ຖະຫຼົ່ມ ກາຕາ 6-0 ນັດ​ທີ 2 ບານໂລກ 2026

ການແຂ່ງຂັນເຕະບານໂລກ 2026 ນັດທີ 2 ຂອງກຸ່ມ B ໃນຕອນເຊົ້າວັນທີ 19 ມິຖຸນາ 2026 ຕາມເວລາໃນ ສປປ ລາວ ທີ່ສະໜາມ ບີຊີ ເພຼດ ແວນຄູເວີ ປະ​ເທດການາດາ ເປັນ​ການ​ພົບ​ກັນລະຫວ່າງ ທີມຊາດການາດາ ແລະ ທີມຊາດກາຕາ. ນັດ​ນີ້, ແຟນ​ບານ (ກອງ​ເຊຍ) ​ເຈົ້າ​ຖິ່ນເຂົ້າມາຊົມເກມຢ່າງໜາແໜ້ນ ເພື່ອຫວັງເຫັນໄຊຊະນະຄັ້ງທຳອິດໃນປະຫວັດສາດຂອງທີມຊາດໃນການແຂ່ງຂັນເຕະບານໂລກຮອບສຸດທ້າຍ.

ເລີ່ມ​ເກມ ການາດາ ກໍເປີດເກມບຸກໃສ່​ກາ​ຕາຢ່າງໜັກ ແລະ ກໍ​ມາ​ໄດ້​ປະ​ຕູ​ຂຶ້ນ​ນຳ 1-0 ໃນ​ນາ​ທີ​ທີ 16 ຈາກ​ການ​ຍິງ​ຂອງ ໄຄ ລາຣິນ; ຈາກ​ນັ້ນໃນ​ນາທີທີ 29 ກາ​ນາ​ດາ​ກໍ​ມາ​ໄດ້​ປະ​ຕູ​ໜີ​ຫ່າງ​ເປັນ 2-0 ຈາກ​ການ​ຍິງ​ຂອງ ໂຢນາທານ ເດວິດ ກອງໜ້າຈາກສະໂມສອນ ຢູເວນຕຸດ. ນາທີທີ 33 ຖືວ່າເປັນຈຸດປ່ຽນຄັ້ງໃຫຍ່ຂອງເກມ ເມື່ອຜູ້ຕັດສິນໃຫ້ໃບແດງກອງຫຼັງ​ທີມ​ກາ​ຕາ ໄລ່ອອກຈາກສະໜາມ ເຮັດໃຫ້ກາຕາເຫຼືອ 10 ຄົນ ແລະ ຕາມຫຼັງ 2 ປະຕູ. ນາທີທີ 45+3 ກ່ອນຈົບເຄິ່ງເວລາທຳອິດ, ການາດາ ອາໄສຕົວຜູ້ຫຼິ້ນທີ່ເໜືອກວ່າເປີດເກມບຸກຢ່າງຕໍ່ເນື່ອງ ແລະ ເປັນ ໂຢນາທານ ເດວິດ ທີ່ຍິງປະຕູທີສອງຂອງຕົນເອງໃນນັດນີ້ ພາທີມນຳຫ່າງເປັນ 3-0 ເຮັດ​ໃຫ້​ຈົບ​ເຄິ່ງ​ເວ​ລາ​ລາ​ທຳ​ອິດ ກາ​ນາ​ດາ ນຳ​ ກາ​ຕາ​ຢູ່ 3-0.

ເລີ່ມເຄິ່ງເວລາຫຼັງ ກາຕາ ​ຍິ່ງຕົກຢູ່ໃນສະຖານະການໜັກຂຶ້ນກວ່າເກົ່າ ເມື່ອຜູ້ຫຼິ້ນ​ຂອງ​ກາ​ຕາ ໄດ້​ໃບ​ແດງ ເປັນ​ຄົນ​ທີ 2 ຖືກ​ໄລ່​ອອກ​ຈາກ​ສະ​ໜາມ ເຮັດ​ໃຫ້​ກາ​ຕາ ເຫຼືອຜູ້ຫຼິ້ນພຽງ 9 ຄົນເທົ່ານັ້ນ. ໃນ​ນາທີທີ 64 ນາທານ ຊາລິບາ ຕົວ​ສຳ​ຮອງທີ່ຫາກໍ່ລົງສະໜາມມາ ກໍ​ມາຍິງປະຕູທີສີ່ໃຫ້ການາດາ; ນາທີທີ 75 ສະກໍໄຫຼເປັນ 5-0 ຈາກຈັງຫວະທີ່ກອງຫຼັງຂອງກາຕາ ສະກັດບານພາດເຂົ້າປະຕູຕົນເອງ; ໃນໄລຍະທົດເວລາບາດເຈັບ ນາທີທີ 90+2 ແຟນບານເຈົ້າພາບໄດ້ເຮກັນລັ່ນສະໜາມອີກຄັ້ງ ເມື່ອ ໂຢນາທານ ເດວິດ ຍິງ​ປະ​ຕູ​ທີ 3 ຂອງ​ຕົນ​ເອງ​ໃນ​ນັດ​ນີ້. ຈົບ​ເກມ ການາດາ ໄລ່ຖະຫຼົ່ມ ກາຕາ ໄປແບບຂາດ​ລອຍເຖິງ 6-0. ຈາກ​ໄຊຊະນະ 6-0 ໃນນັດນີ້ ບໍ່ພຽງແຕ່ເປັນໄຊຊະນະຄັ້ງທຳອິດຂອງ ການາດາ ໃນບານໂລກ ຮອບສຸດທ້າຍເທົ່ານັ້ນ ແຕ່ຍັງພາໃຫ້ພວກເຂົາມີ 4 ຄະແນນ ເທົ່າກັບ ສະວິດເຊີແລນ ແຕ່ຂຶ້ນເປັນທີມນຳຂອງກຸ່ມ B ຍ້ອນມີຜົນຕ່າງປະຕູໄດ້-ເສຍທີ່ດີກວ່າ ເຮັດໃຫ້ໂອກາດເຂົ້າຮອບ 32 ທີມສຸດທ້າຍສົດໃສຂຶ້ນ​ທັນ​ທີ. ສ່ວນ ກາຕາ ລົງ​ສະ​ໜາມ 2 ນັດມີພຽງ 1 ຄະແນນເທົ່ານັ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments