Homeຂ່າວດ່ວນກວາດລ້າງກຸ່ມແກ້ງສະແກມເມີ ຢູ່ເມືອງທຸລະຄົມ

ກວາດລ້າງກຸ່ມແກ້ງສະແກມເມີ ຢູ່ເມືອງທຸລະຄົມ

ໃນວັນທີ 15 ມິຖຸນາຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະ ກອງບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງວຽງຈັນ ສົມທົບກັບເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງທຸລະຄົມ ເຂົ້າກວດກາເປົ້າໝາຍຄົນຕ່າງປະ ເທດທີ່ເຂົ້າມາເຊົ່າຫ້ອງແຖວຂອງປະຊາຊົນ ເພື່ອເປັນບ່ອນເຄື່ອນໄຫວກໍ່ອາຊະຍາກຳທາງໂທລະຄົມ ແລະ ການສື່ສານ (ສະແກມເມີ) ຢູ່ເຂດບ້ານໂພນງາມນາຝ້າຍ ເມືອງທຸລະຄົມ ແຂວງວຽງຈັນ ພົບເຫັນເປົ້າໝາຍກຸ່ມແກ້ງສະແກມເມີທັງຄົນຕ່າງປະເທດ ແລະ ຄົນລາວຈຳນວນ 40 ຄົນ ຍິງ 6 ຄົນ, ໃນນີ້ມີ 4 ສັນຊາດ ຄື: ສັນຊາດຈີນ 33 ຄົນ, ກຳປູເຈຍ 4 ຄົນ ຍິງ 4 ຄົນ, ມາເລເຊຍຈຳນວນ 1 ຄົນ, ສັນຊາດລາວຈຳນວນ 2 ຄົນ ຍິງ 2 ຄົນ.

ພ້ອມນັ້ນ, ຍັງກວດພົບເຄື່ອງມືເອເລັກໂຕຣນິກ ແລະ ເຄືອງມືອື່ນໆ ມີໂທລະສັບຈຳນວນ 2,196 ໜ່ວຍ, ຄວາມພິວເຕີຕັ້ງໂຕະ 109 ໜ່ວຍ ທີ່ນຳໃຊ້ເຂົ້າໃນການເຄື່ອນໄຫວກະທຳຜິດ. ເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງວຽງຈັນຈຶ່ງໄດ້ກັກຕົວພວກກ່ຽວ ພ້ອມເຄື່ອງຂອງກາງໄປດຳເນີນການສອບສວນຕາມກົດໝາຍ ແລະ ມອບໃຫ້ກົມຕຳຫຼວດຄຸ້ມຄອງຄົນຕ່າງປະເທດ ກົມໃຫຍ່ສັນຕິບານ ກະຊວງປ້ອງກັນຄວາມສະຫງົບ ເພື່ອສືບຕໍ່ດໍາເນີນຄະດີຕໍ່ພວກກ່ຽວຕາມລະບຽບກົດໝາຍໃນຂັ້ນຕໍ່ໄປ. ຂ່າວ: ປກສ ແຂວງວຽງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments