Homeຂ່າວຕ່າງປະເທດຈີນ ຈະສະໜັບສະໜູນຊຽງໄຮ້ ໃຫ້ກາຍເປັນສູນກາງການທະນາຄານສາກົນ

ຈີນ ຈະສະໜັບສະໜູນຊຽງໄຮ້ ໃຫ້ກາຍເປັນສູນກາງການທະນາຄານສາກົນ

ວິທະຍຸໂທລະພາບສູນກາງຈີນ (CMG) ລາຍງານໃນວັນທີ 18 ມິຖຸນາ ຜ່ານມາວ່າ: ໃນກອງປະຊຸມເວທີປຶກສາຫາລືລູ້ເຈ່ຍຈຸຍ 2026, ທ່ານ ຈູ່ເຮີຊິນ ຮອງຜູ້ວ່າການທະນາຄານປະຊາຊົນຈີນ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນກ່າວວ່າ: ນັບແຕ່ປີນີ້ເປັນຕົ້ນມາ, ການຄ້າຂ້າມຊາດຂອງນະຄອນຊຽງໄຮ້ໄດ້ພັດທະນາໃນລະດັບສູງ. ຕໍ່ໄປ, ກົມຄຸ້ມຄອງເງິນຕາຕ່າງປະເທດແຫ່ງຊາດຈີນຈະສະໜັບສະໜູນນະຄອນຊຽງໄຮ້ເປີດຈຸດທົດລອງຊຳລະບັນຊີເງິນຕາຕ່າງປະເທດຕໍ່ການຄ້າທີ່ສະດວກສະບາຍກວ່າເກົ່າ, ປະຕິບັດຈຸດທົດລອງອຳນວຍຄວາມສະດວກໃຫ້ແກ່ການລົງທຶນຕ່າງປະເທດຂອງລາຍຮັບຈາກການປະກັນໄພຂ້າມຊາດ ແລະ ສົ່ງເສີມນະໂຍບາຍຕ່າງໆ ເຊັ່ນ: ເປີດກວ້າງການດຳເນີນທຸລະກິດ ແລະ ການຄຸ້ມຄອງແບບລວມສູນຕໍ່ທຶນຂອງບໍລິສັດຂ້າມຊາດ ແລະ ນະໂຍບາຍອື່ນໆ, ຍົກປະສິດທິພາບການປະດິດສ້າງໃໝ່ດ້ານການລວມສູນລະບຽບການ ເພື່ອສະໜັບສະໜູນການສ້າງຊຽງໄຮ້ໃຫ້ກາຍເປັນສູນກາງການທະນາຄານສາກົນຢ່າງແຂງແຮງກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments