ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນວັນທີ 17-19 ມິຖຸນາ 2026 ທີ່ ກາຊານ ສ ຣັດເຊຍ, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ.
ໃນການເຂົ້າຢ້ຽມຂ່ຳນັບຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ເປັນມູນເຊື້ອມາແຕ່ດົນນານ ລະຫວ່າງສອງປະເທດ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ເຂົ້າອົກເຂົ້າໃຈ ແລະ ການເປັນຄູ່ຮ່ວມມືຍຸດທະສາດ ໃນພາກພື້ນ ອາຊີ-ປາຊີຟິກ ໂດຍສະແດງອອກ ໃນການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ໃນໄລຍະຜ່ານມາ ສອງປະເທດ ສປປ ລາວ ແລະ ສ ຣັດເຊຍ ກໍໄດ້ມີການແລກປ່ຽນການຢ້ຽມຢາມຂອງການນໍາຂັ້ນສູງຮ່ວມກັນ ແລະ ລະດັບອື່ນໆ ຢ່າງເປັນປົກກະຕິ.


ພະນະທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຊົມເຊີຍ ຜົນສຳເລັດການເປັນເຈົ້າພາບກອງປະຊຸມສຸດຍອດສະເຫຼີມສະຫຼອງການພົວພັນ ອາຊຽນ-ຣັດເຊຍ ຄົບຮອບ 35 ປີ ໃນຄັ້ງນີ້ ຊຶ່ງສະແດງໃຫ້ເຫັນເຖິງບົດບາດອັນຫ້າວຫັນຂອງຣັດເຊຍໃນການພົວພັນ ໃນເວທີພາກພື້ນ ແລະ ສາກົນ. ການເຂົ້າຮ່ວມຂອງ ສປປ ລາວ ແມ່ນພັນທະອັນສຳຄັນ ສຳລັບ ການສະໜັບສະໜູນການພົວພັນ ອາຊຽນ-ຣັດເຊຍ, ຊຶ່ງ ຣັດເຊຍ ກໍແມ່ນໜຶ່ງໃນບັນດາຄູ່ຮ່ວມເຈລະຈາທີ່ສຳຄັນຂອງອາຊຽນ. ສປປ ລາວ ຍາມໃດ ກໍເອົາໃຈໃສ່ ການຈັດຕັ້ງປະຕິບັດນະໂຍບາຍການຮ່ວມມື ແບບສະເໝີຕົ້ນສະເໝີປາຍ ໂດຍສະເພາະ ລະຫວ່າງ ສປປ ລາວ ແລະ ສ ຣັດເຊຍ ແມ່ນມີການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
(ຂ່າວ: ກຕທ)

