Homeຂ່າວພາຍໃນສານອວຍພອນ ຂອງລັດຖະມົນຕີກະຊວງສາທາລະນະສຸກ ໃນໂອກາດສະຫລອງ ວັນສາທາລະນະສຸກ (ວັນແພດລາວ) ຄົບຮອບ 61 ປີ (18 ມິຖຸນາ 1965-18 ມິຖຸນາ...

ສານອວຍພອນ ຂອງລັດຖະມົນຕີກະຊວງສາທາລະນະສຸກ ໃນໂອກາດສະຫລອງ ວັນສາທາລະນະສຸກ (ວັນແພດລາວ) ຄົບຮອບ 61 ປີ (18 ມິຖຸນາ 1965-18 ມິຖຸນາ 2026)

ເນື່ອງໃນໂອກາດວັນສາທາລະນະສຸກ (ວັນແພດລາວ) ທີ່ມີຄວາມໝາຍປະຫວັດສາດອັນເລິກ ເຊິ່ງນີ້, ໃນນາມຕາງໜ້າໃຫ້ຄະນະພັກ, ຄະນະນຳ ກະຊວງສາທາລະນະສຸກ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມຢ້ຽມຢາມຖາມຂ່າວອັນອົບອຸ່ນ, ຍ້ອງຍໍສັນລະເສີນ ແລະ ອວຍພອນໄຊອັນປະ ເສີດມາຍັງທຸກໆທ່ານ ທີ່ພວມປະຕິບັດໜ້າທີ່ອັນມີກຽດສະຫງ່າໃນທົ່ວປະເທດ.
ຜ່ານມາ, ຂະແໜງສາທາລະນະສຸກ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ສ້າງຜົນງານພົ້ນເດັ່ນຫລາຍດ້ານທີ່ເປັນໜ້າພູມໃຈ ທັງປ້ອງກັນພະຍາດ, ການປິ່ນປົວຮັກສາ, ການສົ່ງເສີມສຸຂະພາບ ແລະ ການພັດທະນາລະບົບບໍລິການສຸຂະພາບ ໃຫ້ກ້າວໜ້າຢ່າງຕໍ່ເນື່ອງ. ຜົນງານເຫລົ່ານັ້ນ ແມ່ນຜົນຈາກຄວາມມຸ່ງໝັ້ນ, ຄວາມເສຍສະລະ ແລະ ຈິດໃຈແຫ່ງການຮັບໃຊ້ປະຊາຊົນຂອງບຸກຄະລາກອນທຸກຮຸ່ນ.
ດັ່ງນັ້ນ, ວັນທີ 18 ມິຖຸນາ ບໍ່ພຽງແຕ່ແມ່ນວັນສະເຫລີມສະຫລອງຂອງຂະແໜງການພວກເຮົາເທົ່ານັ້ນ, ແຕ່ແມ່ນໂອກາດອັນສຳຄັນທີ່ທົ່ວສັງຄົມຈະໄດ້ຮ່ວມກັນ ຈາລຶກຄຸນງາມຄວາມດີ, ຄວາມເສຍ ສະລະອັນສູງສົ່ງ ທາງດ້ານເຫື່ອແຮງ ແລະ ສະຕິປັນຍາ ຂອງຖັນແຖວແພດໝໍ ແລະ ພາລະກອນສາທາລະນະສຸກທຸກຮຸ່ນ ທີ່ໄດ້ອຸທິດຕົນເພື່ອປົກປ້ອງ, ເບິ່ງແຍງ ແລະ ຮັກສາສຸຂະພາບຂອງປະຊາຊົນລາວບັນດາເຜົ່າ ຕັ້ງແຕ່ສະໄໝຕໍ່ສູ້ກູ້ຊາດ ຈົນເຖິງໄລຍະການປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.
ໃນໂອກາດອັນສະຫງ່າລາສີ ແລະ ຄວາມໝາຍຄວາມສໍາຄັນນີ້, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນ ຢ່າງເລິກເຊິ່ງ ຕໍ່ສູນກາງພັກ ແລະ ລັດຖະບານ ທີ່ໄດ້ຊີ້ນໍາ-ນໍາພາ ຢ່າງເອົາໃຈໃສ່ຕໍ່ຂະແໜງສາທາລະນະສຸກ. ຂໍອວຍພອນໃຫ້ບັນດາທ່ານການນໍາພັກ-ລັດ, ແພດໝໍ, ພະຍາບານ ແລະ ພາລະກອນສາ ທາລະນະສຸກທຸກທ່ານ ຈົ່ງມີສຸຂະອະນາໄມທີ່ສົມບູນ, ແຂງແຮງ, ມີຄວາມສຸກ ແລະ ພ້ອມກັນສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມ, ຫັນຂະແໜງການແພດໄປສູ່ຄຸນນະພາບໃໝ່ ທັນສະໄໝ ແລະ ເປັນເຈົ້າຕົນເອງເທື່ອລະກ້າວ ເພື່ອຮັບໃຊ້ປະຊາຊົນ ແລະ ປະເທດຊາດຢ່າງແທ້ຈິງ. 

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments