ແຫລ່ງຂ່າວຈາກ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ໃນວັນທີ 18 ມິຖຸນາ 2026 ນີ້, ທ່ານ ຄໍາຫລ້າ ແຫລ່ງໄຊຍະທຳ ປະທານຄະນະກຳມະການປົກຄອງ ເມືອງຫລວງນໍ້າທາ ພ້ອມດ້ວຍຄະນະ ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການຜະລິດເຂົ້ານາປີ ດ້ວຍການນຳໃຊ້ເຕັກນິກເຮັດນາຢອດ ຢູ່ທົ່ງນາບ້ານປຸ່ງ ເມືອງຫລວງນໍ້າທາ ໂດຍມີອົງການຈັດຕັ້ງບ້ານປຸ່ງ, ນານ້ອຍ, ປ່າສັກ, ນາລື, ບ້ານໃໝ່ ແລະ ເຈົ້າຂອງນາ ເຂົ້າຮ່ວມ.
ການລົງເຄື່ອນໄຫວຄັ້ງນີ້, ເພື່ອເປັນການຊຸກຍູ້ສົ່ງເສີມ ໃຫ້ກະສິກອນ ກ້າວເຂົ້າສູ່ການເຮັດກະສິກຳແບບໃໝ່ ທີ່ສະດວກສະບາຍ ແລະ ຫລຸດຜ່ອນຕົ້ນທຶນການຜະລິດ. ການເຮັດນາຢອດ ຖືເປັນເຕັກນິກທີ່ພວມໄດ້ຮັບຄວາມນິຍົມ ເນື່ອງຈາກມີຂໍ້ດີຫລາຍຢ່າງ ເປັນຕົ້ນ ປະຢັດຕົ້ນທຶນ ແລະ ແຮງງານຫລຸດຜ່ອນຂັ້ນຕອນການຕົກກ້າ, ການຫລົກກ້າ ແລະ ການປັກດຳ ຊຶ່ງແຕ່ກ່ອນຕ້ອງໃຊ້ແຮງງານຄົນ ແລະ ຄ່າໃຊ້ຈ່າຍຈຳນວນຫລາຍ, ປະຢັດເວລາ: ສາມາດປູກເຂົ້າໄດ້ໄວຂຶ້ນ, ສຳເລັດທັນຕາມລະດູການ, ຕົ້ນເຂົ້າຈະເລີນເຕີບໂຕໄດ້ດີ, ສະດວກໃນການຄຸ້ມຄອງ: ງ່າຍຕໍ່ການຈັດການທັງເລື່ອງການຄວບຄຸມຫຍ້າ, ການໃສ່ປຸ໋ຍ ແລະ ຈັດການນໍ້າ.
ໃນໂອກາດດຽວກັນນີ້, ທ່ານ ຄໍາຊອນ ອິນທອງໄຊ ຊຶ່ງເປັນຄອບຄົວຕົວແບບ ດ້ານການເຮັດນາຢອດ ຈາກບ້ານຂອນ ໄດ້ມາເປັນວິທະຍາກອນ ລົງສາທິດການນຳໃຊ້ເຄື່ອງຢອດເຂົ້າຕົວຈິງ ແລະ ແບ່ງປັນປະສົບການເຕັກນິກຂັ້ນຕອນຕ່າງໆ ໃຫ້ແກ່ກະສິກອນທີ່ຍັງບໍ່ທັນເຂົ້າໃຈ ໂດຍສະເພາະ ການກະກຽມດິນ:ເປັນຂັ້ນຕອນທີ່ສຳຄັນຫລາຍ, ຕ້ອງໄດ້ປັບໜ້າດິນໃຫ້ພຽງດີ ຖ້າຫາກດິນເປັນຂຸມເປັນບວກ ເວລາຝົນຕົກມາຈະເຮັດໃຫ້ນໍ້າຂັງ ແລະ ແກ່ນເຂົ້າເນົ່າເສຍໄດ້ງ່າຍ. ສໍາລັບການຄຸ້ມຄອງນໍ້າ ແລະ ຫຍ້າ: ຫລັງຈາກຢອດເຂົ້າແລ້ວປະມານ 8 ຫາ 10 ມື້ ຈຶ່ງສາມາດປ່ອຍນໍ້າເຂົ້າໜານນາໄດ້. ເມື່ອເຂົ້າໄດ້ອາຍຸປະມານ 25 ຫາ 30 ມື້ ແມ່ນຮອດໄລຍະສີດຢາຄຸມຫຍ້າ (ຫລື ຢາຂ້າຫຍ້າ), ຫລັງຈາກສີດແລ້ວໃຫ້ຕາກແດດປະໄວ້ 2-3 ມື້ ຈຶ່ງຄ່ອຍປ່ອຍນໍ້າເຂົ້າ ຊຶ່ງຖືວ່າຈົບຂັ້ນຕອນການຄຸ້ມຄອງຫຍ້າ. ສ່ວນການກຳຈັດສັດຕູພືດ: ກ່ອນຈະເອົານໍ້າເຂົ້າ ຕ້ອງໄດ້ກຳຈັດຫອຍປາກກວ້າງ ໃຫ້ໝົດກ່ອນ ເພື່ອປ້ອງກັນບໍ່ໃຫ້ຫອຍມາກັດກິນຕົ້ນເຂົ້າອ່ອນ. ການໃສ່ປຸ໋ຍ: ສຳລັບນາດິນໜຽວ ແນະນຳໃຫ້ໃຊ້ປຸ໋ຍສູດ 16-20-0 ຫລື 46-0-0 ໃນອັດຕາສ່ວນ 1 ຕໍ່ 3. ໃນໄລຍະທຳອິດທີ່ເຂົ້າກຳລັງງາມ ແມ່ນໃຫ້ໃສ່ປຸ໋ຍເລັ່ງ (ອັດຕາສ່ວນປຸ໋ຍເລັ່ງ 2 ສ່ວນ, ປຸ໋ຍຮອງພື້ນ 1 ສ່ວນ). ເມື່ອເຂົ້າອາຍຸໄດ້ປະມານ 50 ຫາ 90 ມື້ ຈຶ່ງປ່ຽນມາໃສ່ປຸ໋ຍໝາກ (ອັດຕາສ່ວນປຸ໋ຍໝາກ 2 ສ່ວນ, ປຸ໋ຍເລັ່ງ 1 ສ່ວນ) ເພື່ອໃຫ້ໄດ້ຮັບຜົນຜະລິດທີ່ດີທີ່ສຸດ.
ທ່ານ ຄໍາຊອນ ຍັງໄດ້ກ່າວຕື່ມວ່າ: ການຫັນມາໃຊ້ເຄື່ອງຢອດເຂົ້າ ຊ່ວຍໃຫ້ກະສິກອນປະຢັດເງິນໄດ້ຢ່າງມະຫາສານ ຖ້າທຽບໃສ່ການເຮັດນາປັກດຳແບບເກົ່າ. ເຖິງຢ່າງໃດກໍຕາມ, ຍັງມີກະສິກອນອີກຫລາຍຄົນທີ່ຍັງບໍ່ທັນເຂົ້າໃຈ ວິທີການນຳໃຊ້ເຄື່ອງຢອດ, ວິທີການຍ່າງ, ການຈັດການໜ້ານາ ແລະ ການກຳນົດໄລຍະການເຕີບໂຕຂອງເຂົ້າ. ຖ້າຫາກກະສິກອນທ່ານໃດ ມີຄວາມສົນໃຈຢາກປຶກສາຫາລື, ຍັງບໍ່ທັນເຂົ້າໃຈເຕັກນິກການເຮັດນາຢອດ ຫລື ການນຳໃຊ້ເຄື່ອງຈັກ ສາມາດສອບຖາມເພີ່ມຕື່ມໄດ້ໂດຍກົງທີ່ເບີ 020 2335 3837.

