ແຮຣີ ເຄນ ໂຊຟອມຢ່າງໂດດເດັ່ນ ຍິງຄົນດຽວ 2 ປະຕູ ຊ່ວຍໃຫ້ທີມຊາດອັງກິດ ເອົາຊະນະ ໂຄຣເອເຊຍ 4-2 ປະຕູ ເກັບ 3 ຄະແນນທຳອິດ ໃນການແຂ່ງຂັນນັດທຳອິດຂອງກຸ່ມ L ບານໂລກ 2026. ການແຂ່ງຂັນເຕະບານໂລກ 2026 ໃນວັນທີ 17 ມິຖຸນາຕາມເວລາທ້ອງຖິ່ນ ຫຼື ກົງກັບຕອນເຊົ້າວັນທີ 18 ມິຖຸນາ 2026 ຕາມເວລາໃນ ປະເທດເຮົາ, ທີ່ສະໜາມ MetLife Stadium ລັດນິວເຈີຊີ, ສະຫະລັດອາເມຣິກາ ເປັນການພົບກັນ ລະຫວ່າງ ອັງກິດ ພົບກັບ ໂຄຣເອເຊຍ.
ພໍແຕ່ເລີ່ມເກມ, ອັງກິດກໍພະຍາຍາມເປີດເກມບຸກໃສ່ທັນທີ ແລະ ກໍມາໄດ້ປະຕູຂຶ້ນນຳກ່ອນຢ່າງໄວວາ ຈາກການຍິງຂອງ ແຮຣີ ເຄນ ໃນນາທີທີ 12. ຫຼັງຈາກນັ້ນ, ໂຄຣເອເຊຍ ພະຍາຍາມບຸກຫວັງທວງປະຕູຄືນ ແລະ ກໍມາໄດ້ປະຕູຕີສະເໝີ 1-1 ຈາກ ມາຕິນ ບາຕູຣິນາ ໃນນາທີທີ 36, ແຕ່ກ່ອນຈະໝົດເຄິ່ງເວລາທຳອິດ ແຮຣີ ເຄນ ກໍມາຍິງປະຕູທີ 2 ຂອງຕົນ ພາໃຫ້ ອັງກິດ ຂຶ້ນນຳ 2-1 ໃນນາທີທີ 42, ໃນໄລຍະທົດເວລາບາດເຈັບ ນາທີທີ 45+5 ເປຕາ ມູຊາ ກໍຍິງປະຕູໃຫ້ ໂຄຣເອເຊຍ ໄລ່ຕີສະເໝີເປັນ 2-2 ເຮັດໃຫ້ໝົດເວລາເຄິ່ງທຳອິດ ຍັງສະເໝີກັນ 2-2.
ພໍເລີ່ມເຄິ່ງເວລາທີ 2 ໄດ້ພຽງ 2 ນາທີ (ນາທີທີ 47) ອັງກິດກໍມາໄດ້ປະຕູຂຶ້ນນຳອີກຄັ້ງເປັນ 3-2 ຈາກການຍິງຂອງ ຈູດ ເບວລິງແຮມ ແລະ ນາທີທີ 85 ມາກັດ ແຣດຟອດ ຕົວສຳຮອງທີ່ຖືກສົ່ງລົງມາ ກໍມາຍິງປະຕູປິດທ້າຍ ເຮັດໃຫ້ ອັງກິດ ເອົາຊະນະ ໂຄຣເອເຊຍ ໄປໄດ້ 4-2 ປະຕູ ເກັບ 3 ຄະແນນທຳອິດ ໃນບານໂລກ 2026. ສຳລັບໂປຣແກຣມນັດຕໍ່ໄປຂອງກຸ່ມ L ຈະມີຂຶ້ນໃນວັນທີ 23 ມິຖຸນາ 2026 ອັງກິດ ຈະພົບ ການາ; ໂຄຣເອເຊຍ ຈະພົບ ປານາມາ.

