ການແຂ່ງຂັນເຕະບານໂລກ 2026 ໃນຕອນເຊົ້າຂອງວັນທີ 18 ມິຖຸນານີ້ ຕາມເວລາໃນປະເທດເຮົາ ເປັນການແຂ່ງຂັນນັດທຳອິດຂອງກຸ່ມ L ເຊິ່ງເປັນການພົບກັນ ລະຫວ່າງ ການາ ພົບກັບ ປານາມາ. ເກມນີ້ ທັງສອງທີມຫຼິ້ນຂ້ອນຂ້າງລະມັດລະວັງ ເກືອບວ່າ ບໍ່ມີໂອກາດລຸ້ນປະຕູ, ຈົນເກມດຳເນີນມາເຖິງຊ່ວງທົດເວລາບາດເຈັບ ໃນນາທີທີ 90+5, ທີມຊາດການາກໍມາໄດ້ປະຕູໄຊ ຈາກການຍິງຂອງ ຄາເລັບ ຢິເຣນກີ ສົ່ງຜົນໃຫ້ການາເອົາຊະນະ ປານາມາ ໄປແບບຫວຸດຫວິດ 1-0 ເກັບ 3 ຄະແນນທໍາອິດໄດ້ແບບໃຈຫາຍໃຈຂວ້ຳ. ສຳລັບໂປຣແກຣມນັດທີ 2 ຂອງກຸ່ມ L ການາ ຈະພົບກັບ ອັງກິດ ສ່ວນ ປານາມາ ຈະພົບກັບ ໂຄຣເອເຊຍ ໂດຍທັງ 2 ຄູ່ຈະແຂ່ງຂັນໃນວັນທີ 23 ມິຖຸນາ.

