ໃນຕອນບ່າຍວັນທີ 16 ມິຖຸນາ 2026, ທີ່ກະຊວງການຕ່າງປະເທດ, ສະຫາຍ ອານຸພາບ ວົງໜໍ່ແກ້ວ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ແລະ ຍື່ນສັນຍາບັດແຕ່ງຕັ້ງ ຂອງ ສະຫາຍ ຫງວຽນ ວັນ ຢຸງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມຄົນໃໝ່ ປະຈຳ ແຂວງສະຫວັນນະເຂດ.
ໂອກາດນີ້, ສະຫາຍຮອງລັດຖະມົນຕີ ອານຸພາບ ວົງໜໍ່ແກ້ວ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ສະຫາຍ ຫງວຽນ ວັນ ຢຸງ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈໍາ 3 ແຂວງພາກກາງຂອງລາວ ຄື: ແຂວງສະຫວັນນະເຂດ, ຄຳມ່ວນ ແລະ ແຂວງບໍລິຄຳໄຊ ຊຶ່ງມີສໍານັກງານຕັ້ງຢູ່ແຂວງສະຫວັນນະເຂດ, ພ້ອມທັງຕີລາຄາສູງ ແລະ ເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການຂອງ ສະຫາຍ ກົງສຸນໃຫຍ່ ຫງວຽນ ວັນ ຢຸງ ຈະສາມາດປະກອບສ່ວນເຂົ້າໃນການພັດທະນາ 3 ແຂວງພາກກາງຂອງລາວ ກໍຄື ການຊຸກຍູ້ການພົວພັນຮ່ວມມື ລະຫວ່າງ 3 ແຂວງພາກກາງຂອງລາວ ກັບບັນດາແຂວງທ້ອງຖິ່ນຂອງ ສສ ຫວຽດ ນາມ ໃຫ້ນັບມື້ນັບແໜ້ນແຟ້ນຍິ່ງໆຂຶ້ນ. ພິເສດ, ບັນດາແຂວງດັ່ງກ່າວລ້ວນແຕ່ເປັນທ້ອງຖິ່ນທີ່ມີຄວາມສຳຄັນ ໃນການປະຕິບັດໂຄງການຮ່ວມມືຍຸດທະສາດຂອງສອງປະເທດ ເພື່ອເຊື່ອມໂຍງເຊື່ອມຈອດພື້ນຖານເສດຖະກິດ ໂດຍຜ່ານບັນດາໂຄງການທີ່ສຳຄັນ ເຊັ່ນ: ທາງດ່ວນຮ່າໂນ້ຍ-ວຽງຈັນ (ແຂວງບໍລິຄຳໄຊ); ໂຄງການທາງລົດໄຟລາວ-ຫວຽດນາມ ແຕ່ນະຄອນຫລວງວຽງຈັນ-ແຂວງຄໍາມ່ວນ-ຫວຸງອາງ ແລະ ໂຄງການອື່ນໆ. ພ້ອມກັນນັ້ນ, ສະຫາຍ ຮອງລັດຖະມົນຕີກໍໄດ້ຕີລາຄາສູງ ແລະ ຂອບໃຈສຳລັບການຊ່ວຍເຫລືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ມີຕໍ່ພັກ, ລັດ ແລະ ປະຊາຊົນລາວ ຕະຫລອດມາ ຊຶ່ງສະແດງໃຫ້ເຖິງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງລາວ-ຫວຽດນາມ ແລະ ສະແດງຄວາມເຊື່ອໝັ້ນວ່າ ສະຫາຍ ກົງສຸນໃຫຍ່ ຈະສືບຕໍ່ປຸກລະດົມ, ເຕົ້າໂຮມຄວາມສາມັກຄີຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ ຢູ່ ບັນດາ 3 ແຂວງພາກກາງຂອງລາວນັ້ນ ໃຫ້ສືບຕໍ່ປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ກໍຄື ຮັດແໜ້ນສາຍພົວພັນສອງຊາດ ລາວ-ຫວຽດນາມ.

ໃນໂອກາດດຽວກັນ, ສະຫາຍ ຫງວຽນ ວັນ ຢຸງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືຢ່າງໃກ້ຊິດກັບ ກະຊວງການຕ່າງປະ ເທດ ແລະ ທ້ອງຖິ່ນຂອງ ສປປ ລາວ, ພ້ອມທັງຈະຊຸກຍູ້ການພົວພັນຮ່ວມມື ລະຫວ່າງ 3 ແຂວງພາກກາງຂອງລາວ ກັບບັນດາແຂວງທ້ອງຖິ່ນຂອງ ສສ ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດຫວຽດນາມ-ລາວ.

