ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ( UNFPA) ປະຈຳ ສປປ ລາວ, ໂຮງແຮມ ອາມາຣີ ວຽງຈັນ (Amari Vientiane) ແລະ ມະຫາວິທະຍາໄລ ຄັນໄຊ (Kansai University) ຮ່ວມສະເຫຼີມສະຫຼອງການມີສ່ວນຮ່ວມຂອງຄົນພິການ ຜ່ານກິດຈະກຳແຫ່ງຄວາມມ່ວນຊື່ນ ໃນວັນທີ 14 ມິຖຸນາ 2026 ທີ່ນະຄອນຫຼວງວຽງຈັນ.
ກິດຈະກຳນີ້ ຈັດຂຶ້ນເພື່ອສົ່ງເສີມການມີສ່ວນຮ່ວມ, ກຽດສັກສີ ແລະ ຄວາມສະເໝີພາບຂອງຄົນພິການ ໃນຮູບແບບການສ້າງພື້ນທີ່ທີ່ເປັນມິດ ເພື່ອໃຫ້ເກີດການພົບປະແລກປ່ຽນລະຫວ່າງ ໄວໜຸ່ມ, ອົງການຈັດຕັ້ງຄົນພິການ, ພາກສ່ວນເອກະຊົນ, ສະຖາບັນການສຶກສາ ແລະ ຄູ່ຮ່ວມງານເພື່ອການ ພັດທະນາ. ພາຍໃນງານມີກິດຈະກຳທີ່ຫຼາກຫຼາຍ ເປັນຕົ້ນເກມທີ່ທຸກຄົນສາມາດຫຼິ້ນນຳກັນໄດ້, ການອົບຮົມເຮັດເຄື່ອງປະດັບ, ຫ້ອງວາງສະແດງ ແລະ ໃຫ້ຄວາມຮູ້, ການແນະນຳການໃຊ້ພາສາມືຂັ້ນພື້ນຖານ, ການແລກປ່ຽນທາງດ້ານສິລະປະ ແລະ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ແລກປ່ຽນປະສົບການ ແລະ ພອນສະຫວັນຂອງຕົນ. ນອກຈາກນີ້, ງານດັ່ງກ່າວຍັງໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການ ເຂົ້າເຖິງຂໍ້ມູນຂ່າວສານດ້ານສຸຂະພາບຈະເລີນພັນ ແລະ ສຸຂະພາບທາງເພດ, ການປົກປ້ອງຈາກຄວາມ ຮຸນແຮງທາງເພດ, ການມີສ່ວນຮ່ວມໃນສັງຄົມ, ການສ້າງທັກສະ ແລະ ການມີສ່ວນຮ່ວມທີ່ມີຄວາມໝາຍຂອງຄົນພິການ.

ໃນນາມຕົວແທນຂອງຄົນພິການທີ່ເຂົ້າຮ່ວມງານ, ທ່ານນາງ ສັນທະວີ ອຸດາວົງ, ຕົວແທນຈາກສູນ ມືແຫ່ງຄວາມຫວັງ (Hands of Hope) ກ່າວວ່າ: “ງານນີ້ແມ່ນມີຄວາມສຳຄັນຫຼາຍ ເນື່ອງຈາກເຮັດໃຫ້ສັງຄົມເບິ່ງເຫັນພວກເຮົາ ບໍ່ສະເພາະແຕ່ສະພາບຮ່າງກາຍເທົ່ານັ້ນ, ແຕ່ເຫັນເຖິງພອນສະຫວັນ, ຄວາມຄິດ ແລະ ຄວາມຝັນຂອງພວກເຮົາອີກດ້ວຍ. ການມີສ່ວນຮ່ວມ ໝາຍເຖິງການໄດ້ຮັບໂອກາດ ທີ່ເທົ່າທຽມກັນໃນການເຂົ້າຮ່ວມ, ການຮຽນຮູ້, ການເຮັດວຽກ ແລະ ການປະກອບສ່ວນເຂົ້າໃນສັງຄົມ.”
ໃນງານຄັ້ງນີ້ ຍັງລົງນາມໃນບົດບັນທຶກຄວາມເຂົ້າໃຈ (MoU) ລະຫວ່າງ ອົງການ UNFPA ປະຈຳ ສປປ ລາວ ແລະ ມະຫາວິທະຍາໄລ ຄັນໄຊ ໄກໄດ (Kansai Gaidai University), ບົດບັນທຶກຄວາມເຂົ້າໃຈສະບັບນີ້ ຈະຊ່ວຍຮັດແໜ້ນຄວາມຮ່ວມມືໃນດ້ານການມີສ່ວນຮ່ວມຂອງຄົນພິການ ແລະ ວຽກງານສັງຄົມສົງເຄາະ, ລວມທັງການແລກປ່ຽນຄວາມຮູ້, ການມີສ່ວນຮ່ວມຂອງນັກສຶກສາ, ວຽກງານອາສາສະໝັກ, ການຄົ້ນຄວ້າ, ການສ້າງຄວາມຕື່ນຕົວ ແລະ ການສະໜັບສະໜູນຂໍ້ລິເລີ່ມຕ່າງໆ ໃນຊຸມຊົນ.

ດຣ. ບັກຕີຢໍ ຄາດີຮົບ (Dr. Bakhtiyor Kadyrov), ຜູ້ຕາງໜ້າ UNFPA ປະຈຳ ສປປ ລາວ ກ່າວວ່າ: “ສຳລັບພວກເຮົາ, ການມີສ່ວນຮ່ວມ ໝາຍຄວາມວ່າ ທຸກໆຄົນສາມາດມີສ່ວນຮ່ວມ ໃນ ສັງຄົມໄດ້ຢ່າງເຕັມສ່ວນ. ທຸກຄົນຄວນສາມາດເຂົ້າເຖິງຂໍ້ມູນຂ່າວສານ, ຕັດສິນໃຈ, ຮຽນຮູ້, ເຮັດ ວຽກ, ປະກອບສ່ວນ ແລະ ດຳລົງຊີວິດຢູ່ຢ່າງປອດໄພ ແລະ ມີກຽດສັກສີ. ກິດຈະກໍານີ້ ໄດ້ເຕືອນ ໃຫ້ພວກເຮົາຮູ້ວ່າ ທຸກຄົນລ້ວນແຕ່ມີພອນສະຫວັນ, ຄວາມມຸ່ງຫວັງ ແລະ ສິດທິ, ແລະ ການມີ ສ່ວນຮ່ວມນັ້ນ ຈະເກີດຂຶ້ນໄດ້ ກໍຕໍ່ເມື່ອສະຖາບັນ, ຊຸມຊົນ, ສະຖາບັນການສຶກສາ, ພາກສ່ວນເອກະຊົນ ແລະ ຄົນໜຸ່ມສາວຮ່ວມມືກັນ.”

